Gen Z ແຫ່ລົງທຶນຄຳໃນແບບອອນລາຍ ສະທ້ອນໃຫ້ເຫັນເຖິງເທຣນໃໝ່ຂອງການລົງທຶນ


ຄໍາ ແມ່ນສິນຊັບການລົງທຶນທີ່ນັກລົງທຶນທົ່ວໂລກຍົກໃຫ້ເປັນສິນຊັບປອດໄພ ແລະ ສາມາດລົງທຶນໃນທຸກສະຖານະການທີ່ກຳລັງກາຍມາເປັນສິນຊັບທີ່ໄດ້ຮັບຄວາມສົນໃຈຂອງຄົນຮຸ່ນໃໝ່.

ໂດຍໃນປີນີ້ Gen Z ໄດ້ໃຫ້ຄວາມສົນໃຈເພີ່ມຂຶ້ນເຖິງ +60%, ເມື່ອ​ທຽບ​ໃສ່​ປີ​ກາຍ​ນີ້​ແມ່ນ​ຢູ່​ປະ​ມານ +40%. ເຊິ່ງນີ້ຖືໄດ້ວ່າມີຄວາມສົນໃຈໃນຄຳເພີ່ມຂຶ້ນຢ່າງເຫັນໄດ້ຊັດເຈນ

ສາເຫດຫຼັກໆທີ່ເຮັດໃຫ້ Gen Z ຫັນມາລົງທຶນໃນຕະຫຼາດຄຳອອນລາຍມີດັ່ງນີ້:

1.ສະດວກ, ວ່ອງໄວ, ເຂົ້າເຖິງໄດ້ງ່າຍ:

  • ຄ້າຂາຍໄດ້ທຸກທີ່ທຸກເວລາ ຜ່ານແອັບພິເຄຊັນໃນສະມາດໂຟນ
  • ບໍ່ຈໍາເປັນຕ້ອງເດີນທາງໄປຮ້ານຄໍາ.
  • ເໝາະກັບວິຖີການໃຊ້ຊີວິດຂອງຄົນຍຸກໃໝ່

2.ເລີ່ມ​ຕົ້ນ​ການ​ລົງ​ທຶນ​ດ້ວຍ​ເງິນ​ພຽງ​ເລັກ​ນ້ອຍໄດ້​:

  • ຫຼາຍແພລັດຟອມຮອງຮັບການລົງທຶນເລີ່ມຕົ້ນພຽງ 1 ໂດລາ – 10 ໂດລາໄດ້
  • ຕອບໂຈດສຳລັບ Gen Z ທີ່ມີເງິນທຶນຈໍາກັດ

3.​ຮຽນ​ຮູ້ ​ແລະ ຕິດ​ຕາມ​ຂໍ້​ມູນງ່າຍ​:

  • ມີແຫຼ່ງຂໍ້ມູນແບບອອນລາຍຫຼາຍ.
  • ຊ່ວຍ Gen Z ສຶກສາຂໍ້ມູນ ແລະ ວິເຄາະຕະຫຼາດ
  • ສາມາດຕັດສິນໃຈລົງທຶນໄດ້ຢ່າງສະຫຼາດ

4.ຕ້ອງການກະຈາຍຄວາມສ່ຽງ:

  • Gen Z ກໍາລັງຊອກຫາຊ່ອງທາງການລົງທຶນທີ່ຫຼາກຫຼາຍ.
  • ຄໍາແມ່ນສິນຊັບທີ່ປອດໄພ.ຊ່ວຍຫຼຸດຜ່ອນຄວາມສ່ຽງໃນຫຼັກຊັບການລົງທຶນ

5.ເບິ່ງຄໍາເປັນທັງເຄື່ອງປະດັບ ແລະການລົງທຶນ:

  • Gen Z ນິຍົມຊື້ຄໍາແທ່ງເພື່ອສະສົມ.
  • ສາມາດນຳມາໃສ່ເປັນເຄື່ອງປະດັບໄດ້.
  • ເພີ່ມມູນຄ່າໃນອະນາຄົດ

