ປະທານາທິບໍດີເກົາຫຼີໃຕ້ສະແດງຄວາມບໍ່ພໍໃຈ ຫຼັງຈາກຮູ້ວ່າຕໍາຫຼວດບໍ່ປະຕິບັດໜ້າທີ່ເມື່ອໄດ້ຮັບແຈ້ງເຫດ ກ່ອນເກີດເຫດຄົນເສຍຊີວິດໃນອີແທວອນ

ປະທານາທິບໍດີເກົາຫຼີໃຕ້

ຈາກເຫດການໂສກກະນາດຕະກໍາອີແທວອນ ແມ່ນໄດ້ສ້າງຄວາມສະເທືອນໃຈ ແລະຄວາມເຈັບປວດພາຍໃນຈິດໃຈໃຫ້ກັບຜູ້ທີ່ຢູ່ໃນເຫດການ, ຄອບຄົວຜູ້ເສຍຊີວິດຢ່າງມະຫາສານ. ແລະຫຼ້າສຸດນີ້ ປະທານາທິບໍດີ ຍຸນຊອກຍອລ ຂອງເກົາຫຼີໃຕ້ກໍໄດ້ອອກມາສະແດງຄວາມບໍ່ພໍໃຈຢ່າງໜັກ ຫຼັງຈາກໄດ້ຮັບຊາບຂໍ້ມູນວ່າໃນມື້ເກີດເຫດເຈົ້າໜ້າທີ່ຕໍາຫຼວດແມ່ນບໍ່ໄດ້ມີການດໍາເນີນການປະຕິບັດໜ້າທີ່ໃດໆ ເຖິງວ່າຈະໄດ້ຮັບໂທລະສັບເຖິງ 11 ສາຍທີ່ໂທເຂົ້າໄປແຈ້ງເຫດກ່ຽວກັບເຫດການອັນຕະລາຍທີ່ອາດຈະເກີດຂື້ນຈາກຈໍານວນຝູງຊົນແອອັດທີ່ເຂົ້າໄປຮ່ວມງານຮາໂລວີນໃນຮ່ອມແຄບໆ ທີ່ເຂດອີແທວອນ ກ່ອນທີ່ໃນເວລາຕໍ່ມາຈະເກີດເຫດໂສກກະນາດຕະກໍາຝູງຊົນທີ່ແອອັດແລະບຽດລົ້ມທັບກັນ ຈົນເຮັດໃຫ້ມີຜູ້ເສຍຊີວິດເຖິງ 156 ຄົນ ແລະ ບາດເຈັບອີກ 100 ກວ່າຄົນ.

ປະທານາທິບໍດີເກົາຫຼີໃຕ້

ທາງທໍານຽບຂາວຂອງປະທານາທິບໍດີເກົາຫຼີໃຕ້ໄດ້ເປີດເຜີຍວ່າ ຍຸນຊອກຍອລໄດ້ຮັບບັນທຶກການໂທລະສັບແຈ້ງເຫດສຸກເສີນຜ່ານສາຍດ່ວນ 112 ຂອງສຳນັກງານຕໍາຫຼວດເກົາຫຼີໃຕ້ຈໍານວນ 11 ສາຍ ທີ່ເກີດຂຶ້ນໃນຕອນແລງວັນເສົາ ທີ 29 ກ່ອນເກີດເຫດເປັນເວລາຫຼາຍຊົ່ວໂມງ ແລະໄດ້ມີຄໍາສັ່ງໃຫ້ເຈົ້າໜ້າທີ່ເລັ່ງກວດສອບຂໍ້ເທັດຈິງທີ່ເກີດຂຶ້ນຢ່າງໂປ່ງໃສ ຈົນກວ່າຈະປາສະຈາກຂໍ້ສົງໄສ ພ້ອມທັງມີການລະບຸວ່າຈະດໍາເນີນກົດໝາຍຕໍ່ຜູ້ທີ່ຮັບຜິດຊອບຢ່າງເຂັ້ມງວດ.

ປະທານາທິບໍດີເກົາຫຼີໃຕ້

ໃນສ່ວນ ຍຸນອີກຶນ ອະທິບໍດີສຳນັກງານຕໍາຫຼວດແຫ່ງຊາດເກົາຫຼີໃຕ້ ໄດ້ຖະແຫຼງຫຼັງປະທານາທິບໍດີຍຸນຊອກຍອລ ໄດ້ຮັບຊາບຂໍ້ມູນບັນທຶກການໂທລະສັບດັ່ງກ່າວ ໂດຍສະແດງຄວາມຂໍໂທດຕໍ່ການຕອບສະໜອງຂອງຕໍາຫຼວດທີ່ບໍ່ພຽງພໍ ແລະໃຫ້ຄໍາໝັ້ນວ່າຈະດໍາເນີນການກວດສອບພາຍໃນເຖິງຄວາມຜິດພາດທີ່ເກີດຂຶ້ນ.

ປະທານາທິບໍດີເກົາຫຼີໃຕ້

ນອກຈາກນີ້ດ້ານນາຍົກລັດຖະມົນຕີ ຮັນດ໊ອກຊູ ກ່າວໃນກອງປະຊຸມໄພພິບັດໃນຕອນເຊົ້າຂອງວັນທີ 2 ພະຈິກ ໂດຍລະບຸວ່າ ທາງຕໍາຫຼວດຕ້ອງອະທິບາຍຢ່າງຊັດເຈນແລະໂປ່ງໃສວ່າມີການຕອບສະໜອງແນວໃດຫຼັງຈາກທີ່ໄດ້ຮັບໂທລະສັບແຈ້ງເຫດສຸກເສີນກ່ອນທີ່ຈະເກີດເຫດໂສກກະນາດຕະກໍາດັ່ງກ່າວຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/