ປະຊາຊົນ 1.018 ຄອບຄົວ ຍັງບໍ່ໄດ້ຮັບເງິນຊົດເຊີຍຈາກຜົນກະທົບຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ

ປະຊາຊົນ-1-018-ຄອບຄົວ-ຍັງບໍ່ບໍ່ໄດ້ຮັບເງິນຊົດເຊີຍ

ອົງການກວດກາແຫ່ງລັດ ໄດ້ຊີ້ແຈງຕໍ່ຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ແລະ ຄະນະປະຈຳສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 23 ທັນວາ 2022 ກ່ຽວກັບການກວດກາບ້ວງເງິນຊົດເຊີຍ ຜູ້ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ພ້ອມລະບຸວ່າ ຍັງເຫຼືອອີກ 1.018 ຄອບຄົວ ທີ່ຍັງບໍ່ໄດ້ຮັບເງິນຊົດເຊີຍຈາກຜົນກະທົບຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ.

ປະຊາຊົນ-1-018-ຄອບຄົວ-ຍັງບໍ່ບໍ່ໄດ້ຮັບເງິນຊົດເຊີຍ

ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ຊີ້ແຈງວ່າ: ການກວດກາບ້ວງເງິນຊົດເຊີຍ ຜູ້ໄດ້ຮັບຜົນກະທົບຈາກ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຕາມຕົວເລກທີ່ອົງການກວດກາແຫ່ງລັດ ໄດ້ຕິດຕາມ ເຊິ່ງມີຜູ້ໄດ້ຮັບຜົນກະທົບທັງໝົດ 6.855 ຄອບຄົວ, ມູນຄ່າທີ່ຈະຕ້ອງໄດ້ຊົດເຊີຍທັງໝົດ 1.948 ຕື້ກວ່າກີບ, ມາຮອດປັດຈຸບັນ ໄດ້ຊົດເຊີຍສຳເລັດແລ້ວ 5.837 ຄອບຄົວ, ມູນຄ່າ 1.483 ຕື້ກີບ, ຍັງຄ້າງ 1.018 ຄອບຄົວ ມູນຄ່າ 232,86 ຕື້ກີບ; ການຊົດເຊີຍໃຫ້ແກ່ຜູ້ຖືກຜົນກະທົບ ຍັງບໍ່ທັນສະຫຼຸບຂາດຕົວໄດ້ເທື່ອ ກຳລັງປະຕິບັດ ແລະ ຍັງມີຂໍ້ມູນຜົນກະທົບດ້ານທີ່ດິນ ແລະ ສິ່ງປຸກສ້າງຈຳນວນໜຶ່ງຍັງບໍ່ທັນຈະແຈ້ງ ຍັງຕົກລົງມູນຄ່າການຊົດເຊີຍບໍ່ທັນໄດ້ ໂດຍສະເພາະ ຜົນກະທົບໃນການກໍ່ສ້າງທາງເຂົ້າສູ່ສະຖານີລົດໄຟ ຢູ່ 4 ແຂວງ ແລະ ນະຄອນຫຼວງວຽງຈັນ; ຖ້າລົງເກັບກຳຄືນມູນຄ່າຊົດເຊີຍ ອາດຈະຫຼາຍກວ່ານີ້ ເພາະຜົນກະທົບຫຼາຍອັນທີ່ຍັງບໍ່ທັນໄດ້ຄິດໄລ່ ເຊິ່ງຈະໄດ້ປຶກສາຫາລືກັນຄືນໃໝ່.

ປະຊາຊົນ-1-018-ຄອບຄົວ-ຍັງບໍ່ບໍ່ໄດ້ຮັບເງິນຊົດເຊີຍ

ສ່ວນການແກ້ໄຂຜົນກະທົບຕໍ່ປະຊາຊົນ ທີ່ຕິດພັນກັບໂຄງການ ກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ອົງການກວດກາແຫ່ງລັດ ໄດ້ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ນຳຄະນະຄຸ້ມຄອງ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຕໍ່ໄປ.

ປະຊາຊົນ-1-018-ຄອບຄົວ-ຍັງບໍ່ບໍ່ໄດ້ຮັບເງິນຊົດເຊີຍ

ນອກຈາກນີ້ທ່ານ ປະທານອົງການກວດກາແຫ່ງລັດ ຍັງໄດ້ຂຶ້ນຊີ້ແຈງກ່ຽວກັບ ບັນຫາການກວດກາ ຍົກເວັ້ນພາສີອາກອນ ກ່ຽວກັບການນຳເຂົ້ານ້ຳມັນເຊື້ອໄຟ ໂດຍລະບຸວ່າ: ສຳລັບການກວດກາ ຍົກເວັ້ນພາສີອາກອນການນຳເຂົ້ານ້ຳມັນເຊື້ອໄຟ ແມ່ນໄດ້ມີການດຳເນີນການແລ້ວ ແຕ່ມາຮອດປັດຈຸບັນຍັງບໍ່ທັນໄດ້ຄຳຕອບທີ່ແນ່ນອນ ເຫດຜົນເນື່ອງຈາກບັນຫາດັ່ງກ່າວນີ້ ໄດ້ມີການປະສານກັບພາກສ່ວນທີ່ກ່ຽວຂ້ອງ ຜູ້ທີ່ອະນຸມັດໃຫ້ນຳເຂົ້າ, ຜູ້ທີ່ອະນຸມັດໃຫ້ຍົກເວັ້ນ ແລະ ກະຊວງກ່ຽວຂ້ອງ, ແຕ່ພາກສ່ວນດັ່ງກ່າວກໍຍັງບໍ່ທັນໄດ້ສະໜອງເອກະສານ ຫຼື ຂໍ້ມູນໃຫ້ອົງການກວດກາເທື່ອ ເຊິ່ງພວກເຮົາຈະສືບຕໍ່ປະຕິບັດວຽກທີ່ສະພາແຫ່ງຊາດ ໄດ້ມອບໃຫ້ທີ່ຍັງຄ້າງ ໃນປີ 2023 ນີ້.

ສຳລັບໂຄງການກໍ່ສ້າງເສັ້ນທາງລົດໄຟລາວຈີນ ແມ່ນມີການລິເລີ່ມປະຕິບັດດຳເນີນໂຄງການກໍ່ສ້າງມາຕັ້ງແຕ່ປີ 2016 ມີໄລຍະທາງລວມກວ່າ 1.035 ກິໂລແມັດ ແລະ ກໍ່ສ້າງສຳເລັດພ້ອມໃຫ້ບໍລິການ ໃນວັນທີ 2 ທັນວາ 2021. ປັດຈຸບັນ ເສັ້ນທາງລົດໄຟລາວ-ຈີນໄດ້ກາຍເປັນ 1 ໃນທ່າແຮງສຳຄັນໃນການຊຸກຍູ້ເສດຖະກິດ ໂດຍສະເພາະຂະແໜງການທ່ອງທ່ຽວທາງພາກເໜືອ ຂອງ ສປປ ລາວ.

ຂອບໃຈຂໍ້ມູນຈາກ: https://bit.ly/3PS73cx

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/