ເກົາຫຼີໃຕ້ກຽມທົດສອບການນຳໃຊ້ສະກຸນເງິນດິຈິຕອນຂອງທະນາຄານກາງກັບປະຊາຊົນ 1 ແສນຄົນໃນໄຕມາດທີ 4 ຂອງປີ 2024


ທະນາຄານຂອງເກົາຫຼີໃຕ້ແນມເຫັນວ່າ CBDC ເປັນໜຶ່ງໃນຄໍາຕອບທີ່ດີທີ່ສຸດທີ່ຈະສາມາດເຂົ້າມາຊ່ວຍເຫຼືອລະບົບການເງິນທີ່ອອກໂດຍລັດຖະບານ ເພື່ອຊ່ວຍເຫຼືອເສດຖະກິດທີ່ຊົບເຊົາຈາກການລະບາດຂອງ COVID-19 ທີ່ຜ່ານມາ ແລະ ເປັນສ່ວນຫຼຸດໃນການຊື້ຜະລິດຕະພັນຕ່າງໆໃນການດູແລເດັກ.

ເກົາຫຼີໃຕ້ຈຶ່ງເລີ່ມທີ່ຈະທົດລອງການໃຊ້ສະ​ກຸນ​ເງິນດິຈິຕອນ​ຂອງ​ທະ​ນາ​ຄານ​ກາງ (CBDC) ກັບ​ພົນ​ລະ​ເມືອງ 100,000 ຄົນ​ໃນ​ໄຕ​ມາດ​ທີ 4 ຂອງ​ປີ 2024. ໂດຍໂຄງການທົດລອງດັ່ງກ່າວຈະຖືກຈັດຕັ້ງ ແລະ ດຳເນີນການຮ່ວມກັນລະຫວ່າງທະນາຄານແຫ່ງ ສ.ເກົາຫຼີ (BOK) ແລະ ໜ່ວຍງານຄວບຄຸມດູແລທາງການເງິນເຊິ່ງໄດ້ແກ່: Financial Services Commission (FSC) ແລະ Financial Supervisory Service (FSS).

ທັງນີ້ໂຄງການດັ່ງກ່າວຈະເປີດໃຫ້ຜູ້ເຂົ້າຮ່ວມ 100,000 ຄົນ, ເຊິ່ງກວມເອົາປະມານ 0.2% ຂອງປະຊາກອນທັງໝົດຂອງປະເທດ. ສາມາດຊື້ຂາຍສິນຄ້າດ້ວຍໂທເຄັນທີ່ອອກ ໂດຍທະນາຄານການຄ້າໃນຮູບແບບຂອງ CBDC, ເຊິ່ງການນໍາໃຊ້ແມ່ນຈະຖືກຈໍາກັດພຽງແຕ່ການຊື້ສິນຄ້າເທົ່ານັ້ນ ແລະ ບໍ່ອະນຸຍາດໃຫ້ມີໂອນເງິນໃຫ້ຜູ້ໃຊ້ລາຍອື່ນ.

ທະນາຄານແຫ່ງ ສ.ເກົາຫຼີ (BOK) ກ່າວວ່າ CBDC ຈະຊ່ວຍແກ້ໄຂກ່ຽວກັບລະບົບເງິນອຸດໜູນຂອງລັດຖະບານ ເຊັ່ນ: ບັດສ່ວນຫຼຸດໃນການຊື້ຜະລິດຕະພັນດູແລເດັກ ຫຼື ການຊຳລະເງິນໃນລະຫວ່າງການລະບາດຂອງ COVID-19 ແລະ ບັນຫາອື່ນໆຂອງລະບົບທີ່ມີຢູ່ໄດ້ແກ່: ຄ່າທຳນຽມໃນການເຮັດທຸລະກຳທີ່ສູງ, ການຈ່າຍເງິນທີ່ຊັກຊ້າ ແລະ ຄວາມກັງວົນກ່ຽວກັບການສໍ້ໂກງ

ໃນປັດຈຸບັນ, ທະນາຄານກາງຂອງປະເທດທີ່ພັດທະນາແລ້ວສ່ວນໃຫຍ່ກໍາລັງຄົ້ນຫາການພັດທະນາ CBDC ເພື່ອເປັນແນວທາງໃນການໄຂບັນຫາໃນການໃຊ້ເງິນສົດທີ່ຫຼຸດລົງ ແລະ ຜູ້ບໍລິໂພກກໍາລັງນິຍົມໃຊ້ວິທີການຊໍາລະເງິນແບບດິຈິຕອນຫຼາຍຂຶ້ນ.

ການ​ພັດ​ທະ​ນາ​ເງິນ​ຢວນ​ດິ​ຈິ​ຕອນ​ຂອງ​ຈີນ​ແມ່ນໜຶ່ງໃນ​ໂຄງ​ການ​ທີ່​ກ້າວ​ໜ້າ​ທີ່​ສຸດ​. ແຕ່ເກົາຫຼີໃຕ້ກໍແມ່ນໜຶ່ງໃນບັນດາປະເທດທໍາອິດທີ່ທົດສອບການເຮັດວຽກເຊັ່ນ ການອອກແລະ ແຈກຢາຍ CBDC ໃນສະພາບແວດລ້ອມທີ່ຈໍາລອງໃນເດືອນທັນວາ 2021.

ທີ່ມາ:

coindesk

scmp

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/