ບໍລິສັດ Panasonic ໃນຍີ່ປຸ່ນ ປະກາດໃຫ້ພະນັກງານເຮັດວຽກແຕ່ 4 ມື້ຕໍ່ອາທິດ


ຍີ່ປຸ່ນເປັນປະເທດທີ່ທຸກຄົນທົ່ວໂລກຮູ້ຈັກດີວ່າມີວັດທະນະທຳການເຮັດວຽກຢ່າງໜັກ ແຕ່ວ່າບໍລິສັດຜະລິດຕະພັນເຄື່່ອງໄຟຟ້າຍັກໃຫຍ່ຢ່າງ Panasonic ກໍໄດ້ອອກມາປະກາດມາດຕະການທີ່ກົງກັນຂ້າມກັບວັດທະນະທຳ ໂດຍການໃຫ້ພະນັກງານມາເຮັດວຽກພຽງ 4 ມື້ຕໍ່ອາທິດເທົ່ານັ້ນ.

ເພື່ອການທີ່ຈະພັດທະນາການຄຸນະພາບເຮັດວຽກ ແລະ ການໃຊ້ຊີວິດຂອງພະນັກງານ, ລັດຖະບານຍີ່ປຸ່ນໄດ້ສະເໜີໃຫ້ບັນດາບໍລິສັດອະນຸຍາດໃຫ້ບຸກຄະລາກອນຂອງຕົນເອງ ມີທາງເລືອກມາເຮັດວຽກ 4 ມື້ຕໍ່ອາທິດ. CEO ຂອງບໍລິສັດ Panasonic, Yuki Kusumi ກໍໄດ້ອອກມາເຫັນດີຕໍ່ໄອເດຍນັ້ນ ວ່າທາງບໍລິສັດຕ້ອງການສະໜັບສະໜູນພະນັກງານ ແລະ ຄວາມຫຼາກຫຼາຍ ເນື່ອງຈາກທີມງານບາງຄົນອາດຈະມີວຽກເສີມ ຫຼື ຊີວິດສ່ວນຕົວນອກເໜືອຈາກວຽກຫຼັກນີ້.

ນອກຈາກນີ້ ທາງບໍລິສັດວາງແຜນຈະເພີ່ມການປັບຕົວວຽກໃຫ້ເຂົ້າກັບສະຖານະການໄປອີກ ບໍ່ວ່າຈະເປັນການທີ່ພະນັກງານເລືອກຈະເຮັດວຽກຢູ່ໃສກໍໄດ້ ຫຼື ໃຫ້ພະນັກງານຍ້າຍໄປສຳນັກງານໃນຕົວເມືອງຕ່າງໆ.

ນອກຈາກ Panasonic ກໍມີບໍລິສັດອື່ນທີ່ສະເໜີນະໂຍບາຍເຮັດວຽກ 4 ມື້ຕໍ່ອາທິດນີ້ເຊັ່ນ ບໍລິສັດຢາ Shionogi ແລະ ບໍລິສັດເທັກໂນໂລຢີໃນການພັດທະນາລະບົບ Encourage Technologies ເຊິ່ງຈະເລີ່ມໃນເດືອນເມສານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/