ບໍ່ແມ່ນທາງເລືອກແຕ່ເປັນທາງລອດ bioCap ວັດຖຸດິບຈາກພືດ ນະວັດຕະກຳ ກຳຈັດເສດໄມໂຄຣພລາສຕິກ


ເວົ້າໄດ້ວ່າບັນຫາໄມໂຄພລາສຕິກໃນປັດຈຸບັນນີ້ຍັງຄົງເປັນມົນລະພິດທີ່ທ້າທາຍໃນການຊອກຫາວິທີທາງແກ້ໄຂໄດ້ຢ່າງມີປະສິດທິພາບ. ເພາະບັນດາເສດພລາສຕິກນ້ອຍໆທີ່ເຮົາເບິ່ງບໍ່ເຫັນນີ້ ມັນໄດ້ມີການກະຈາຍໄປໃນຫຼາຍຊ່ອງທາງບໍ່ວ່າຈະເປັນ ນໍ້າ, ອາກາດ, ອາຫານການກິນ, ຈົນຮອດພາຍໃນຮ່າງກາຍຂອງສິ່ງທີ່ມີຊີວິດ. ສາເຫດເຫຼົ່ານີ້ ກໍໜີບໍ່ພົ້ນການກະທຳຂອງມະນຸດ ໃນການຈັດການສິ່ງເສດເຫຼືອທີ່ບໍ່ມີປະສິດທິພາບ, ອີກທັງຍັງມີທ່າອ່ຽງວ່າພາຍໃນປີ 2050 ຂີ້ເຫຍື້ອທີ່ກະຈາຍຢູ່ໃນສິ່ງແວດລ້ອມອາດຈະສະສົມຮອດຈໍານວນ 10 ພັນລ້ານໂຕນ.

ເຖິງແນວນັ້ນກໍບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ສາມາດຫາວິທີແກ້ໄຂໄດ້ ເພາະເມື່ອບໍ່ດົນມານີ້ທີມນັກວິໄຈແມ່ນໄດ້ຄົ້ນພົບນະວັດຕະກໍາທີ່ຊື່ວ່າ bioCap ທີ່ສາມາດກັ່ນຕອງໄມໂຄຣພລາສຕິກທີ່ປົນເປື້ອນຈາກຖົງຊາໄດ້ຢ່າງມະຫັດສະຈັນ ເຊິ່ງປະສິດທິພາບໃນການກັ່ນຕອງຂອງມັນແມ່ນມີຜົນທີ່ 95.2% ຫຼື ອາດຈະໄດ້ຫຼາຍເຖິງ 99.99% ຂອງອະນຸພາກໄມໂຄຣພາສຕິກທັງໝົດ ທີ່ເຈືອປົນໃນນໍ້າຊາ ແລະ ຍັງໄດ້ຮັບການທົດລອງໃນໜູ ທີ່ສາມາດພົບວ່າ bioCap ສາມາດຫຼຸດການເຈືອປົນໃນອະໄວຍະວະຂອງໜູໄດ້.

bioCap ແມ່ນຖືກຄົ້ນຄວ້າຈາກນັກວິໄຈໃນຫຼາຍສະຖາບັນ, ໂດຍແນວຄວາມຄິດຂອງເພິ່ນກໍແມ່ນມາຈາກການມີຄວາມກັງວົນຕໍ່ເສດໄມໂຄຣພລາສຕິກທີ່ປົນເປື້ອນຈາກເສື້ອຜ້າ, ຜະລິດຕະພັນທຳຄວາມສະອາດ, ບັນຈຸພັນອາຫານພລາສຕິກ ແລະ ອື່ນໆ. ເຊິ່ງນະວັດຕະກຳນີ້ແມ່ນມີການທົດລອງໃຊ້ໃນການດັກຈັບທາງນໍ້າ ໂດຍການດັດແປງ ເສດໄມ້ທີ່ເປັນເສດຂີ້ເລື່ອຍ ແລ້ວປະສົມສານ ແທນນິກ ອາຊິດ ແລະ ສານໂພລີຟີນອລຈາກທຳມະຊາດ. ເຊິ່ງເມື່ອນໍາມາປະຕິກິລິຍາກັນເຫັນວ່າສານດັ່ງກ່າວສາມາດສ້າງໂມເລກຸນທີ່ແຂງແກ່ນໃນການດຶງດູດຈໍາພວກສານໂພລີເມີທີ່ເປັນອົງປະກອບຂອງພລາສຕິກໄດ້ດີ.

ໂດຍເພິ່ນໄດ້ທົດລອງໃຊ້ກັບໄມໂຄຣພລາສຕິກທີ່ດັກຈັບໄດ້ຕາມທຳມະຊາດໂດຍການສົມທຽບຂີ້ເລື່ອຍທຳມະດາ ແລະ ຂີ້ເລື່ອຍຂອງ bioCap, ພົບວ່າຂີ້ເລື່ອຍທຳມະດາສາມາດດັກຈັບໄມໂຄຣພລາສຕິກໄດ້ພຽງແຕ່ 10% ແລະ ໃນຂະນະທີ່ bioCap ສາມາດດັກຈັບໄດ້ 95.2% ຫາ 99.99%.

ເນື່ອງຈາກປະສິດທິພາບທີ່ເຫັນຜົນໄດ້ຊັດເຈນ, ໃນການວິໄຈຄັ້ງຕໍ່ໄປແມ່ນເພິ່ນຈະມີການທົດລອງໃນຂະໜາດທີ່ນ້ອຍກວ່າໄມໂຄຣພລາສຕິກໃນອະນຸພາກ 110 ນາໂນແມັດ. ເຊິ່ງໃນລະດັບນາໂນແມ່ນຈະມີຄວາມອັນຕະລາຍໃນການເຂົ້າສູ່ລະດັບອະໄວຍະວະໄດ້ຫຼາຍຊ່ອງທາງບໍ່ວ່າຈະເປັນໃນເສັ້ນເລືອດໃນສະໝອງ ແລະ ສ່ຽງຕໍ່ສຸຂະພາບຫຼາຍຂຶ້ນ.

ຂໍ້ມູນຈາກ:

sciencetimes

newatlas

UBC News

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/