FED ຂຶ້ນດອກເບ້ຍເພີ່ມ 0,75% ດັນອັດຕາດອກເບ້ຍສະຫະລັດອາເມຣິກາ ສູງສຸດໃນຮອບ 14 ປີ

FED

FED (Federal Reserve) ຫຼື ທະນາຄານກາງຂອງສະຫະລັດອາເມຣິກາ ຂຶ້ນດອກເບ້ຍເພີ່ມ 0,75% ຕາມຄາດ ດັນອັດຕາດອກເບ້ຍສະຫະລັດສູງສຸດໃນຮອບ 14 ປີ.

ຄະນະກຳມະການກຳນົດນະໂຍບາຍການເງິນຂອງທະນະຄານກາງສະຫະລັດມີມະຕິເອກະສັນປັບອັດຕາດອກເບ້ຍຂຶ້ນ 0,75% ສູ່ລະດັບ 3,75% ຫາ 4,00% ໃນວັນພຸດທີ່ຜ່ານມາ ຫຼັງເຂົ້າສູ່ປີ 2022 ດ້ວຍອັດຕາດອກເບ້ຍ 0% ໂດຍມຸ່ງເປົ້າໄປທີ່ການຕໍ່ຕ້ານພາວະເງິນເຟີ້ລະດັບສູງສຸດໃນຮອບ 40 ປີ.

ທັງນີ້ FED ປະກາດຂຶ້ນດອກເບ້ຍ 0,75% ເປັນຄັ້ງທີ 4 ຕິດຕໍ່ກັນມາ ຫຼັງຈາກປັບອັດຕາດຽວກັນໃນເດືອນທີ່ຜ່ານມາ ຂະນະທີ່ອັດຕາເງິນເຟີ້ໃນສະຫະລັດຍັງຢູ່ທີ່ລະດັບສູງ ແລະ ນັບເປັນການຂຶ້ນດອກເບ້ຍຄັ້ງທີ 6 ຂອງ FED ໃນໄລຍະ 9 ເດືອນທີ່ຜ່ານມາ.

FED

ປະທານຂອງ FED ໄດ້ລະບຸວ່າ ການປັບຂຶ້ນອັດຕາດອກເບ້ຍ ເພື່ອລົດອັດຕາເງິນເຟີ້ລົງມານັ້ນ ໄວເກີນໄປທີ່ຈະຢຸດການເພີ່ມອັດຕາດອກເບ້ຍ

 ໃນປັດຈຸບັນ FED ຈະປຶກສາຫາລືກ່ຽວກັບການເພີ່ມຂຶ້ນຂອງອັດຕາດອກເບ້ຍຊ້າລົງ ໃນກອງປະຊຸມເດືອນທັນວາທີ່ຈະມາເຖິງນີ້.

ໃນການປັບປຸງເສດຖະກິດປະຈຳໄຕມາດ FED ຄາດຄະເນອັດຕາການວ່າງງານຈະເພີ່ມຂຶ້ນເຖິງ 4,4% ໃນປີ 2023 ຈາກ 3,7% ໃນມື້ນີ້ ລະດັບການເພີ່ມຂຶ້ນທີ່ມັກຈະມາພ້ອມກັບການຖົດຖອຍ ຈາກປັດໄຈທີ່ສົ່ງຜົນກະທົບຕໍ່ນະໂຍບາຍການເງິນກ່ຽວກັບກິດຈະກໍາເສດຖະກິດແລະອັດຕາເງິນເຟີ້ ແລະຄວາມກ້າວໜ້າທາງດ້ານເສດຖະກິດ-ການເງິນ ເຊັ່ນກັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/