ສຸດເສົ້າ UN ອອກມາເຕືອນ ແຜ່ນນ້ຳກ້ອນຊື່ດັງຂອງໂລກ ກໍາລັງຈະລະລາຍຫາຍໄປໃນປີ 2050

UN

ເປັນເລື່ອງທີ່ໜ້າເສົ້າໃຈສຳລັບໂລກເຮົາ ເມື່ອແຜ່ນນ້ຳກ້ອນໃນພື້ນທີ່ທີ່ທາງ UNESCO ປະກາດໃຫ້ເປັນແຫຼ່ງມໍລະດົກໂລກທັງອຸທິຍານ ເຢລໂລສະໂຕນ (Yellowstone) ແລະ ຄິຣີມັນຈາໂຣ (Kilimanjaro) ກໍາລັງຈະລະລາຍຫາຍໄປໝົດໃນປີ 2050 ໂດຍຂໍ້ມູນດັ່ງກ່າວແມ່ນໄດ້ຖືກເຜີຍແຜ່ໂດຍອົງການສະຫະປະຊາຊາດ (UN) ຈາກການສຶກສາຂໍ້ມູນຂອງແຜ່ນນ້ຳກ້ອນ 18.600 ແຫ່ງຈາກແຫຼ່ງມໍລະດົກໂລກ 50 ແຫ່ງລວມພື້ນທີ່ປະມານ 66.000 ກິໂລຕາແມັດ ແລະໄດ້ພົບວ່າ 1 ໃນ 3 ພື້ນທີ່ຂອງແຜ່ນນ້ຳກ້ອນກໍາລັງຈະຫາຍໄປ.

UN

ພ້ອມນີ້ ຜົນການສຶກສາຍັງຊີ້ໃຫ້ເຫັນວ່າ ແຜ່ນນ້ຳກ້ອນແມ່ນເລີ່ມລະລາຍໃນອັດຕາທີ່ເພີ່ມຂຶ້ນນັບຕັ້ງແຕ່ປີ 2000 ເນື່ອງຈາກການປ່ອຍແກ໊ສເຮືອນແກ້ວທີ່ສົ່ງຜົນໃຫ້ອຸນຫະພູມສູງຂຶ້ນ ເຊິ່ງນັ້ນເຮັດໃຫ້ໃນທຸກໆປີແຜ່ນນ້ຳກ້ອນຈະລະລາຍປະມານ 58.000 ລ້ານໂຕນ ທຽບເທົ່າກັບປະລິມານການໃຊ້ນ້ຳໃນ 1 ປີຂອງປະເທດຝຣັ່ງແລະສະເປນລວມກັນ. ຈາກປາກົດການດັ່ງກ່າວສົ່ງຜົນຕໍ່ການເພີ່ມຂຶ້ນຂອງລະດັບນ້ຳທົ່ວໂລກປະມານ 5%.

UN

ທາງດ້ານ ອໍເດຣຍ໌ ອາຊູເລຍ໌ (Audrey Azoulay) ຜູ້ອໍານວຍການ UNESCO ລະບຸວ່າ ຍັງມີຄວາມເປັນໄປໄດ້ທີ່ຈະຮ່ວມມືກັນຫາທາງຮັກສາແຜ່ນນ້ຳກ້ອນທີ່ຍັງເຫຼືອ 2 ໃນ 3 ຫາກວ່າທົ່ວໂລກຮ່ວມມືກັນ ຄວບຄຸມບໍ່ໃຫ້ອຸນຫະພູມເກີນ 1,5 ອົງສາ. ທັງນີ້ການເປີດເຜີຍລາຍງານດັ່ງກ່າວປຽບຄືຄໍາເຕືອນທີ່ໃຫ້ທຸກປະເທດຕ້ອງເລັ່ງດໍາເນີນການລົດການປ່ອຍແກ໊ສເຮືອນແກ້ວໂດຍໄວ ເພື່ອເປັນການຊ່ວຍຮັກສາແຜ່ນນ້ຳກ້ອນເອົາໄວ້ ພ້ອມນັ້ນ ອໍເດຣຍ໌ ຍັງຫວັງວ່າຈະມີຜົນເປັນຮູບປະທໍາຈາກກອງປະຊຸມ COP27 (ການປະຊຸມປ່ຽນແປງສະພາບພູມອາຫາດແຫ່ງສະຫະປະຊາຊາດ) ທີ່ຈະເລີ່ມຈັດຂຶ້ນໃນວັນຈັນທີ່ຈະມາຮອດນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/