Laurel Hubbard ນັກກິລາຍິງຍົກນ້ຳໜັກ ປະເທດນິວຊີແລນ ເຊິ່ງເປັນຄົນທຳອິດທີ່ແປງເພດຊາຍເປັນຍິງ ແລະ ໄດ້ຮັບຮອງໃຫ້ແຂ່ງໃນໂຕກຽວໂອແລມປິກ (Tokyo Olympics) ທີ່ຈະມາຮອດນີ້.
ໃນກໍລະນີນີ້ ໄດ້ເກີດມີການຖົກຖຽງກັນຫຼາຍພໍສົມຄວນ ທັງໃນແງ່ລົບ ແລະ ໃນແງ່ບວກ, ໃນຄວາມຄິດຂອງຫຼາຍຄົນກໍຍັງສົງໄສໄປຕາມໆກັນ ເພາະມີເອກະສານຕ່າງໆທີ່ສະແດງໃຫ້ເຫັນວ່າເປັນເພດຊາຍ ແລະ ມີຫຼາຍຄົນທີ່ເຄີຍປ່ຽນເພດມາເປັນຍິງ ກໍມີຄຳຄິດເຫັນບໍ່ເຫັນດີນຳຢ່າງຍິ່ງ.
ເຖິງຢ່າງກໍຕາມ ທາງນິວຊີແລນກໍຕ້ອນຮັບລາວເປັນຢ່າງດີ ເພາະລາວກໍໄດ້ຜ່ານການຄັດເລືອກມາແລ້ວ ຈາກສະຫະພັນໂອແລມປິກທີ່ຮັບຮອງມາ.

ກ່ອນໜ້ານີ້ໄດ້ມີຜົນງານຫຼາຍລາຍການບໍ່ວ່າຈະເປັນ ການແຂ່ງຂັນຍົກນ້ຳໜັກໃນຖານະເພດຊາຍໃນປີ 2017 ໄດ້ຫຼຽນເງິນຈາກລາຍການຊິງແຊ້ມໂລກ ກ່ອນທີ່ຈະໄດ້ອັນດັບ 6 ໃນປີ 2019.
ພາຍໃຕ້ແນວທາງໃໝ່ຂອງຄະນະກຳມະການ ໂອແລມປິກສາກົນ (ICU) ທີ່ອະນຸມັດໃຫ້ທຣານເຈນເດີ ສາມາດລົງແຂ່ງຂັນກິລາໂອແລມປິກໄດ້ ໂດຍກຳນົດວ່າຕ້ອງມີລະດັບຮໍໂມນເທສໂທສເຕີໂຣນ ທີ່ເປັນຮໍໂມນເພດຊາຍຕ່ຳກວ່າ 10 ນາໂນໂມນຕໍ່ລິດເປັນເວລາຢ່າງຕ່ຳ 1 ປີ.

ທາງປະທານຄະນະກຳມະການໂອແລມປິກແຫ່ງນິວຊີແລນ ໄດ້ລະບຸໄວ້ວ່າ: ລໍເຣວ ໄດ້ຜ່ານເກນຄຸນສົມບັດຂອງ IWF ລວມເຖິງຫຼັກເກນຂອງ ICO ສຳລັບນັກກິລາຂ້າມເພດ.
“ຂ້ອຍຮູ້ສຶກຂອບໃຈການສະໜັບສະໜູນຂອງຊາວນິວຊີແລນຈຳນວນຫຼາຍທີ່ມອບໃຫ້ກັບຂ້ອຍ” ລໍເຣວ ກ່າວໃນຖະແຫຼງການ
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/