TWICE ຢືນຢັນຈະກັບມາພ້ອມ Mini Album ໃໝ່ໃນເດືອນ ກຸມພາ ນີ້!


ເມື່ອວັນທີ 3 ມັງກອນ 2024 ທີ່ຜ່ານມາ ທາງ JYP Entertainment ໄດ້ອອກມາເປີດເຜີຍວ່າ TWICE ກຳລັງຢູ່ໃນລະຫວ່າງການກຽມຕົວເພື່ອໂປຣໂໝດອາລະບ້ຳຊຸດໃໝ່ ເຊິ່ງຈະປ່ອຍອອກມາໃນຮູບແບບມິນິອາລະບ້ຳ ແລະ ໄດ້ວາງກຳນົດຢ່າງເປັນທາງການໃນວັນທີ 23 ກຸມພາ 2024 ນີ້.

ໂດຍມິນິອາລະບ້ຳຊຸດໃໝ່ນີ້ຈະເປັນຊຸດທີ 13 ຂອງວົງ ຈະໃຊ້ຊື່ວ່າ  ‘With YOU-th’ ເຊິ່ງກ່ອນທີ່ຈະປ່ອຍອາລະບ້ຳອອກມານັ້ນ ຈະມີເພງປ່ອຍອອກມາໃຫ້ແຟນໆໄດ້ຟັງກັນກ່ອນໃນວັນທີ 2 ກຸມພາ 2024 ພ້ອມກັບການເປີດເຜີຍຂໍ້ມູນທຳອິດຂອງການກັບມາໃນຄັ້ງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/