ສ.ເກົາຫຼີເກີດແນວຄິດຜະລິດ “Hope Tape” ເປັນການຊ່ວຍຊອກຫາເດັກສູນຫາຍ


ໃນໄລຍະທີ່ເຊື້ອພະຍາດ ໂຄວິດ-19 ແຜ່ລະບາດ, ການສັ່ງສິນຄ້າອອນລາຍຖືວ່າ ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ເນື່ອງຈາກບໍ່ຈຳເປັນຕ້ອງອອກຈາກເຮືອນຂອງຕົນເອງ ແລະ ໄປພົບພໍ້ກັບອັນຕະລາຍຈາກພະຍາດທີ່ກຳລັງລະບາດນີ້, ແຖມຍັງສົ່ງກົງເຖິງເຮືອນຂອງຕົນເອງ ບໍ່ຕ້ອງແບກ ຫຼື ຂົນເອງໃຫ້ຫຍຸ້ງຍາກອີກດ້ວຍ.

ສ.ເກົາຫຼີຈຶ່ງເກີດໄອເດຍໃໝ່ໃນການຫາຜູ້ສູນຫາຍໂດຍໃສ່ຊື່ແຄມເປນວ່າ “Hope Tape” ຫຼື “ສະກັອດແຫ່ງຄວາມຫວັງ” ທີ່ໃຊ້ສຳລັບຕິດກ່ອງທີ່ໃຊ້ຂົນສົ່ງວັດສະດຸຕ່າງໆ ເພື່ອເພີ່ມໂອກາດໃນການຊອກຫາກຸ່ມຄົນທີ່ສູນຫາຍຫຼາຍຂຶ້ນ.

ໃນຕົວຂອງສະກັອດຍັງມີ QR code ເຊິ່ງສາມາດລິ້ງກັບແອັບພິເຄຊັນໃນມືຖື ເຊິ່ງຜູ້ພົບເຫັນແມ່ນສາມາດແຈ້ງ ແລະ ຄົ້ນຫາຂໍ້ມູນກ່ຽວກັບເດັກເສຍໄດ້ເພີ່ມຂຶ້ນອີກ ບໍ່ພຽງເທົ່ານັ້ນຍັງສາມາດທີ່ຈະລົງທະບຽນສະແກນລາຍນິ້ວມືຂອງເດັກ ຫຼື ລູກນ້ອຍໃນເຮືອນໄວ້ ກໍລະນີທີ່ອາດເກີດເຫດການທີ່ບໍ່ຄາດຄິດມາກ່ອນ.

ສະກັອດນີ້ແມ່ນຖືກນຳໃຊ້ໃນໄປສະນີ 22 ແຫ່ງທົ່ວນະຄອນຫຼວງ Seoul ແທນທີ່ສະກັອດທຳມະດາ ຖືວ່າເປັນວິທີທີ່ສາມາດກະຈາຍຂໍ້ມູນ ແລະ ເພີ່ມຊ່ອງທາງໃນການຊອກຫາເດັກສູນຫາຍໄດ້ເປັນຢ່າງດີ ພ້ອມກັບຄວາມສະດວກສະບາຍ ແລະ ວ່ອງໄວ.

ທີ່ມາ: https://www.creatrip.com/th/blog/7320

ພາບ: Ethical Marketing News, Branding in Asia Magazine

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/