ວັນທີ 29 ຕຸລາ 2021 ທີ່ຜ່ານມາ, Mark Zuckerberg ຫຼື CEO ຂອງ Facebook ໄດ້ປະກາດເປີດຕົວ Metaverse ຜ່ານທາງສື່ອອນລາຍຕ່າງໆ ພ້ອມທັງປ່ຽນຊື່ບໍລິສັດຈາກ Facebook, Inc. ມາເປັນຊື່ໃໝ່ໃນນາມ Meta Platforms, Inc. ຫຼື ເອີ້ນສັ້ນໆວ່າ Meta (ເມຕ້າ).
Metaverse ແມ່ນສິ່ງທີ່ຜູ້ບໍລິຫານ Facebook ເອງ ໄດ້ໃຫ້ນິຍາມມັນວ່າເປັນເໝືອນກັບໂລກແຫ່ງໃໝ່ ທີ່ຈະເຮັດໃຫ້ເຮົາສາມາດສ້າງຈິນຕະນາການໄດ້ຢ່າງບໍ່ສິ້ນສຸດ. ຖ້າໃຜເຄີຍເບິ່ງຮູບເງົາເລື່ອງ Ready Player One ກໍຈະຮູ້ວ່າສິ່ງທີ່ Mark ກຳລັງສ້າງນັ້ນກໍຄືກັບສິ່ງທີ່ຢູ່ໃນເລື່ອງນັ້ນ ເຊິ່ງເປັນໂລກສະເໝືອນຈິງທີ່ຜູ້ຄົນຈາກທຸກໆບ່ອນໃນໂລກ ສາມາດເຊື່ອມຕໍ່ເຂົ້າຫາກັນໄດ້ຢ່າງໄຮ້ພົມແດນ, ຢາກຈະຫຼິ້ນ, ຢາກຈະທ່ຽວ, ຢາກຈະເຮັດກິດຈະກຳຕ່າງໆ ກໍຈະເຮັດໄດ້ໂດຍທີ່ເຮົາບໍ່ຕ້ອງອອກໄປຂ້າງນອກ ໂດຍຜ່ານອຸປະກອນ VR (Virtual Reality).
Metaverse ໃນມື້ເປີດຕົວນັ້ນ ຖືວ່າສ້າງຄວາມຮືຮາບໍ່ໜ້ອຍໄປທົ່ວໂລກ, ຜູ້ຄົນທັງໂລກ ລວມທັງຜູ້ໃຊ້ງານ Facebook ເອງຕ່າງກໍພາກັນຕື່ນເຕັ້ນກັບວິດີໂອນຳສະເໜີຂອງ Mark ກ່ຽວກັບໂລກແຫ່ງໃໝ່ທີ່ຊື່ວ່າ Metaverse ຕະຫຼອດຄວາມຍາວວິດີໂອ 1 ຊົ່ວໂມງກວ່າ. ເມື່ອທັງໂລກກຳລັງຕະລຶງໃນສິ່ງທີ່ Metaverse ສາມາດເຮັດໄດ້ ແລະ ຜູ້ຄົນຕ່າງກໍພາກັນຄິດວ່າ Mark Zuckerberg ນັ້ນສາມາດເຮັດໃຫ້ທັງໂລກຫັນມາໃຫ້ຄວາມສົນໃຈລາວໄດ້ ຫຼັງຈາກເປີດຕົວໄປບໍ່ດົນເທົ່ານັ້ນ. ແຕ່ຈະໃຜຮູ້ບໍ່ວ່າ ກວ່າຈະມາເປັນ Metaverse ທີ່ເຮົາເຫັນໃນທຸກມື້ນີ້, ນັ້ນເປັນສິ່ງທີ່ Mark ເອງໄດ້ວາງແຜນໄວ້ເປັນເວລາ 8 ປີມາແລ້ວ ໂດຍທີ່ຄົນໃນໂລກສ່ວນໃຫຍ່ບໍ່ທັນໄດ້ສັງເກດຊ້ຳ.
