ແຂວງບໍ່ແກ້ວ ວາງຄາດໝາຍຕັ້ງແຕ່ປີນີ້ຈົນຮອດປີ 2025 ຈະສ້າງໃຫ້ເປັນແຂວງຜະລິດສິນຄ້າກະສິກຳສະອາດ


ແຂວງບໍ່ແກ້ວ ໄດ້ວາງຄາດໝາຍສູ້ຊົນແຕ່ນີ້ຮອດປີ 2025 ຈະສ້າງໃຫ້ເປັນແຂວງຜະລິດກະສິກຳສະອາດ ເພື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນໃຫ້ປາກົດຜົນເປັນຈິງ ພ້ອມເຮັດໃຫ້ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ຕາມຄາດໝາຍ.

ແຕ່ນີ້ຈົນຮອດປີ 2025 ບໍ່ແກ້ວຈະສ້າງໃຫ້ເປັນແຂວງຜະລິດສິນຄ້າກະສິກຳສະອາດ ເພື່ອຕອບສະໜອງພາຍໃນ ແລະ ສົ່ງອອກ, ພ້ອມທັງຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 3 ແສນກວ່າໂຕນ, ຜະລິດສິນຄ້າສົ່ງອອກໃຫ້ໄດ້ 192,694 ໂຕນ ແລະ ໝາກກ້ວຍຫອມຈະສົ່ງອອກ 7 ແສນກວ່າໂຕນ, ຢາງພາລາ 1 ແສນກວ່າໂຕນ.

ໂດຍຈະກຳນົດເອົາເຂດພັດທະນາກະສິກຳຕາມທ່າແຮງ ແລະ ຄວາມອາດສາມາດທາງດ້ານທຳມະຊາດ ໃຫ້ເປັນພື້ນຖານໃນການພັດທະນາແບບຍືນຍົງ ສຸມໃສ່ການຜະລິດບໍລິໂພກພາຍໃນສົ່ງອອກ ຕິດພັນກັບການປຸງແຕ່ງທີ່ໄດ້ກຳນົດເອົາເຂດທົ່ງພຽງ ແລະ ເຂດທົ່ງພຽງນ້ອຍຕາມຮ່ອມພູ ເພື່ອສະໜອງໃຫ້ພາຍໃນ ແນໃສ່ຄ້ຳປະກັນສະບຽງອາຫານກັບທີ່ໃຫ້ກຸ້ມກິນ ແລະ ສົ່ງອອກ.

ສ່ວນວຽກງານປ່າໄມ້ ແມ່ນໃຫ້ໄດ້ຮັບການຄຸ້ມຄອງຕາມລະບຽບກົດໝາຍ ຕິດພັນກັບການຟື້ນຟູປ່າສົ່ງເສີມການປູກຕົ້ນໄມ້ຫຼາຍຊະນິດ ຊຸກຍູ້ຫົວໜ່ວຍທຸລະກິດທີ່ມີຄວາມພ້ອມ ຜະລິດໃຫ້ກາຍເປັນສິນຄ້າໜຶ່ງເມືອງ ຫຼື ຜະລິດຕະພັນສຳຫຼວດເຂດນິຄົມອຸດສາຫະກຳ ເພື່ອສ້າງແຂວງບໍ່ແກ້ວໃຫ້ກາຍເປັນແຂວງຜະລິດກະສິກຳສິນຄ້າສະອາດ ເພື່ອຕອບສະໜອງໃຫ້ແກ່ການບໍລິໂພກພາຍໃນ ແລະ ສົ່ງອອກ. ສ້າງເງື່ອນໄຂອຳນວຍຄວາມສະດວກແກ່ການນຳເຂົ້າ ພາຫະນະກົນຈັກ ແລະ ອຸປະກອນ ຜົນຜະລິດກະສິກຳ ແລະ ການປະຕິບັດນະໂຍບາຍຕ່າງໆໃຫ້ຖືກຕ້ອງ ທັງເປັນການດຶງດູດການລົງທຶນ, ສູ້ຊົນສ້າງຕາຂ່າຍໄຟຟ້າເຂົ້າຫາບ້ານທີ່ບໍ່ທັນມີໄຟຟ້າຊົມໃຊ້ໃຫ້ສຳເລັດ, ຕິດຕັ້ງໄຟເຍືອງທາງດ້ວຍລະບົບແສງຕາເວັນເຂົ້າສູ່ເຂດພັດທະນາຂອງແຂວງ ເພື່ອສ້າງເປັນຕົວເມືອງໃນຊົນນະບົດ, ສືບຕໍ່ຕິດຕາມຊຸກຍູ້ໂຄງການປັບປຸງກໍ່ສ້າງສະໜາມບິນ, ການກໍ່ສ້າງປູຢາງ 2 ຊັ້ນ ເມືອງປາກທ່າຫາເມືອງຜາອຸດົມ ທາງຊອຍເທສະບານເມືອງ, ໂຄງການອະນຸພາກພື້ນແມ່ນ້ຳຂອງ ແລະ ໂຄງການກໍ່ສ້າງຂົວຂ້າມແມ່ນ້ຳຂອງ ໃຫ້ສຳເລັດຕາມແຜນ ວຽກງານຂົນສົ່ງທາງບົກ-ທາງນ້ຳ, ທາງອາກາດ ໃຫ້ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ, ສ້າງແຂວງບໍ່ແກ້ວໃຫ້ເປັນຈຸດເຊື່ອມຕໍ່-ເຊື່ອມຈອດ ດ້ານການຂົນສົ່ງຂອງບັນດາແຂວງພາກເໜືອຂອງລາວກັບອະນຸພາກພື້ນ, ເອົາໃຈໃສ່ຊີ້ນຳຄຸ້ມຄອງການປຸກເຄຫາສະຖານໃຫ້ເຂົ້າສູ່ກົດໝາຍ ແລະ ລະບຽບການ, ທັງເປັນເຈົ້າການຜັນຂະຫຍາຍ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ໃຫ້ແຂວງບໍ່ແກ້ວ ກ້າວຂຶ້ນສູ່ຄວາມຮັ່ງມີເຂັ້ມແຂງ ແລະ ນຳເອົາຄວາມຢູ່ດີກິນດີອັນແທ້ຈິງ ມາສູ່ປະຊາຊົນບັນດາເຜົ່າຢ່າງບໍ່ຢຸດຢັ້ງ.

ຂອບໃຈຂໍ້ມູນຈາກ: https://bit.ly/3I9h14s

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/