ຄຳຂວັນຕ້ອນຮັບປີທ່ອງທ່ຽວ 2024 ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ


ພິທີເປີດປີທ່ອງທ່ຽວລາວ 2024 ແລະ ເປີດບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2023 ຈັດຂຶ້ນໃນວັນທີ 23 ພະຈິກ 2023 ຢູ່ເດີ່ນທາດຫລວງ ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາ ການນຳ ພັກ-ລັດ ພ້ອມແຂກຖືກເຊີນເຂົ້າຮ່ວມ.

ພິທີເປີດປີທ່ອງທ່ຽວລາວ ແມ່ນຈັດຂຶ້ນພ້ອມກັບງານສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງ ປະຈຳປີ 2023. ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວມາແລ້ວ 3 ຄັ້ງ, ສໍາລັບປີ 2024 ແມ່ນຄັ້ງທີ 4 ເຊິ່ງໄດ້ກໍານົດຄໍາຂວັນ “ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ໂດຍ ໄດ້ກຳນົດເອົາ 79 ກິດຈະກໍາ, ໃນນີ້ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກໍາລະດັບແຂວງ ເພື່ອສ້າງຂະບວນການໃຫ້ຟົດຟື້ນ ໃນຂອບເຂດທົ່ວປະເທດກໍຄື ພາຍໃນແຂວງ ຕະຫຼອດຮອດຂັ້ນເມືອງ ຕາມສະພາບທ່າແຮງຂອງການທ່ອງທ່ຽວຂອງຕົນ.

ງານບຸນນະມັດສະການພະທາດຫຼວງປີນີ້ຈະດໍາເນີນເປັນເວລາ 5 ມື້ (23-27​ພະຈິກ)​ ມີບັນດາຫ້າງຮ້ານຕ່າງໆວາງສະແດງ​ 800 ກວ່າຮ້ານ ​ແລະ ມີຢູ່ສູນການຄ້າລາວໄອເຕັກອີກດ້ວຍ.

ທີ່ມາ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/