ໂດຍທົ່ວໄປແລ້ວ ໝາເປັນສັດທີ່ມີອາຍຸສະເລ່ຍ ພຽງ 10-13 ປີ ແຕ່ບໍ່ແມ່ນກັບ ນ້າບ່າວ ບັອບບີ້ ໝາພັນ ຣາເຟໂຣ ໂດອາເລັນທີໂຈ (Rafeiro do Alentejo) ຫຼື ທີ່ເອີ້ນກັນວ່າ ໂປຕຸກີສ ວອສດັອກ ທີ່ຄອງແຊ້ມ ເປັນໝາທີ່ອາຍຸຫຼາຍທີ່ສຸດໃນໂລກ ເທົ່າທີ່ເຄີຍພົບມາ ດ້ວຍອາຍຸ 30 ປີ.
ໂດຍກ່ອນໜ້ານີ້ ເຈົ້າຂອງແຊ້ມໝາທີ່ມີອາຍຸຫຼາຍທີ່ສຸດໃນໂລກໄດ້ແກ່ ບລູອີ້ ໝາທີ່ໃຊ້ລ້ຽງງົວໃນອອສເຕຣເລຍ ທີ່ມີອາຍຸ 29 ປີ ກັບ 5 ເດືອນ ເຊິ່ງມີຊີວິດຢູ່ໃນໄລຍະປີ 1910-1939. ສ່ວນ ນ້າບ່າວ ບັອບບີ້ ນັ້ນເກີດໃນປີ 1992 ທີ່ປະເທດໂປຕຸເກດ ນັບມາຮອດມື້ນີ້ ວັນທີ 4 ກຸມພາ ລວມອາຍຸແລ້ວ ບັອບບີ້ ຈະມີອາຍຸ 30 ປີກັບອີກ 269 ມື້.

ລີໂອເນວ ເຈົ້າຂອງ ບັອບບີ້ ເລົ່າວ່າ ໃນຕອນທີ່ບັອບບີ້ເກີດນັ້ນ ເຂົາມີອາຍຸ 8 ປີ ແລະ ບັອບບີ້ເກີດມາພ້ອມ ອ້າຍນ້ອງ 3 ໂຕ ເຊິ່ງໃນຕອນນັ້ນພໍ່ແມ່ຂອງ ລີໂອເນວ ເບິ່ງວ່າໃນເຮືອນຈະມີສັດລ້ຽງຫຼາຍເກີນໄປ ແລະ ຕັດສິນໃຈຈະບໍ່ເກັບລູກໝາ ທັງ 3 ໂຕນີ້ໄວ້ ແຕ່ຂະນະທີ່ພໍ່ແມ່ຂອງ ລີໂອເນວ ເອົາລູກໝາ ໄປກຳຈັດນັ້ນ ໄດ້ລືມເອົາ ບັອບບີ້ໄປນຳ.

ແຕ່ ລີໂອເນວ ນັ້ນສັງເກດເຫັນວ່າ ແມ່ຂອງ ບັອບບີ້ ຍັງມັກໄປນອນບ່ອນທີ່ ແມ່ຂອງບັອບບີ້ເກີດລູກ ລີໂອເນວ ຈຶ່ງໄດ້ນຳໄປຈອບເບິ່ງ ກ່ອນທີ່ຈະຮູ້ວ່າ ຍັງມີລູກໝາອີກໂຕໜຶ່ງຍັງລອດຊີວິດຢູ່ ລີໂອເນວ ຈຶ່ງເກັບເລື່ອງນີ້ໄວ້ເປັນຄວາມລັບ ຖ້າໃຫ້ບັອບບີ້ໃຫຍ່ກ່ອນ ພໍທີ່ຈະໃຫ້ພໍ່ແມ່ຂອງລາວບໍ່ຖິ້ມບໍ່ປະບັອບບີ້.

ລີໂອເນວ ກ່າວວ່າ ບໍ່ເຄີຍຄິດວ່າ ບັອບບີ້ ຈະກາຍເປັນໝາທີ່ອາຍຸຍືນທີ່ສຸດໃນໂລກ ຈົນເມື່ອບໍ່ດົນມານີ້ ແລະ ໃນຕອນທີ່ໄດ້ສົ່ງໃບສະໝັກຂອງບັອບບີ້ເພື່ອຂໍຕຳແໜ່ງໝາທີ່ມີອາຍຸຫຼາຍທີ່ສຸດ ທີ່ຍັງມີຊີວິດຢູ່ ກໍບໍ່ຮູ້ວ່າຍັງເປັນໝາທີ່ອາຍຸຫຼາຍທີ່ສຸດໃນໂລກ ເທົ່າທີ່ເຄີຍພົບມາ.
ໂດຍທົ່ວໄປແລ້ວ ໝາພັນ ຣາເຟໂຣ ໂດອາເລັນທີໂຈ ຫຼື ໂປຕຸກີສ ວອສດັອກ ຈະມີອາຍຸສະເລ່ຍຢູ່ທີ່ 12-14 ປີ ເປັນໝາທີ່ນິຍົມລ້ຽງກັນໃນປະເທດ ໂປຕຸເກດ ແລະ ມັກໃຊ້ໃນການອະນຸລັກ ການລ້ຽງສັດ ເປັນສ່ວນໃຫຍ່ ຫຼື ລ້ຽງເພື່ອໃຊ້ໄວ້ໄລ່ສິ່ງຕ່າງໆ ທີ່ຈະມາກໍ່ກວນ ສັດລ້ຽງຂະນິດອື່ນໆນັ້ນເອງ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/