ທຸກຄົນຮູ້ດີວ່າທີ່ຜ່ານມາ, Facebook ໄດ້ເຂົ້າຊື້ກິດຈະການລະດັບໂລກເຊັ່ນ: WhatsApp ແລະ Instagram ລວມມູນຄ່າປະມານ 20 ພັນລ້ານໂດລາສະຫະລັດ ເຊິ່ງທັງສອງບໍລິສັດຕ່າງກໍເປັນຜູ້ໃຫ້ບໍລິການກ່ຽວກັບ Social Media ຢູ່ແລ້ວ. ແຕ່ເມື່ອກັບໄປປີ 2014, Facebook ໄດ້ສ້າງຄວາມສົນໃຈໃນວົງການໄອທີອີກຄັ້ງໜຶ່ງ ເມື່ອໄດ້ປະກາດເຂົ້າຊື້ກິດຈະການ Oculus VR, ບໍລິສັດຜູ້ໃຫ້ບໍລິການອຸປະກອນແວ່ນຕາ VR ຫຼິ້ນເກມສະເໝືອນຈິງ ທີ່ຕີເປັນມູນຄ່າກວ່າ 2 ພັນລ້ານໂດລາສະຫະລັດໃນການຊື້ຄັ້ງນັ້ນ (ແພງກວ່າມູນຄ່າທີ່ຊື້ Instagram ເຖິງສອງເທົ່າ). ການຊື້ກິດຈະການຄັ້ງນັ້ນ ເຮັດໃຫ້ຜູ້ຄົນຕ່າງກໍພາກັນຄິດວ່າ Mark ລາວຄົງສົນໃຈໃນວົງການເກມ ເລີຍຢາກລອງເຮັດທຸລະກິດໄປແຂ່ງຂັນໃນອຸດສາຫະກຳວົງການເກມເບິ່ງ ເພາະເປັນວົງການທີ່ມີມູນຄ່າເມັດເງິນມະຫາສານ. ແຕ່ຄວາມຈິງແລ້ວມັນມີຫຍັງຫຼາຍກວ່ານັ້ນແນ່ນອນ ໃນການລົງທຶນຈົກເງິນຕັ້ງ 2 ພັນລ້ານໂດລາສະຫະລັດຊື້ກິດຈະການນັ້ນ ແລະ ນີ້ເອງທີ່ຖືເປັນຈຸດເລີ່ມການເຄື່ອນໄຫວແຜນການຂອງ Mark Zuckerberg.

ນັບຕັ້ງແຕ່ນັ້ນມາຫຼັງຈາກປີ 2014, Facebook ໄດ້ເຂົ້າໄປຊື້ກິດຈະການຕ່າງໆຫຼາຍກວ່າ 20 ບໍລິສັດທີ່ມີບໍລິການ ແລະ ສິນຄ້າແຕກຕ່າງກັນໄປ. ສື່ຂ່າວຕ່າງໆໄດ້ພະຍາຍາມເວົ້າວ່າ ການທີ່ Mark ຊື້ຫຼາຍຂະໜາດນັ້ນ ເປັນການໃຊ້ຈ່າຍເງິນທີ່ຟຸມເຟືອຍຫຼາຍ ເພາະບໍ່ຮູ້ວ່າຊື້ແລ້ວຈະເອົາມາເຮັດຫຍັງໄດ້ແດ່. ລອງມາເບິ່ງວ່າບໍລິສັດທີ່ Facebook ນັ້ນຊື້ ມີບ່ອນໃດທີ່ໜ້າສົນໃຈ:
- ProtoGeo Oy, ບໍລິສັດທີ່ເຮັດແອັບໃນການກວດຈັບການເຄື່ອນໄຫວຂອງເຮົາເວລາອອກກຳລັງກາຍ ວ່າມີລາຍລະອຽດຫຍັງ? (ໄລຍະການແລ່ນ, ຈຳນວນກ້າວໃນການຍ່າງ…)
- Pebbles Interfaces, ບໍລິສັດທີ່ສ້າງພາບໃນໂລກສະເໝືອນຈິງຕ່າງໆ ເຊິ່ງພາຍຫຼັງໄດ້ມາລວມກິດຈະການກັບ Oculus VR.
- Two Big Ears, ບໍລິສັດທີ່ເຮັດລະບົບສຽງຮອບທິດ ຫຼື ສຽງສະເໝືອນຈິງທີ່ເຮັດໃຫ້ເຮົາຮູ້ສຶກຄືວ່າໄດ້ຢູ່ສະຖານທີ່ນັ້ນແທ້ໆ.
ນອກຈາກການຊື້ກິດຈະການຕ່າງໆແລ້ວ, ໃນຕະຫຼອດ 8 ປີທີ່ຜ່ານມາ Facebook ກໍເລີ່ມຄ່ອຍໆເປີດຕົວບໍລິການໃໝ່ໆ ບໍ່ວ່າຈະເປັນ: Facebook Messenger (ບໍລິການສົ່ງຂໍ້ຄວາມລະຫວ່າງຜູ້ໃຊ້ ລວມທັງການໂທ ແລະ VDO Call), Facebook Pay (ບໍລິການຈ່າຍເງິນຊື້ເຄື່ອງເທິງ Facebook ໂດຍບໍ່ຕ້ອງອອກໄປຈ່າຍເງິນຢູ່ແອັບອື່ນ), Facebook Marketplace (ຕະຫຼາດອອນລາຍ ທີ່ໃຫ້ຄົນເຂົ້າມາຊື້-ຂາຍເຄື່ອງນຳກັນໄດ້) ແລະ ບໍລິການຍ່ອຍອື່ນໆອີກ ເຊິ່ງອີກອັນທີ່ຂາດບໍ່ໄດ້ໃນໄລຍະເວລາທີ່ຜ່ານມານັ້ນກໍຄືຫຼຽນ Cryptocurrency ຂອງທາງ Facebook ເອງທີ່ມີຊື່ວ່າ Diem ທີ່ຈະມາເປັນສະກຸນເງິນໃນອະນາຄົດສຳລັບ Facebook. ໃນສ່ວນຂອງ Facebook Glasses ເອງທີ່ເປັນແວ່ນຕາອັດສະລິຍະທີ່ຫາກໍເປີດຂາຍໄປ ກໍເປັນອີກໜຶ່ງຢ່າງທີ່ Facebook ກໍໝັ້ນໝາຍໃຫ້ເປັນອຸປະກອນສຳລັບອະນາຄົດອັນໃກ້ນີ້ອີກດ້ວຍ.

