ລັດອໍຣິກອນຕັ້ງຮາງວັນເງິນສົດ 50,000 ໂດລາ ສຳລັບຄົນທີ່ໃຫ້ຂໍ້ມູນການສັງຫານ “ໝາປ່າສີເທົາ”


ເຈົ້າໜ້າທີ່ຮັກສາພັນປາ ແລະ ສັດປ່າ ແຫ່ງລັດອໍຣິກອນ ຖະແຫຼງກໍລະນີພົບຊາກໝາປ່າສີເທົາ 3 ໂຕຫຼັງຈາກທີ່ປອກຄໍຂອງໝາປ່າ 2 ໃນ 3 ໂຕສົ່ງສັນຍານບົ່ງຊີ້ວ່າພວກມັນໄດ້ຕາຍແລ້ວ ໂດຍໝາປ່າສີເທົາສາຍພັນນີ້ກຳລັງຕົກຢູ່ໃນພາວະສ່ຽງສູນພັນ.

ທາງການຂອງລັດອໍຣິກອນໄດ້ສະເໜີເງິນຮາງວັນມູນຄ່າປະມານ 50,000 ໂດລາ ໃຫ້ແກ່ຜູ້ທີ່ໃຫ້ຂໍ້ມູນ ຫຼື ເບາະແສທີ່ກ່ຽວກັບການຕາຍຂອງໝາປ່າກຸ່ມນີ້ ແລະ ນຳໄປສູ່ການຈັບກຸມ ພ້ອມຕັ້ງຂໍ້ຫາຜູ້ທີ່ລົງມືສັງຫານໝາປ່າສີເທົາ ເນື່ອງຈາກໝາປ່າສີເທົາທີ່ຢູ່ໃນເຂດຕາເວັນອອກຂອງອໍຣິກອນ ຖືເປັນສັດສະຫງວນ ຫຼື ໄດ້ຮັບການຄຸ້ມຄອງ ເພາະຢູ່ໃນລາຍຊື່ຂອງສັດທີ່ສ່ຽງຕໍ່ການສູນພັນພາຍໃຕ້ກົດໝາຍຂອງລັດຖະບານກາງ.

ພະແນກຮັກສາພັນປາ ແລະ ສັດປ່າຂອງອໍຣິກອນ ໄດ້ລະບຸວ່າ ເທົ່າທີ່ເຄີຍກວດສອບ ພົບວ່າມີໝາປ່າສີເທົາເຫຼືອຢູ່ພຽງ 7 ໂຕໃນຝູງ ແຖບພູເຂົາເກຍຮາດ ເຊິ່ງໃນຝູງນີ້ມີໝາປ່າເພດຜູ້ທີ່ຢູ່ໃນໄວຈະເລີນພັນອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/