ຄວາມລັບບໍ່ມີໃນໂລກ! ນັກວິທະຍາສາດຄົ້ນພົບວິທີ ອ່ານຄວາມຄິດຄົນໄດ້ຢ່າງຖືກຕ້ອງ ຜ່ານເຄື່ອງສະແກນ

ນັກວິທະຍາສາດ

ທີມວິໄຈຈາກ ມະຫາວິທະຍາໄລ ເທັກຊັສອອສຕິນ ສະຫະລັດອາເມຣິກາ, ໄດ້ພັດທະນາລະບົບວິທີທີ່ສາມາດຖອດລະຫັດ ‘ຄວາມຄິດ’ ຂອງມະນຸດໄດ້ໂດຍການວິເຄາະຮູບພາບທີ່ບັນທຶກໄວ້ໃນຄື້ນແມ່ເຫຼັກໄຟຟ້າຂອງສະໝອງ ຫຼື ‘fMRI’ ໄດ້ຢ່າງຖືກຕ້ອງ ໂດຍບໍ່ຕ້ອງມີການສໍາຜັດກັບສ່ວນໃດໜຶ່ງຂອງຮ່າງກາຍ ເຊິ່ງຖືເປັນໜຶ່ງໃນຄວາມກ້າວໜ້າທາງດ້ານ ປະສາດວິທະຍາ ທີ່ອາດຈະຊ່ວຍໃຫ້ຜູ້ທີ່ມີຄວາມຫຍຸ້ງຍາກໃນການສື່ສານໄດ້ໃນອະນາຄົດ.

ນັກວິທະຍາສາດ

ອາເລັກຊານເດີ ຮັ້ນ (Alexander Huth) ນັກປະສາດ ວິທະຍາ ຫົວໜ້າທີມວິໄຈໂຄງການດັ່ງກ່າວ ລະບຸວ່າ  ສິ່ງນີ້ເຄີຍເປັນໄປບໍ່ໄດ້ມາກ່ອນ ແລະ ເພື່ອຕິດຕາມສັນຍານໃນສະໝອງຢ່າງຖືກຕ້ອງ, ຈຳເປັນຕ້ອງມີການຜ່າຕັດ ແລະ ການຝັງອຸປະກອນເຂົ້າໄປໃນສະໝອງ. ແຕ່ວິທີການໃໝ່ນີ້ ບໍ່ຈໍາເປັນຕ້ອງສໍາຜັດ, ພຽງແຕ່ໃສ່ເຄື່ອງສະແກນຄື້ນສະໝອງເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ວິທີການນີ້ຍັງມີຂໍ້ຈໍາກັດທີ່ບໍ່ສາມາດເກັບກໍາກິດຈະກໍາຂອງສະໝອງໄດ້ແບບທັນທີ ຫຼື ວ່າ Real Time  ເພາະວ່າ fMRI ຕິດຕາມການໄຫຼຂອງເລືອດທີ່ມີອອກຊີເຈນຜ່ານສະໝອງ, ເຊິ່ງຊ້າກວ່າສັນຍານໄຟຟ້າສະໝອງທີ່ຈຸລັງສະໝອງປ່ອຍອອກມາຫຼາຍເທົ່າ. ພວກເຂົາບໍ່ສາມາດແປຄວາມຄິດອອກມາຢ່າງລະອຽດແບບຄໍຳຕໍ່ຄຳ ແຕ່ກໍຍັງສາມາດຕິດຕາມຄວາມຄິດ ແລ້ວສະຫຼຸບເລື່ອງໄດ້ຢ່າງຖືກຕ້ອງ.

ນັກວິທະຍາສາດ

ຜູ້ເຂົ້າຮ່ວມງານວິໄຈ ເພດຍິງ 1 ຄົນ ແລະ ເພດຊາຍ 2 ຄົນ ເຊິ່ງມີອາຍຸໃນລະດັບ 20 ຫາ 30 ປີ ພວກເຂົາໄດ້ຮັບຄຳສັ່ງໃຫ້ຟັງ Podcast ແລະ ລາຍການວິທະຍຸຕ່າງໆ ລວມກັນກວ່າ 16 ຊົ່ວໂມງ ໂດຍໄດ້ຮັບການສະໝອງເປັນໄລຍະ. ອາເລັກ ຊານເດີ ຮັ້ນ ເນັ້ນວ່າ ສິ່ງສຳຄັນຄື ຜູ້ເຂົ້າຮ່ວມວິໄຈ ຈະຕ້ອງຟັງສື່ຈາກຫຼາຍປະເພດ ຈາກນັ້ນລະບົບຖອດລະຫັດ ຈະເຮັດການຄາດເດົາອອກມາເປັນເລື່ອງລາວ.

