ປະຊາຊົນອິນເດຍ ນົບໄຫວ້ບູຊາ ຕົ້ນກະເພົາ ເພາະເຊື່ອວ່າເປັນຕົ້ນສັກສິດ


ຄວາມເຊື່ອ ແລະ ວັດທະນະທຳ ໃນໂລກເຮົາລ້ວນແລ້ວແຕ່ມີຄວາມແຕກຕ່າງກັນອອກໄປ ນັບທັງວັດທະນະທຳການນຸ່ງຖື, ພາສາ ແລະ ການສື່ສານການເວົ້າ ພ້ອມກັບຄວາມເຊື່ອທີ່ບໍ່ຄືກັນ.

ອິນເດຍ ກໍເປັນປະເທດໜຶ່ງທີ່ມີວັດທະນະທຳ ແລະ ຄວາມເຊື່ອທີ່ຍຶດຖືກັນມາແຕ່ດົນນານ ແລະ ປັດຈຸບັນກໍຍັງຮັກສາຄວມເຊື່ອນັ້ນໄວ້ ໂດຍສະເພາະ ຄວາມເຊື່ອຂອງ ຕົ້ນກະເພົາ ເຊິ່ງຊາວອິນເດຍ ໄດ້ນັບຖື ແລະ ບູຊາຂາບໄຫວ້ ໃນທຸກເທສະການ, ເພາະເຊື່ອວ່າຕົ້ນກະເພົາ ຫຼື ໃບກະເພົາ ເປັນຕົ້ນໄມ້ທີ່ສັກສິດ ຄູ່ບ້ານຄູ່ເມືອງ ຮັກຫອມບູຊາຢູ່ເປັນປະຈຳ.

ໃນຕຳນານເຄີຍໄດ້ກ່າວໄວ້ວ່າ: ຕົ້ນກະເພົາເປັນຮ່າງອະວະຕານຂອງມະເຫສີພຣະນາຣາຍ ແລະ ມີຂໍ້ຫ້າມບໍ່ໃຫ້ເອົາສິ່ງເປິເປື້ອນໄປຫົດຕົ້ນກະເພົາເດັດຂາດ. ການປູກແມ່ນຈະປູກຢູ່ໜ້າເຮືອນ ພ້ອມກັນປູກທຸກຫຼັງເຮືອນອີກ, ທີ່ສຳຄັນໄປກວ່ານັ້ນ ຍັງຫ້າມບໍ່ໃຫ້ຕັດກິ່ງ ຫຼື ຖອນຕົ້ນກະເພົາອີກດ້ວຍ ຕ້ອງປ່ອຍໃຫ້ມັນຕາຍໄປຕາມທຳມະຊາດເທົ່ານັ້ນ ແລະ ຕົ້ນທີ່ຕາຍໄປຍັງສາມາດນຳເອົາມາບູຊາຕໍ່ໄປໄດ້ອີກ.

ເມື່ອເປັນພືດທີ່ມີຄວາມສັກສິດ ຊາວອິນເດຍຈະບໍ່ນຳເອົາຕົ້ນກະເພົາມາປຸງແຕ່ງເປັນອາຫານກິນຢ່າງເດັດຂາດ, ເວົ້າໄດ້ວ່າພວກເຂົາໃຫ້ຄວາມເຄົາລົບນັບຖືຕົ້ນກະເພົາເທົ່າກັບງົວເລີຍ.

ນອກຈາກນີ້ ອິນເດຍຍັງມີຄວາມເຊື່ອ ແລະ ວັດທະນະຫຼາຍຢ່າງ ທີ່ຫຼາຍຄົນຍັງບໍ່ທັນຮູ້ ເຊິ່ງນັບບໍ່ໄດ້ວ່າຫຼາຍເທົ່າໃດ, ແຕ່ຄວາມເຊື່ອນັ້ນ ທຸກຄົນກໍມີກັນທົ່ວໄປ ແຕ່ອາດຈະແຕກຕ່າງກັນໄປຕາມແຕ່ລະເຂດ ຫຼື ແຕ່ລະທ້ອງຖິ່ນນັ້ນເອງ.

ຂອບໃຈຂໍ້ມູນຈາກ:

อร่อยจนแขกเคือง ว่าด้วยเรื่องผัดกะเพรา (bangjovi.blogspot.com)

รู้ไหม ‘กะเพรา’ คือพืชศักดิ์สิทธิ์ในอินเดีย – BrandThink

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/