ບົດຮຽນລາຄາແພງ ຈາກການວິຈານ ແລະ ໝິ່ນປະໝາດພຣະມະຫາໄພວັນໃນອິນເຕີເນັດ


ບໍ່ດົນມານີ້ ພຣະມະຫາໄພວັນ ວັນນະບຸດ ຈາກປະເທດໄທໄດ້ມີການຖືກກຸ່ມຄົນໃນໂລກອອນລາຍ ລວມໄປເຖິງສື່ຂ່າວໃຫຍ່ໃນປະເທດໂຈມຕີລົງໃນໂລກອິນເຕີເນັດ ວ່າດ້ວຍເລື່ອງການທີ່ມີຊື່ສຽງ ໄປຈົນຮອດການມີຊັບສິນຫຼວງຫຼາຍຈາກຊື່ສຽງ ເພື່ອໃຫ້ຜູ້ອື່ນໄດ້ເບິ່ງພຣະມະຫາໄພວັນວ່າເປັນຜູ້ທີ່ບໍ່ໜ້າເຊື່ອຖືຈົນທຳລາຍຕຳແໜ່ງຂອງເພິ່ນ.

ແຕ່ພຣະມະຫາໄພວັນນັ້ນ ກໍໄດ້ມີການຕອບໂຕ້ກັບຄືນ ໂດຍປະກາດຈະຟ້ອງທັງຄົນໃນໂລກອອນລາຍ ແລະ ສື່ຂ່າວດັງທີ່ພາດຂ່າວໃຫ້ຕົນເອງເສຍຫາຍ. ຖ້າຊະນະຄະດີ ກໍຈະໃຊ້ມັນເປັນຄ່າວ່າຈ້າງໃຫ້ແກ່ທະນາຍທັງໝົດ. ສຸດທ້າຍແລ້ວ, ທາງຜູ້ຂຽນຂ່າວຈາກສຳນັກຂ່າວດັງກໍໄດ້ອອກມາຂຽນຂໍໂທດພຣະມະຫາໄພວັນ ແລະ ຂໍໃຫ້ຍຸຕິການຟ້ອງຮ້ອງດັ່ງກ່າວ. ຕາມມາພ້ອມກັບສຳນັກຂ່າວ ທີ່ໄດ້ອອກຈົດໝາຍຂໍໂທດຢ່າງເປັນທາງການລົງສື່. ພຣະມະຫາໄພວັນຈຶ່ງໄດ້ຍຸຕິການຟ້ອງຮ້ອງນັ້ນພ້ອມຂຽນລົງເຟສບຸກວ່າ:

“ຢ່າຄິດຂົ່ມເຫັງໃຜ ແລະ ຢ່າຍອມໃຫ້ໃຜຂົ່ມເຫັງເຮົາ ໃຫ້ອ່ອນໂຍນ ແຕ່ຢ່າອ່ອນແອ ໃຫ້ສຸພາບສະເພາະກັບຄົນທີ່ໃຫ້ກຽດເຄົາລົບເຮົາ” ປະໂຫຍກດັ່ງກ່າວແມ່ນເພິ່ນໄດ້ກ່າວເຖິງບຸກຄົນທີ່ໄດ້ມີການຂົ່ມເຫັງບໍ່ວ່າຈະທັງຕໍ່ໜ້າ ຫຼື ທັງໃນໂລກອອນລາຍ. ເນື່ອງຈາກວ່າເຫດການຄັ້ງນີ້ບໍ່ແມ່ນຄັ້ງທຳອິດ ແລະ ມັນສະສົມກັນມາເລື້ອຍໆ ຈົນສົ່ງຜົນໃຫ້ເພິ່ນໄດ້ປະກາດວ່າຈະສິກອອກມາ.

ກໍລະນີດັ່ງກ່າວນີ້ ເມື່ອກັບມາເບິ່ງສັງຄົມໃນໂລກອິນເຕີເນັດ ກໍຈະເຫັນໄດ້ຢ່າງຫຼວງຫຼາຍ. ຄົນເຮົາເມື່ອຢູ່ຫຼັງຈໍຄອມ ແລະ ຄີບອດ ກໍເປັນດັ່ງເກາະທີ່ປ້ອງກັນເຮົາຈາກການໂຕ້ຕອບກັບຄົນຢູ່ຕໍ່ໜ້າ ແຕ່ມັນກໍເຮັດໃຫ້ເຮົາເລືອກຈະພິມຫຼາຍສິ່ງອອກມາໂດຍບໍ່ໄດ້ມີການກັ່ນຕອງໄວ້ກ່ອນ. ຍິ່ງເປັນໂລກອອນລາຍແລ້ວ ກໍຍິ່ງຍາກທີ່ຈະເຂົ້າໃຈພຽງຕົວໜັງສືທີ່ບໍ່ມີອາລົມ ຫຼື ນ້ຳສຽງບົ່ງບອກ. ບາງຄົນກໍໂຈມຕີຜູ້ອື່ນຜ່ານຄຳເວົ້າກົດຂີ່ຂົ່ມເຫັງ ຫຼື ພາສາອັງກິດເອີ້ນວ່າ Cyberbully. ຍິ່ງຜູ້ທີ່ຖືກຂົ່ມເຫັງບໍ່ອອກມາຕໍ່ສູ້ ຕົວຜູ້ທີ່ຂົ່ມເຫັງຜູ້ອື່ນນັ້ນບໍ່ໄດ້ຮູ້ຕົວເລີຍວ່າ ເຂົາເຈົ້າເປັນໜຶ່ງໃນສ່ວນທີ່ກຳລັງທຳລາຍຊີວິດຂອງຜູ້ອື່ນ.

ດ້ວຍເຫດນັ້ນເອງ, ການທີ່ພຣະມະຫາໄພວັນໄດ້ອອກມາຕອບໂຕ້ບັນດາຄົນທີ່ໂຈມຕີນັ້ນ ບາງຄົນອາດຈະເບິ່ງວ່າເກີນໄປ ມັນເປັນພຽງໃນໂລກອິນເຕີເນັດ. ແຕ່ພວກເຂົາບໍ່ໄດ້ຮັບຮູ້ວ່າ ຄຳວິຈານທີ່ໜັກໜ່ວງ ຫຼື ການໝິ່ນປະໝາດ ໄດ້ທຳລາຍຊື່ສຽງ ແລະ ກຽດຕິຍົດຂອງເພິ່ນ. ການທີ່ເພິ່ນຟ້ອງນັ້ນກໍແມ່ນການປົກປ້ອງສິດທິຕົນເອງ ຖ້າບໍ່ລົງມືຈັດການຟ້ອງ, ຄົນອື່ນກໍຄົງຈະຍັງສືບຕໍ່ຂົ່ມເຫັງເພິ່ນຕໍ່ໄປ.

ຂອບໃຈຂໍ້ມູນຈາກ: https://cutt.ly/MT6BfV8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/