Barbados ປະກາດປົດ Queen Elizabeth ຈາກການເປັນປະມຸກຂອງປະເທດ ແລະ ປ່ຽນລະບອບການປົກຄອງເປັນ ສາທາລະນະລັດຢ່າງເປັນທາງການ


ກ່ອນໜ້ານີ້ໃນວັນທີ 16 ກັນຍາທີ່ຜ່ານມາ ສຳນັກຂ່າວ BBC ໄດ້ລາຍງານວ່າ Barbados (ບາເບໂດສ) ປະເທດທີ່ເປັນເກາະໃນພາກພື້ນ Caribbean ຂອງອາເມຣິກາເໜືອ ເຊິ່ງເຄີຍເປັນອະດີດອານານິຄົມຂອງອັງກິດ ໄດ້ປະກາດເຈດຈຳນົງທີ່ຈະຖອດຖອນ Queen Elizabeth ທີ II ແຫ່ງສະຫະລາຊະອານາຈັກ ອອກຈາກຕໍາແໜ່ງປະມຸກຂອງ ບາເບໂດສ ເພື່ອປ່ຽນລະບອບການປົກຄອງເປັນສາທາລະນະລັດ.

ທາງລັດຖະບານຂອງ ບາເບໂດສ ໄດ້ລະບຸວ່າ ເຖິງເວລາແລ້ວທີ່ຈະຕ້ອງຖິ້ມອະດີດຄວາມເປັນອານານິຄົມຂອງພວກເຮົາໄວ້ເບື້ອງຫຼັງ ແລະ ຕັ້ງເປົ້າໝາຍດຳເນີນການໃຫ້ສຳເລັດໃນເດືອນພະຈິກ 2021 ເນື່ອງໃນໂອກາດຄົບຮອບ 55 ປີ ທີ່ Barbados ໄດ້ຮັບເອກະລາດຈາກສະຫະລາຊະອານາຈັກ.

ນາງ Mia Mottley ນາຍົກລັດຖະມົນຕີຂອງ ບາເບໂດສ

ນອກຈາກນີ້ ນາງ Mia Mottley ນາຍົກລັດຖະມົນຕີຂອງ ບາເບໂດສ ກໍໄດ້ກ່າວວ່າ ຊາວ ບາເບໂດສ ຕ້ອງການປະມຸກແຫ່ງລັດເປັນຊາວ ບາເບໂດສ ເອງ ເປັນຖ້ອຍຄໍາຖະແຫຼງທີ່ສະແດງເຖິງຄວາມໝັ້ນໃຈຢ່າງທີ່ສຸດກັບຄົນຂອງເຮົາ ແລະ ສິ່ງທີ່ເຮົາສາມາດບັນລຸໄດ້.

ໃນລະຫວ່າງວັນທີ 29-30 ພະຈິກ ປະເທດ ບາເບໂດສ ໄດ້ມີພິທີການສະເຫຼີມສະຫຼອງ ປະກາດປ່ຽນແປງການປົກຄອງເປັນສາທາລະນະລັດແບບສົມບູນ ແລະ ກໍໄດ້ປະກາດຖອດ Queen Elizabeth ທີ II ຈາກການເປັນປະມຸກຂອງປະເທດຢ່າງເປັນທາງການ ເຊິ່ງຄົນທີ່ຈະມາຮັບຕຳແໜ່ງຕໍ່ແມ່ນ ທ່ານ ນາງ Dame Sandra Mason ຜູ້ທີ່ໄດ້ຮັບການເລືອກຕັ້ງສໍາເລັດໜ້າທີ່ແທນ Queen Elizabeth ແລະ ປະທານາທິບໍດີຄົນທໍາອິດທີ່ເປັນຊາວ ບາເບໂດສ.

Queen Elizabeth ແລະ ນາງ Dame Sandra Mason

ເຊິ່ງໃນພິທີດັ່ງກ່າວກໍໄດ້ມີເຈົ້າຊາຍ Charles ແຫ່ງ ລາຊະວົງອັງກິດເຂົ້າຮ່ວມນໍາ ເຊິ່ງເຈົ້າຊາຍໄດ້ກ່າວວ່າ

“ຂະນະທີ່ສະຖານະຕາມລັດຖະທຳມະນູນຂອງປະເທດປ່ຽນໄປ ສິ່ງທີ່ສຳຄັນສຳລັບຂ້າພະເຈົ້າກໍຄື ຂ້າພະເຈົ້າຄວນເຂົ້າຮ່ວມພິທີເພື່ອຢັ້ງຢືນວ່າສິ່ງຕ່າງໆ ຈະບໍ່ມີການປ່ຽນແປງ ເຊັ່ນ ການເປັນຮຸ້ນສ່ວນທີ່ໃກ້ຊິດ ແລະ ເຊື່ອຖືໄດ້ລະຫວ່າງ ບາເບໂດສ ແລະ ສະຫະລາຊະອານາຈັກ ໃນຖານະສະມາຊິກສຳຄັນໃນເຄືອຈັກກະພົບ”

ໂດຍ ບາເບໂດສ ເປັນປະເທດໝູ່ເກາະນ້ອຍໆ ທີ່ມີປະຊາກອນປະມານ 285,000 ຄົນ ເປັນໜຶ່ງໃນປະເທດທີ່ມີຖານະທາງເສດຖະກິດຮັ່ງມີໃນບັນດາກຸ່ມປະເທດພາກພື້ນທະເລ Caribbean. ໃນອະດີດແມ່ນຈະສົ່ງອອກນ້ຳຕານເປັນຜະລິດຕະພັນຫຼັກຂອງປະເທດ, ແຕ່ໃນປັດຈຸບັນນີ້ແມ່ນເນັ້ນໜັກໄປທາງດ້ານການທ່ອງທ່ຽວ ແລະ ທຸລະກິດການເງິນລະຫວ່າງປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/