ປະເທດຝຣັ່ງກຽມສັ່ງແບນຢາສູບໄຟຟ້າແບບໃຊ້ແລ້ວຖິ້ມ ເພື່ອຫຼຸດຜ່ອນການສູບຢາ ແລະ ຜົນກະທົບດ້ານສິ່ງແວດລ້ອມ


ໃນໄລຍະປີທີ່ຜ່ານມາ ​​ສັງ​ຄົມ​ໃນ​ທົ່ວ​ໂລກ​ໄດ້​ຖືກ​ປົກຄຸມ​ດ້ວຍ​ອາຍນ້ຳ​ຈາກ​ຢາ​ສູບ​ໄຟຟ້າ​, ເຄື່ອງມືທີ່ເຄີຍເຊື່ອກັນວ່າເປັນຕົວຊ່ວຍໃນການເຊົາສູບຢາ ແລະ ມັນກໍຊ່ວຍໃຫ້ເຊົາສູບຢາມ້ວນ ແລ້ວຫັນມາສູບຢາໄຟຟ້າຫຼາຍຂຶ້ນ.

ດ້ວຍຄວາມເຊື່ອທີ່ວ່າຢາສູບໄຟຟ້າປອດໄພຫຼາຍກວ່າຢາສູບແບບມ້ວນ ເຊິ່ງອາດຈະເປັນຄວາມຈິງ ເພາະ​ມັນບໍ່ມີສານທີ່ກໍໃຫ້ເກີດມະເຮັງ ​ແລະ ແຕ່ກໍ​ສາ​ມາດ​ເຮັດໃຫ້ເຮົາເສບ​ຕິດ​ໄດ້​ເຊັ່ນ​ດຽວ​ກັນ. ເວົ້າງ່າຍໆ, ຢາສູບໄຟຟ້າບໍ່ມີຄາບອນໂມໂນໄຊ ແລະ ສານພິດທີ່ເກີດຈາກການເຜົາໄໝ້ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າມັນບໍ່ມີຜົນເສຍຕໍ່ສຸຂະພາບ.

Elizabeth Bourne ນາ​ຍົກ​ລັດ​ຖະ​ມົນ​ຕີໄດ້ກ່າວຜ່ານທາງວິທະຍຸວ່າ ຈະແບນຢາສູບໄຟຟ້າທີ່ໃຊ້ແລ້ວຖິ້ມ ເນື່ອງຈາກມັນເປັນອັນຕະລາຍຕໍ່ສິ່ງແວດລ້ອມ ແລະ ສາທາລະນະສຸກ. ມາດຕະການດັ່ງກ່າວຖືເປັນສ່ວນໜຶ່ງຂອງແຜນການຕໍ່ຕ້ານການສູບຢາແບບໃໝ່ທີ່ລັດຖະບານຮ່າງຂຶ້ນ ແລະ ຈະມີຜົນບັງຄັງໃຊ້ພາຍໃນສິ້ນປີນີ້.

ມາດຕະການດັ່ງກ່າວບໍ່ໄດ້ມີພຽງແຕ່ໃນປະເທດຝຣັ່ງ ຫຼາຍປະເທດໃນຢູໂຣບ ລວມເຖິງເຢຍລະມັນ, ເບວຢ່ຽມ ແລະ ໄອແລນໄດ້ປະກາດການສັ່ງແບນຢາສູບທີ່ມີລັກສະນະດຽວກັນ ເຊິ່ງອັງກິດ​ກໍ​ກຳລັງພິຈາລະນາເລື່ອງນີ້ຢູ່.

ນັກລົນນະລົງກ່າວວ່າ ຜູ້ຜະລິດຢາສູບໄຟຟ້າຫຼາຍ​ແຫ່ງ​ທີ່​ຕັ້ງ​ຢູ່​ໃນ​ຈີນ ຈົງໃຈມຸ່ງເປົ້າໄປທີ່ໄວໜຸ່ມ, ໂດຍການໃຊ້ສີສັນສົດໃສ ແລະ ຣົດຊາດຕ່າງໆທີ່ຫອມຫວານໄວ້ຫຼອກລໍ້ເຊີນຊວນໃຫ້ລອງ ແລະ ເສບຕິດໄປໃນທີ່ສຸດ.

Alliance Against Tobacco (ACT) ຫຼື ກຸ່ມພັນທະມິດຕ້ານຢາສູບ ເປີດເຜີຍຜົນການສຳຫຼວດທີ່ເກັບກຳຈາກເດັກນ້ອຍອາຍຸ 13–16 ປີ ພົບວ່າ ຫຼາຍກວ່າ 13% ຂອງເດັກນ້ອຍເຫຼົ່ານີ້ໄດ້ລອງໃຊ້ຢາສູບໄຟຟ້າແບບຖິ້ມແລ້ວຢ່າງໜ້ອຍໜຶ່ງຄັ້ງ ແລະ ເຄີຍລອງໃຊ້ເປັນຄັ້ງທຳອິດໃນຕອນອາຍຸ 11-12 ປີ.

ອີງຕາມກົດໝາຍແລ້ວຜູ້ທີ່ມີອາຍຸຕໍ່າກວ່າ 18 ປີບໍ່ສາມາດຊື້ຢາສູບໄດ້ ແຕ່ໃນຄວາມເປັນຈິງເດັກນ້ອຍ ແລະ ໄວໜຸ່ມມັກຈະຊອກຫາວິທີທາງຕ່າງໆ ເພື່ອເຂົ້າເຖິງໃນທຸກຮູບແບບ ແລະ ຜູ້ຂາຍກໍບໍ່ມັກຈະຂໍເບິ່ງບັດປະຈຳຕົວເພື່ອຍືນຍັນອາຍຸຈາກຜູ້ຊື້.

ນອກຈາກຢາສູບໄຟຟ້າຈະເປັນບັນຫາທາງດ້ານສັງຄົມ ແລະ ສຸຂະພາບແລ້ວ, ຢາສູບໄຟຟ້າທີ່ໃຊ້ແລ້ວຖິ້ມມັນຍັງສົ່ງຜົນເສຍຕໍ່ສິ່ງແວດລ້ອມ ຈາກຜົນສຳຫຼວດພົບວ່າ ຢາສູບໄຟຟ້າທີ່ໃຊ້ແລ້ວຖິ້ມມີຫຼາຍກວ່າ 1 ລ້ານຊິ້ນຕໍ່ອາທິດ ເຊິ່ງອຸປະກອນເຫຼົ່ານີ້ເຕັມໄປດ້ວຍສານເຄມີຈາກແບັດເຕີລີ, ນິໂຄຕິນ, ໂລຫະໜັກ ແລະ ພາສຕິກ

ທີ່ມາ:

bbc

beartai

lung

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/