ຈາກການສຳຫຼວດພົບວ່າ 5 ປະເທດອັນດັບຕົ້ນໆທີ່ມີ Gen Z ລົງທຶນໃນຄຳອອນລາຍມີດັ່ງນີ້:

1.ປະເທດອິນເດຍ

2. ຈີນ

3. ໄທ

4. ຫວຽດນາມ

5. ອິນໂດເນເຊຍ

ໂດຍໃນແຕ່ລະປະເທດຈະມີປັດໄຈສະໜັບສະໜູນ Gen Z ສຳລັບການລົງທຶນໃນຄໍາອອນລາຍທີ່ແຕກຕ່າງກັນຄື:

ປະເທດອິນເດຍ: ປະຊາກອນ Gen Z ຂະໜາດໃຫຍ່, ຄຳ​ແມ່ນ​ສິນ​ຊັບທາງ​ວັດ​ທະ​ນະ​ທໍາ​ທີ່​ສໍາ​ຄັນ​ ແລະ ເສດຖະກິດມີຄວາມຜັນຜວນ.

ປະເທດຈີນ: ມີເສດຖະກິດ ແລະ ປະຊາກອນ Gen Z ຂະໜາດໃຫຍ່ ຫຼາຍຄົນເຫັນວ່າຄໍາແມ່ນສິນຊັບທີ່ປອດໄພ.

ປະເທດໄທ: ຜູ້ຄົນມີຄວາມນິຍົມໃນການຊື້ຄຳຫຼາຍ, ມີການເຂົ້າເຖິງທາງດ້ານເຕັກໂນໂລຊີ ແລະ ເສດຖະກິດມີຄວາມຜັນຜວນ

ປະເທດຫວຽດນາມ: ມີປະຊາກອນ Gen Z ຫຼາຍ ແລະ ມີເສດຖະກິດທີ່ມີການເຕີບໂຕຂຶ້ນຢ່າງໄວວາ ພ້ອມກັບຫຼາຍຄົນເຫັນວ່າຄໍາແມ່ນສິນຊັບທີ່ປອດໄພ.

ອິນໂດເນເຊຍ: ປະຊາກອນ Gen Z ຂະໜາດໃຫຍ່ , ເສດຖະກິດມີຄວາມຜັນຜວນ ແລະ ເປັນທີ່ນິຍົມໃນຜູ້ຄົນຈຳນວນຫຼາຍ

ສຳລັບສັດສ່ວນຄົນລົງທຶນໃນຄຳແຕ່ລະ Generation ຈະແບ່ງເປັນ 27% ເປັນຂອງ Gen Z , 30% ເປັນຂອງ Gen Y ແລະ 30% ເປັນຂອງ Gen X. ນອກຈາກຄຳອອນລາຍຈະເປັນທີ່ນິຍົມແລ້ວ ຄຳຮູບປະພັນກໍຍັງຂາຍດີເຊັ່ນເດີມ, ໂດຍໃນໄລຍະປາຍປີ 2022 ໄດ້ມີການເປີດເຜີຍຂໍ້ມູນວ່າ 70% ຂອງຄົນທີ່ມີອາຍຸ 18-40 ປີມີທ່າອ່ຽງທີ່ຈະເກັບສະສົມຄຳຮູບປະພັນຫຼາຍຂຶ້ນ. ເຖິງແມ່ນວ່າຄໍາຮູບປະພັນຈະມີລາຄາແພງແຕ່ຫຼາຍຄົນເລືອກຊື້ຄໍາແບບ “ເມັດຖົ່ວ” ເພື່ອເກັບອອມຄຳເທື່ອລະເລັກລະໜ້ອຍຄ້າຍຄືກັບການ DCA.

ຢ່າງໃດກໍຕາມ, ການລົງທຶນມີຄວາມສ່ຽງ. Gen Z ຄວນສຶກສາຂໍ້ມູນເພື່ອໃຫ້ເຂົ້າໃຈເຖິງກົນໄກຂອງຕະຫຼາດ ແລະ ເລືອກແພລັດຟອມທີ່ເຊື່ອຖືໄດ້ ບວກກັບການລົງທຶນຢ່າງຮອບຄອບ.

ທີ່ມາ:

brandbuffet

gold

sixthtone

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/