ຜົນການວິໄຈພົບວ່າ ຂັ້ນຕອນການຄາດເດົາ ແລະ ກວດສອບຂອງລະບົບຖອດລະຫັດນັ້ນ ແມ່ມີຄວາມຖືກຕ້ອງໃນລະດັບດີ ກັບເລື່ອງລາວຈິງ ໃນ Podcast ຫຼື ລາຍການໃນວິທະຍຸ. ລະບົບຖອດລະຫັດສ້າງລະດັບຄຳທີ່ເຂົ້າໃຈໄດ້ ເຊິ່ງກູ້ຄືນຄວາມໝາຍຂອງຄຳທີ່ຖືກຮັບຮູ້ຄຳເວົ້າໃນຈິນຕະນາການ ແລະ ເຖິງແມ່ນຈະເປັນການເບິ່ງຮູບເງົາແບບບໍ່ມີສຽງ (Silent film) ກໍສາມາດຖອດໄດ້ ເຊິ່ງສະແດງໃຫ້ເຫັນວ່າລະບົບຖອດລະຫັດພາສານີ້ ສາມາດນຳໃຊ້ກັບວຽກງານແນວຄວາມໝາຍອື່ນໆໄດ້.

ຢ່າງໃດກໍຕາມ ກໍຍັງມີຂໍ້ຈຳກັດໃນເລື່ອງຂອງການໃຊ້ຄຳນາມ ແລະ ການແຍກແຍະບຸກຄົນທີໜຶ່ງອອກຈາກຄຳເວົ້າຂອງບຸກຄົນທີ 3 ເຊິ່ງລະບົບຈະຮູ້ວ່າເກີດຫຍັງຂຶ້ນ ແຕ່ບໍ່ຮູ້ວ່າໃຜເປັນຄົນເຮັດ ນັ້ນເອງ. ໂດຍ ອາເລັກຊານເດີ ຮັ້ນ ຍອມຮັບວ່າງານວິໄຈຄັ້ງນີ້ເປັນເລື່ອງໜ້າຂົນລຸກ ແລະ ເຮັດໃຫ້ຜູ້ຊ່ຽວຊານຫຼາຍຄົນເກີດຄວາມກັງວົນ ເມື່ອເບິ່ງໃນແງ່ມຸມຂອງຄວາມເປັນສ່ວນຕົວທາງຈິດ ແລະ ທາງຄວາມຄິດ.

ນັກວິທະຍາສາດ

ແຕ່ທີມວິໄຈ ໄດ້ເນັ້ນຢ້ຳວ່າ ເຖິງວ່າຜົນວິໄຈອອກມາຈະເບິ່ງຄືເປັນການ ອ່ານຄວາມຄິດ ຂອງຄົນອື່ນ ແຕ່ຜູ້ທີ່ຈະເຮັດໜ້າທີ່ການອ່ານຕ້ອງໄດ້ຜ່ານການເຝິກຝົນມາເປັນຢ່າງໜັກຈຶ່ງຈະສາມາດຖອດລະຫັດຄວາມຄິດໄດ້ຢ່າງຖືກຕ້ອງ. ພ້ອມນັ້ນທີມງານຍັງລະບຸຕື່ມວ່າ ເມື່ອພວກເຂົາຂໍໃຫ້ ອາສາສະໝັກ ຫັນເຫຄວາມສົນໃຈຂອງຕົນເອງໃນຂະນະທີ່ກຳລັງຮັບຟັງ Podcast ເຊັ່ນ ການນັບເລກ, ການຈິດຕະນາການເຖິງສັດສາວາສິ່ງ ແລະ ການຄິດເຖິງເລື່ອງຕ່າງໆ ເຊິ່ງຜົນອອກມາມັນເຮັດໃຫ້ ລະບົບຖອດລະຫັດບໍ່ສາມາດຖອດລະຫັດໄດ້ຢ່າງຖືກຕ້ອງ ແລະ ມີຄວາມຜິດພາດເກືອບທັງໝົດ.

ພ້ອມນີ້ ທີມວິໄຈຫວັງວ່າໃນໄລຍະຍາວ ເທັກໂນໂລຢີນີ້ຈະຖືກພັດທະນາຕໍ່ໄປເພື່ອໃຫ້ສາມາດໃຊ້ການເຊື່ອມຕໍ່ສື່ສານກັບຜູ້ທີ່ບໍ່ສາມາດເວົ້າ ສົ່ງສຽງ ຫຼື ພິມໃດໆໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/