ສຄອຊ ຫາລື ລິເລີ່ມ ສ້າງສິ່ງອຳນວຍຄວາມສະດວກດ້ານການຄ້າ-ການລົງທຶນ ສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດ ຂັ້ນແຂວງ


ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນອຸດສາຫະກຳ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເພື່ອກະກຽມການສຳຫຼວດຫົວໜ່ວຍທຸລະກິດ ພາຍໃຕ້ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດ ຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມ ການສ້າງສິ່ງອຳນສຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ ປີ 2023-2024”.

ໂດຍ ກອງປະຊຸມດັ່ງກ່າວ ເກີດຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງແຮມ ຄຣາວພຣາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທ່ານຮ່ວມຂອງທ່ານ ປອ.ນ. ວາລີ ເວດສະພົງ ຮອງປະທານ ສຄອຊ ແລະ ທ່ານ ວຽງສະຫວ່າງ ທິບພະວົງ, ຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ.

ນອກນີ້ຍັງມີຕົວແທນຈາກ ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການເງີນ, ມະຫາວິທະຍາໄລແຫ່ງຊາດ, ຄະນະບໍລິຫານງານ ສຄອຊ, ກຸ່ມ-ສະມາຄົມ ແລະ ຕາງໜ້າຈາກ ທະນາຄານພັດທະນາອາຊີ, ມູນນິທິອາຊີ, ອົງການຈັດຕັ້ງສາກົນ, ສະພາການຄ້າຕ່າງປະເທດປະຈຳ ສປປ ລາວ.

ຈຸດປະສົງຫຼັກຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອທົບທວນຄືນແບບສອບຖາມ ແລະ ກຳນົດຂອບເຂດສຳລັບການພັດທະນາເພີ່ມຕື່ມ ດັດສະນີ ProFIT ສະບັບທີ 3; ເພື່ອທົບທວນວິທີການສຶກສາ, ສຳຫຼວດປະຊາກອນ, ອອກແບບການສຸ່ມຕົວຢ່າງ ພ້ອມທັງເພື່ອປືກສາຫາລືກ່ຽວກັບແຜນການເກັບຂໍ້ມູນ ເພື່ອໃຫ້ໄດ້ຕາມກຳນົດເວລາ ການເປີດຕົວບົດລາຍງານໄປພ້ອມກັບກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນໃນປີ 2024.

ຈຸດປະສົງຂອງການລົງສຳຫຼວດດັດຊະນີການສ້າງສິ່ງອຳນວຍຄວາມສະດວກ ທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ ແມ່ນມີຈຸດປະສົງເພື່ອວັດແທກ ບັນດາແຂວງສະໜັບສະໜູນການພັດທະນາຂອງພາກເອກະຊົນໄດ້ດີປານໃດ ໂດຍສະເພາະແມ່ນຜ່ານມາດຕະການຄຸ້ມຄອງເສດຖະກິດທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງພວກເຂົາ.

ໂດຍດັດຊະນີດັ່ງກ່າວໄດ້ລວບລວມຂໍ້ມູນໃນ 6 ຂົງເຂດທີ່ ສຳຄັນຄື: (1) ການເລີ່ມຕົ້ນດຳເນີນທຸລະກິດ; (2) ຄວາມໂປ່ງໃສ ແລະ ການເຂົ້າເຖິງຂໍ້ມູນຂ່າວສານ; (3) ພາລະທາງດ້ານລະບຽບການ; (4) ຄ່າໃຊ້ຈ່າຍທີ່ບໍ່ເປັນທາງການ; (5) ຄວາມສອດຄ່ອງຂອງການຈັດຕັ້ງປະຕິບັດນະໂຍບາຍ; ແລະ (6) ຄວາມເປັນມິດຕໍ່ພາກທຸລະກິດຂອງອົງການປົກຄອງແຂວງ. ດັດຊະນີການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ: ວັດແທກການຄຸ້ມຄອງ ເສດຖະກິດຂອງພາກລັດ ສຳລັບການພັດທະນາທຸລະກິດໃນ ສປປ ລາວ ສະບັບທີ 01 ໄດ້ຖືກຈັດພິມໃນປີ 2018, ແລະ ໄດ້ຖືກຈັດພິມສະບັບທີ 02 ໃນປີ 2022. ບົດລາຍງານສະບັບທີ 03 ຈະຖືກກະກຽມໃນປີ 2023 ແລະ 2024

https://www.facebook.com/LNCCI/posts/pfbid02hSTonWmdgsMFEhmXi9RCs7NpFc1Hbhzv3s19tWhS8BFzWnxUztcAStAzxU5SUKPl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/