ປິດທ້າຍອາທິດໄປຢ່າງສວຍງາມ! Bitcoin ເພີ່ມຂຶ້ນເໜືອລະດັບ 48,000 ໂດລາໃນຮອບ 2 ປີ ເນື່ອງຈາກນັກລົງທຶນຊະລໍການຂາຍຫຼຽນ


ໃນອາທິດທີ່ຜ່ານມາ ເອີ້ນໄດ້ວ່າເປັນອາທິດທີ່ສົດໃສສຳລັບ Bitcoin ເຖິງແມ່ນວ່າຈະມີຄວາມຜັນຜວນເລັກນ້ອຍກໍຕາມ ແຕ່ Bitcoin ກໍສາມາດປິດກຣາຟທ້າຍອາທິດໃນມື້ວານນີ້ ໂດຍຢູ່ໃນລະດັບເໜືອກວ່າ 48,000 ໂດລາເປັນຄັ້ງທຳອິດໃນຮອບ 2 ປີ.

ສາເຫດຫຼັກໆທີ່ Bitcoin ສາມາດເຮັດລາຄາໄດ້ສູງແບບນີ້ຄາດວ່າຈະມາຈາກແຮງເທຂາຍຂອງບັນດານັກລົງທຶນ ແລະ ນັກຂຸດຕ່າງໆມີການຊະລໍຕົວລົງ ລວມທັງການກະກຽມໃນການປະເຊີນກັບວິກິດການ Supple Shock ທີ່ໃກ້ເຂົ້າມາສໍາລັບເຫດການ Bitcoin halving.

ທັງນີ້, ລະດັບດັ່ງກ່າວທີ່ Bitcoin ໄດ້ປິດໃນທ້າຍອາທິດແມ່ນໃກ້ຄຽງກັບໄລຍະກ່ອນໜ້າທີ່ຈະປະກາດການອະນຸມັດ Bitcoin Spot ETF. ແຕ່ໃນເວລານັ້ນ ລາຄາ Bitcoin ບໍ່ສາມາດຮັກສາລະດັບລາຄາຂອງຕົນໄດ້ດົນເທົ່າທີ່ມັນຢູ່ໃນປັດຈຸບັນ ເຊິ່ງຖືໄດ້ວ່າການປິດກຣາຟລາຍອາທິດທີ່ສູງໃນຄັ້ງນີ້ ເປັນສັນຍານທີ່ດີສຳລັບຂາຂຶ້ນທີ່ກຳລັງຈະມາເຖິງໃນປີນີ້.

ໃນຂະນະທີ່ຂຽນ ລາຄາຂອງ Bitcoin ໄດ້ມີການເພີ່ມຂຶ້ນມາເລັກນ້ອຍ ແລະ ມີການຊື້ຂາຍຢູ່ທີ່ 48,305 ໂດລາ, ເຊິ່ງເພີ່ມຂຶ້ນ 12.28% ໃນ 24 ຊົ່ວໂມງທີ່ຜ່ານມາ.

ທີ່ມາ:

siamblockchain

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/