ປ່ຽນເຈົ້າຂອງ! Endeavor ເຂົ້າຊື້ກິດຈະການຂອງ WWE ພ້ອມລວມເຂົ້າກັບ UFC ຕັ້ງບໍລິສັດໃໝ່ມູນຄ່າລວມກວ່າ 21.000 ລ້ານໂດລາ


ໃນໄລຍະທີ່ຜ່ານມາ ແຟນມວຍຂອງວົງການມວຍປໍ້ານັ້ນຕ້ອງຮືຮາກັບການປ່ຽນເຈົ້າຂອງ ຫຼັງ ວິນສ ແມັກແມນ (Vince McMahon) ປະກາດຢາກຂາຍ World Wrestling Entertainment ຫຼື WWE ສະມາຄົມມວຍປໍ້າຊື່ດັງຂອງໂລກ. ຫຼ້າສຸດ ວັນທີ 3 ເມສາ ມີລາຍງານອອກມາວ່າ Endeavor ບໍລິສັດ ເອເຈນຊີຊື່ດັງໄດ້ເຂົ້າຊື້ຮຸ້ນຂອງ WWE ຮຽບຮ້ອຍ 51% ພ້ອມ ລວມກິດຈະການກັບ UFC ເສິກມວຍຊື່ດັ່ງຂອງໂລກ ລວມມູນຄ່າ 2​ ບໍລິສັດ ຫຼາຍກວ່າ 21.000 ລ້ານໂດລາ.

ໂດຍ Endeavor ຈະຖືຮຸ້ນທັງໝົດຂອງ WWE ຢູ່ປະມານ 51% ສ່ວນອີກ 49% ແມ່ນຈະແບ່ງໃຫ້ລາຍອື່ນໆ ທີ່ຖືຄອງຮຸ້ນຂອງ WWE ຢູ່ແລ້ວ ຖືຄອງຕໍ່ໄປ. ໂດຍ ອາຣິ ອາມານູເອວ ຜູ້ບໍລິຫານຂອງ Endeavor ຈະຮັບໜ້າທີ່ເຂົ້າມາເປັນ ຜູ້ບໍລິຫານ ຂອງບໍລິສັດໃໝ່ທີ່ກຳລັງຈະກໍ່ຕັ້ງຈາກການຄວບລວມລະຫວ່າງ WWE ແລະ UFC ເຂົ້ານຳກັນ.

ຂະນະທີ່ ວິນສ ແມັກແມນ ອະດີດເຈົ້າຂອງ WWE ຈະເຂົ້າມາຮັບຕຳແໜ່ງ ປະທານບໍລິຫານ ຮ່ວມກັບ ອາຣິ ອາມານູເອວ ແລະ ນິກຄານ CEO ຂອງ WWE ເຂົ້າຮັບຕຳແໜ່ງປະທານບໍລິຫານທຸລະກິດໃນຝັ່ງຂອງມວຍປໍ້າ. ສ່ວນ ຄານາ ໄວ ຈະເປັນຜູ້ບໍລິຫານທຸລະກິດຂອງຝັ່ງມວຍ UFC ເຊິ່ງຊື່ຂອງບໍລິສັດໃໝ່ນີ້ຈະມີການປະກາດໃນອະນາຄົດ.

ໂດຍຫຼາຍຝ່າຍຄາດການວ່າ ການຊື້ຂາຍນີ້ ແລະ ການດຳເນີນການທຸກຢ່າງຈະສຳເລັດສົມບູນ ພາຍໃນທ້າຍປີນີ້ ໂດຍຕ້ອງໄດ້ລໍຖ້າ ໜ່ວຍງານລັດຖະບານທີ່ກ່ຽວຂ້ອງ ອະນຸມັດກ່ອນ.

ນັ້ນໝາຍຄວາມວ່າໃນທາງທຸລະກິດແລ້ວ WWE ທີ່ເຮົາຄຸ້ນເຄີຍ ຈະບໍ່ແມ່ນຂອງຄອບຄົວ ວິນສ ແມັກແມນ ອີກຕໍ່ໄປ ແຕ່ໃນດ້ານຂອງການວາງແຜນ ແລະ ການດຳເນີນການຕ່າງໆ ເຮົາກໍຍັງຕ້ອງຕິດຕາມກັນຕໍ່ໄປວ່າ ຄອບຄົວຂອງ ວິນສ ແມັກແມນ ຍັງຈະມີບົດບາດໃນ WWE ອີກໄປອີກດົນປານໃດ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/