ບໍລິສັດຫຼາຍກວ່າ 70% ຄາດວ່າເສດຖະກິດຍີ່ປຸ່ນຈະມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນປີນີ້, ເນື່ອງຈາກໄດ້ຮັບແຮງໜຸນຈາກການໃຊ້ຈ່າຍທີ່ເພີ່ມຂຶ້ນ


ສຳນັກຂ່າວຕ່າງປະເທດໄດ້ເປີດເຜີຍຜົນສຳຫຼວດວ່າ ບໍລິສັດລາຍໃຫຍ່ຂອງຍີ່ປຸ່ນຫຼາຍກວ່າ 70% ຄາດການວ່າເສດຖະກິດຂອງປະເທດຈະມີການເຕີບໂຕຂຶ້ນໃນປີ 2024, ໂດຍເຊື່ອວ່າການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະ ການໃຊ້ຈ່າຍເງິນທຶນທີ່ເຂັ້ມແຂງຈະຊົດເຊີຍຜົນກະທົບຈາກອັດຕາເງິນເຟີ້ໄດ້.

ໂດຍຜົນສໍາຫຼວດຈາກ 113 ບໍລິສັດເຊິ່ງລວມທັງ Toyota Motor Corp. ແລະ SoftBank Group Corp., ໄດ້ເປີດເຜີຍໃຫ້ເຫັນວ່າ 72% ຂອງບໍລິສັດກ່າວວ່າພວກເຂົາຄາດຫວັງວ່າເສດຖະກິດຈະເຕີບໂຕໃນລະດັບປານກາງ, ໃນຂະນະທີ່ 1% ຄາດວ່າເສດຖະກິດຈະຂະຫຍາຍຕົວຢ່າງແຂງແຮງໃນປີ 2024. ເຊິ່ງຕົວເລກດັ່ງກ່າວແມ່ນສູງກວ່າ 56% ທີ່ພວກເຂົາໄດ້ຄາດການໄວ້ໃນປີກາຍນີ້ວ່າ ເສດຖະກິດຈະເຕີບໂຕໃນລະດັບປານກາງ – ເຂັ້ມແຂງ. ເຖິງວ່າລາຄາວັດຖຸດິບ ແລະ ພະລັງງານທີ່ເພີ່ມສູງຂຶ້ນຈະແມ່ນປັດໄຈທີ່ສ່ຽງກໍຕາມ.

ມຸມມອງໃນເຊີງ​ບວກ​ນີ້​ແມ່ນ​ສອດຄ່ອງ​ກັບ​ການ​ຄາດ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຂອງ​ອົງການ​ຮ່ວມ​ມືທາງດ້ານເສດຖະກິດ ​ແລະ ​ການ​ພັດທະນາ​ (OECD) ທີ່​ຄາດ​ວ່າ​ເສດຖະກິດ​ຍີ່ປຸ່ນ​ຈະ​ເຕີບ​ໂຕຂື້ນ 1.0% ​ໃນ​ປີ 2024 ​ແຕ່​ຊະລໍຕົວລົງ​ຈາກ 1.7% ທີ່ເຄີຍຄາດ​ການໄວ້​ໃນ​ປີ 2023.

ທັງນີ້, 85% ຂອງບໍລິສັດໃຫ້ເຫດຜົນສໍາລັບການຄາດການເຕີບໂຕຂອງພວກເຂົາໃນການຕອບແບບສໍາຫຼວດແບບຫຼາຍທາງເລືອກວ່າ: ເສດຖະກິດຈະຂະຫຍາຍຕົວຍ້ອນການຟື້ນຕົວຂອງການບໍລິໂພກເອກະຊົນ, ໃນຂະນະທີ່ 65% ບອກວ່າຈະມາຈາກການໃຊ້ຈ່າຍຈາກນັກທ່ອງທ່ຽວຂາເຂົ້າທີ່ເພີ່ມສູງຂຶ້ນ.

ໃນ​ຂະ​ນະ​ດຽວ​ກັນ, 62% ກ່າວ​ວ່າ​ການ​ໃຊ້​ຈ່າຍ​ເງິນທຶນ​ອາດ​ຈະ​ເພີ່ມ​ຂຶ້ນ ຍົກ​ຕົວ​ຢ່າງເຊັ່ນ: ໃນຂະແໜງການ semiconductor ບໍລິສັດໄຕ້ຫວັນ semiconductor ບໍລິສັດການຜະລິດ (TSMC) ກໍາລັງກໍ່ສ້າງໂຮງງານທີ່ມີມູນຄ່າ 8.6 ຕື້ໂດລາໃນແຂວງ Kumamoto ແລະ Rapidus Corp. ວາງແຜນທີ່ຈະສ້າງໂຮງງານຜະລິດຊິບທີ່ທັນສະໄໝໃນ Hokkaido.

ຜົນ​ການ​ສຳ​ຫຼວດ​ໄດ້​ດຳ​ເນີນ​ການສອບຖາມ​ບັນ​ດາ​ບໍ​ລິ​ສັດລາຍ​ໃຫຍ່​ຂອງ​ຍີ່​ປຸ່ນ​ນັບຕັ້ງແຕ່​ທ້າຍ​ເດືອນ​ພະ​ຈິກ​ເຖິງ​ທ້າຍ​ເດືອນ​ທັນ​ວາ.

ທີ່ມາ:

kyodonews

agenzianova

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/