ຫຼັງຈາກທີ່ທຸກຢ່າງມັນເລີ່ມເຂົ້າທີ່ເຂົ້າທາງ ແລະ ບົ່ມມາໄດ້ທີ່ແລ້ວ ມັນກໍເປັນສັນຍານໃຫ້ທາງ Mark ເອງໄດ້ຮວບຮວມເອົາທຸກສິ່ງທີ່ລາວສ້າງມານັ້ນ ລວມຕົວກັນເກີດເປັນໂລກແຫ່ງໃໝ່ທີ່ຊື່ວ່າ “Metaverse” ນີ້ເອງ. ເຮົາຈະເຫັນໄດ້ວ່າ ສິ່ງທີ່ Metaverse ມີ ບໍ່ວ່າຈະເປັນການພົບກັນກັບຄົນອື່ນໃນໂລກສະເໝືອນຈິງ, ການທີ່ເຮົາສາມາດພົບປະກັບໝູ່ເພື່ອນໄດ້ທາງໄກ, ການທີ່ເຮົາສາມາດອອກກຳລັງກາຍໄດ້ໂດຍບໍ່ຕ້ອງໄປ Fitness, ການທີ່ເຮົາສາມາດໄປສະຖານທີ່ຕ່າງໆທີ່ສົມຈິງໄດ້ ແລະ ອີກຫຼາຍຢ່າງທີ່ໂລກແຫ່ງນີ້ເຮັດໄດ້ນັ້ນ ມັນກໍເປັນຜົນມາຈາກບໍລິສັດຕ່າງໆທີ່ Mark ນັ້ນຊື້ເຂົ້າມາເພື່ອພັດທະນາໃນແຕ່ລະສ່ວນຂອງ Metaverse ໃຫ້ສົມບູນແບບຍິ່ງຂຶ້ນ. ບໍລິການຕ່າງໆຂອງ Facebook ກໍຈະຖືກເຂົ້າມາໃຊ້ໃນໂລກນີ້ເຊັ່ນກັນ ບໍ່ວ່າຈະເປັນ Facebook Marketplace ທີ່ຈະເຮັດໃຫ້ເຮົາເຂົ້າມາຊື້-ຂາຍເຄື່ອງໃນໂລກ Metaverse ໂດຍທີ່ສາມາດໃສ່ລອງເຄື່ອງໄດ້ເອງເລີຍ, ການມີ Facebook Pay ທີ່ເຮັດໃຫ້ເຮົາສາມາດຊື້ເຄື່ອງໃນໂລກ Metaverse ໄດ້ຢ່າງງ່າຍດາຍ, ຫຼຽນ Diem currency ນັ້ນກໍອາດຈະກາຍມາເປັນສະກຸນເງິນໃນການໃຊ້ຈ່າຍໃນໂລກສະເໝືອນຈິງແຫ່ງນີ້ກໍເປັນໄດ້ ແລະ ແນ່ນອນວ່າ Facebook Glasses ກໍຈະເປັນອີກຈິກຊໍສ່ວນສຳຄັນໃຫ້ກັບໂລກ Metaverse ຢ່າງແນ່ນອນ.
ເມື່ອເຮົາມາພິຈາລະນາເບິ່ງແລ້ວ, ການເຂົ້າຊື້ບໍລິສັດຕ່າງໆ ແລະ ບໍລິການຕ່າງໆໃນ Facebook ທີ່ເປີດຕົວມາ ເປັນການບົ່ງບອກເຖິງພາລະກິດທີ່ຍິ່ງໃຫຍ່ຂອງ Mark Zuckerberg ເອງທີ່ໄດ້ວາງແຜນມາຕະຫຼອດ ເປັນເວລາ 8 ປີນັບແຕ່ຕັ້ງການເຂົ້າຊື້ບໍລິສັດ Oculus VR ຄັ້ງນັ້ນ. ໃນຕອນນີ້, ຮາກຖານທີ່ Mark ວາງໄວ້ ໄດ້ສ້າງຄວາມຝັນຂອງລາວໃຫ້ກາຍເປັນຈິງແລ້ວ ແລະ ຫຼັງຈາກນີ້, ຜູ້ຄົນທົ່ວໂລກລວມທັງເຮົາເອງ ກໍຄົງຕ້ອງພາກັນຈັບຕາເບິ່ງຕື່ມອີກວ່າ ປະຕິບັດການຄັ້ງຕໍ່ໄປຂອງ Mark Zuckerberg ນັ້ນຈະອອກມາເປັນແນວໃດ?
ຂໍ້ມູນອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/