ໃກ້ເຂົ້າມາແລ້ວ ທີມຊາດລາວສູ້ໆ! ກັບການແຂ່ງຂັນບານເຕະ AFF SUZUKI CUP 2020 ທີ່ປະເທດສິງກະໂປ


ຕອນເຊົ້າຂອງວັນທີ 1 ທັນວາ 2021 ນັກເຕະທີມຊາດລາວຊຸດໃຫຍ່ ໄດ້ເດີນທາງໄປຍັງປະເທດສິງກະໂປແລ້ວ ເພື່ອໄປແຂ່ງຂັນບານເຕະຊິງແຊ້ມອາຊຽນ ປະຈໍາປີ 2020 AFF SUZUKI CUP 2020 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 05 ທັນວາ 2021 ຫາ 01 ມັງກອນ 2022 ຢູ່ທີ່ປະເທດສິງກະໂປ ໂດຍ ທີມຊາດລາວ ຢູ່ຮ່ວມກຸ່ມ ບີ ຮ່ວມກັບ ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ.

ໃນການແຂ່ງຂັນຄັ້ງນີ້ ມີຄວາມຕື່ນເຕັ້ນ ແລະ ມ່ວນມັນກັນຢ່າງແນ່ນອນ ເພາະນັກເຕະລາວເຮົາກໍມີປະສົບການທີ່ຫຼາກຫຼາຍ ມີນັກເຕະຄວາມສາມາດລະດັບຕົ້ນໆຂອງປະເທດ, ພ້ອມກັນນີ້ ຍັງມີໝຸ່ມ ບິນລີ້ ນັກເຕະຫົວໃຈຮັກທີມຊາດລາວ ໄດ້ມາເສີມທັບໃນທີມຊາດລາວຊຸດໃຫຍ່ຄັ້ງນີ້.

ເງິນຮາງວັນລາຍການດັ່ງກ່າວ ທີມຊະນະເລີດ ຈະໄດ້ຮັບເງິນຮາງວັນ 300,000 ໂດລາ, ອັນດັບ 2 ໄດ້ຮັບເງິນຮາງວັນ 100,000 ໂດລາ ແລະ ຜ່ານເຂົ້າຮອບຮອງຊະນະເລີດ ຈະໄດ້ຮັບເງິນຮາງວັນ 50,000 ໂດລາ.

ຕາຕະລາງ ການແຂ່ງຂັນ ທີມຊາດລາວ

– ວັນທີ 06/12/2021 ເວລາ 19:30 ທີມຊາດລາວ ພົບ ທີມຊາດຫວຽດນາມ

– ວັນທີ 09/12/2021 ເວລາ 16:30 ທີມຊາດລາວ ພົບ ມາເລເຊຍ

– ວັນທີ 12/12/2021 ເວລາ 16:30 ທີມຊາດລາວ ພົບ ທີມຊາດອິນໂດເນເຊຍ

– ວັນທີ 15/12/2021 ເວລາ 16:30 ທີມຊາດລາວ ພົບ ທີມຊາດກຳປູເຈຍ

ທຸກໆນັດທີ່ ທີມຊາດລາວ ລົງສະໜາມແມ່ນຈະແຂ່ງຂັນຢູ່ທີ່ສະໜາມ BISHAN STADIUM ປະເທດສິງກະໂປ.

ກຳນົດການເດີນທາງຂອງນັກກິລາ ທີມຊາດລາວ ຊຸດໃຫຍ່ ແມ່ນອອກເດີນທາງໄປທີ່ປະເທດ ສິງກະໂປ ໃນວັນທີ 01 ທັນວາ 2021 (ຕອນເຊົ້າຂອງມື້ນີ້) ຂະນະທີ່ ບິນລີ້ ເກດແກ້ວພົມພອນ, ສຸກອາພອນ ວົງຈຽງຄຳ, ມິດສະດາ ສາຍໃຕ້ຟ້າ ແລະ ພຸດທະໄຊ ໂຄຈະເລີນ ແມ່ນຈະເດີນທາງໄປສົມທົບທີມຢູ່ທີ່ປະເທດສິງກະໂປ.

ທີ່ມາ:

https://bit.ly/3loKZsh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/