ມາຮູ້ຈັກກັບ ຜູ້ຍິງທີ່ຢູ່ໃນຮູບໄອຄອນ ຂອງ Clubhouse


ແອັບພິເຄຊັ່ນ Clubhouse ເປັນອີກ platform ໜຶ່ງທີ່ກຳລັງເປັນທີ່ນິຍົມ ແລະ ໄດ້ຮັບຄວາມສົນໃຈຫຼາຍໃນຂະນະນີ້.

ແຕ່ເຮົາເຄີຍສົງໄສກັນບໍ່ວ່າ ຜູ້ຍິງທີ່ຢູໃນຮູບ icon ຫຼື ໜ້າປົກ ຂອງ Clubhouse ນັ້ນແມ່ນໃຜ? ແລ້ວເຫດຜົນໃດທາງ Clubhouse ຈຶ່ງນຳມາໃຊ້ເປັນສັນຍະລັກຂອງແອັບ?
Drue Kataoka (ດຣູ ຄາຕາໂອກະ) ແມ່ນຊື່ຂອງຜູ້ຍິງຜົມສັ້ນທີ່ຢູເທິງ icon ຂອງ Clubhouse ໃນຕອນນີ້, Drue Kataoka ເປັນສີລະປິນສາຂາທັດສະນະສິນ (Visual Art) ແລະ ນັກເຄື່ອນໄຫວຊາວອາຊີ.

Drue Kataoka ໄດ້ເຄີຍມອບເງິນຈາກການຂາຍຜົນງານ ເພື່ອມອບເປັນທຶນການສຶກສາໃຫ້ແກ່ເດັກນ້ອຍ ໃນໄລຍະທີ່ເກີດເຫດການ 911 (ເຮືອບິນຕຳຕຶກ World Trade Center) ໃນປີ 2001, ເມື່ອແອັບພິເຄຊັ່ນ Clubhouse ໄດ້ເປີດຕົວໃນປີ 2020 ດຣູ ຄາຕາໂອກະ ກໍເປັນບຸກຄົນກຸ່ມທຳອິດທີ່ເລີ່ມສ້າງຫ້ອງ ເພື່ອເຜີຍແຜ່ມຸມມອງແນວຄິດ ທາງດ້ານສີລະປະ ແລະ ການພັດທະນາວຽກງານເຄື່ອນໄຫວທາງສັງຄົມ ຈົນມີຜູ້ຕິດຕາມເຖິງ 7ແສນກວ່າຄົນ.

ເລື່ອງ StopAsianHate ກໍເປັນອີກປະເດັນໜຶ່ງທີ່ ດຣູ ຄາຕາໂອກະ ໄດ້ໃຫ້ຄວາມສົນໃຈເປັນພິເສດ ແລະ ດຣູ ຄາຕາໂອກະ ຍັງໄດ້ເຄີຍລະດົມທຶນໃນຫ້ອງ Clubhouse ເປັນຈຳນວນເງິນ 85,000 USD ໃຫ້ກັບແຄມເປນ #StopAsianHate ແລະ #24HoursofLove ເພື່ອສະໜັບສະໜູນໃຫ້ແກ່ຄວາມຍຸຕິທຳ ແລະ ຄວາມເປັນທຳທາງດ້ານເຊື້ອຊາດ.

ຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/