ບັນດານັກລົງທຶນຍັງຄົງເຊື່ອໝັ້ນ ເເລະ ຖືຄອງ Bitcoin ກວ່າ 70% ໂດຍບໍ່ມີການເຄື່ອນໄຫວ ທ່າມກາງການຜັນຜວນຂອງຕະຫຼາດ Crypto ໃນປັດຈຸບັນ


Bitcoin ທີ່ບໍ່ໄດ້ຖືກໂອນໄປຫາທີ່ຢູ່ອື່ນເລີຍໃນໄລຍະເວລາທີ່ຍາວນານກວ່າໜຶ່ງປີ ໄດ້ເຮັດໃຫ້ອຸປະທານຂອງຫຼຽນເພີ່ມຂຶ້ນສູງເຖິງ 70.35%, ນີ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນທີ່ເຂັ້ມແຂງຂອງຜູ້ຖື Bitcoin ໃນໄລຍະຍາວ ເຖິງວ່າຈະຜັນຜວນຢ່າງຮຸນເເຮງໃນຕະຫຼາດກໍຕາມ.

ອຸປະທານຂອງຫຼຽນ Bitcoin ທີ່ເພີ່ມຂຶ້ນເຖິງ 70.35% ຈາກການບໍ່ໄດ້ມີການເຄື່ອນໄຫວມາດົນກວ່າໄລຍະໜຶ່ງປີ ໄດ້ທໍາລາຍສະຖິຕິທີ່ຜ່ານມາກ່ອນໜ້ານີ້ທີ່ 69.35% ໃນເດືອນກໍລະກົດ. ໂດຍຂໍ້ມູນນີ້ໄດ້ຖືກເປີດເຜີຍໂດຍບໍລິສັດວິເຄາະ Blockchain Glassnode.

ເຊິ່ງນີ້ບໍ່ພຽງເເຕ່ການຖືຄອງ Bitcoin ໃນໄລຍະ 1 ປີຈະເພີ່ມຂຶ້ນສູງສຸດເປັນປະຫວັດສາດເທົ່ານັ້ນ, ແຕ່ການຖືຄອງ Bitcoin ທີ່ບໍ່ໄດ້ມີການເຄື່ອນໄຫວໃນ 2 ປີ, 3 ປີ ຫຼື 5 ປີກໍໄດ້ມີການເພີ່ມຂຶ້ນເຊັ່ນດຽວກັນ. ນີ້ສະແດງໃຫ້ເຫັນວ່ານັກລົງທຶນໄລຍະຍາວກໍາລັງຖື Bitcoin ຂອງພວກເຂົາເຖິງແມ່ນວ່າລາຄາຂອງມັນເພີ່ມຂຶ້ນຫຼາຍກວ່າສອງເທົ່າເຖິງ 37,000 ໂດລາໃນປີນີ້.

ຢ່າງໃດກໍຕາມ, ການຖືຄອງ Bitcoin ໃນກອງທຶນ Crypto ETF ແລະ Future ETF ໃນອະນາຄົດຈະຍັງບໍ່ທັນເປີດໃຊ້ງານ. ແຕ່ນັກລົງທຶນສາມາດຂາຍ ETF ຫຼື ສັນຍາ Future ໄດ້ທຸກເວລາ. ດັ່ງນັ້ນ, ຕົວເລກສໍາລັບຈໍານວນ Bitcoin ທີ່ບໍ່ມີການເຄື່ອນໄຫວຫຼາຍກວ່າໜຶ່ງປີອາດຈະບໍ່ສະທ້ອນເຖິງຄວາມເປັນຈິງຂອງຕະຫຼາດທັງໝົດ

ທີ່ມາ:

coinpaprika

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/