ຕຳຫຼວດບຸກຈັບສາວຄາເຮືອນ! ຫຼັງຈາກໂພສຂໍ້ຄວາມບໍ່ພໍໃຈພໍ່ຄ້າຢາບ້າລົງເຟສ ພ້ອມອ້າງວ່າ “ກຸມານທອງ” ຢາກເສບຢານຳ


ເມື່ອວັນທີ 15 ມັງກອນ ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດ ຂອງ ບຸຣີຣຳ ປະເທດໄທ ໄດ້ນຳກຳລັງເຂົ້າໄປຈັບກຸມຕົວນາງ ສຸວັນນີ ຫຼື ນາງ ບີ ອາຍຸ 21 ທີ່ ເຮືອນພັກແຫ່ງໜຶ່ງ ໃນຈັງຫວັດບຸຣີຣຳ ຫຼັງຈາກນາງ ບີ ໄດ້ໂພສຮູບຮູບຢາບ້າຜ່ານທາງເຟສບຸກສ່ວນຕົວ ພ້ອມຂຽນຂໍ້ຄວາມໃນລັກສະນະຈົ່ມບໍ່ພໍໃຈພໍ່ຄ້າຢາບ້າວ່າ “ລາຄາຢາບ້າ 2,500 ບາດ ໄດ້ 200 ເມັດ, ຂາຍ 10 ເມັດ 500 ໄດ້ກຳໄລຫຼວງຫຼາຍ ແຕ່ກັບລູກຜູ້ຍິງມຶງຍັງໃຫ້ກູບໍ່ຄົບເລີຍ”.

ຈາກນັ້ນເຈົ້າໜ້າທີ່ຕຳຫຼວດໄດ້ນຳຕົວ ນາງ ບີ ມາສອບສວນທີ່ ສຳນັກງານຕຳຫຼວດ ກຣະສັງ ໂດຍ ນາງ ບີ ໃຫ້ການສາລະພາບວ່າ ຕົນໄດ້ເປັນຄົນໂພສຮູບຢາບ້ານັ້ນແທ້ ແລະ ຮູບທີ່ເຫັນກໍເປັນຮູບແທ້ ມີຢາບ້າຈຳນວນ 20 ເມັດ ທີ່ຊື້ມາຈາກພໍ່ຄ້າຢາບ້າໃນລາຄາ 1,000 ບາດ ເຊິ່ງສາເຫດທີ່ໂພສຮູບດັ່ງກ່າວນັ້ນເປັນຍ້ອນ ນ້ອຍໃຈໝູ່ ແລະ ຢາກເຂົ້າໄປນອນຄຸກອີກຄັ້ງ ຫຼັງຈາກກ່ອນໜ້ານີ້ນາງບີ ກໍເຄີຍຖືກຈັບເຂົ້າຄຸກໃນຂະນະທີ່ໄລຟ໌ສົດເສບຢາມາແລ້ວ.

ນາງ ບີ ບອກວ່າ ຍອມຮັບວ່າເສບຢາມາດົນແລ້ວ ໂດຍຕົນເອງ ແລະ ໝູ່ປ່ຽນກັນໃຫ້ຢາບ້າເຊິ່ງກັນແລະກັນ ຍາມທີ່ບໍ່ມີຢາ. ນອກຈາກນີ້ ນາງ ບີ ຍັງລ້ຽງກຸມານທອງເອົາໄວ້ອີກ 2 ຕົວ ແລະ ກໍເຄີຍຊວນມາລອງເສບນຳກັນ ຫຼັງຈາກນັ້ນກຸມານທອງກໍເລີ່ມຫິວ ມາບອກວ່າຂໍເສບຢາແດ່ ຕົນເອງກໍໄດ້ໃຫ້ກຸມານທອງເສບ.

ເບື້ອງຕົ້ນຕຳຫຼວດຕັ້ງຂໍ້ຫາຄອບຄອງຢາເສບຕິດ ແລະ ເສບຢາປະເພດໜຶ່ງ (ຢາບ້າ) ສໍາລັບປະຫວັດ ນາງ ບີ ແມ່ນເຄີຍຮັບການປິ່ນປົວອາການທາງປະສາດມາກ່ອນ ແລະ ເຄີຍຖືກເຈົ້າໜ້າທີ່ຕຳຫຼວດຈັບກຸມຕົວມາແລ້ວ ຫຼັງຈາກທີ່ໄລຟ໌ສົດການເສບຢາບ້າເມື່ອເດືອນ ພຶດສະພາ 2021 ເຊິ່ງຕອນນີ້ຢູ່ລະຫວ່າງການຄຸມປະພຶດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/