ລັດຖະມົນຕີກະຊວງກະສິກຳຂອງນິວຊີແລນປະກາດ ການສົ່ງອອກສັດທີ່ຍັງມີຊີວິດຜ່ານທາງທະເລ ຫຼື ເຮືອ ຮອບສຸດທ້າຍໄດ້ສິ້ນສຸດລົງແລ້ວ ແລະ ການສົ່ງອອກສັດທີ່ມີຊີວິດຈາກນິວຊີແລນໄດ້ຢຸດແລ້ວ. ໃນຂະນະທີ່ນິວຊີແລນປະຕິບັດຢ່າງເຕັມທີ່ກ່ຽວກັບການສົ່ງອອກສັດທີ່ມີຊີວິດ ໂດຍຄຳນຶງເຖິງສະຫວັດດີພາບຂອງສັດ.
ໂດຍຢ້ອນກັບໄປກ່ອນໜ້ານີ້ເມື່ອປີ 2021 ລັດຖະບານນິວຊີແລນ ໄດ້ມີການປະກາດມາແລ້ວວ່າການສົ່ງອອກສັດນອກຊາຍຝັ່ງ ເຊິ່ງສ່ວນໃຫຍ່ໃຊ້ໃນການຄ້າຂາຍສັດກັບຈີນຈະໄດ້ຍຸຕິລົງ ເຊິ່ງຊາວກະສິກອນຈະໄດ້ຮັບເວລາປະມານ 2 ປີ ໃນການຫັນປ່ຽນອອກຈາກທຸລະກິດສົ່ງອອກ ທີ່ໄດ້ກຳໄລນີ້.

ໂດຍ ເດມຽນ ໂອຄອນເນີ ລັດຖະມົນຕີກະຊວງກະສິກຳຂອງນິວຊີແລນ ລະບຸໃນຖະແຫຼງການວ່າ: “ຕໍາແໜ່ງຂອງປະເທດຂອງພວກເຮົາທີ່ຕັ້ງຢູ່ໃນແຜນທີ່ນັ້ນ ໝາຍຄວາມວ່າການເດີນທາງໄປຕະຫຼາດໃນຂວັ້ນໂລກເໜືອມັກຈະເປັນການເດີນທາງທີ່ຍາວນານ ແລະ ນີ້ເຮັດໃຫ້ສິ່ງທ້າທາຍດ້ານຄວາມປອດໄພຂອງສັດບໍ່ສາມາດຫຼີກເວັ້ນໄດ້”.

ການສົ່ງອອກສັດທີ່ມີຊີວິດທາງທະເລກວມເອົາປະມານ 0,32% ຂອງລາຍຮັບຂອງສິນຄ້າສົ່ງອອກທີ່ສໍາຄັນຂອງນິວຊີແລນ ເຊິ່ງລວມເຖິງພາກກະສິກຳ ແລະ ບໍ່ແຮ່ ນັບຕັ້ງແຕ່ໄລຍະປີ 2015 ເປັນຕົ້ນມາ. ຍອດມູນຄ່າການສົ່ງອອກສັດມີຊີວິດໃນປີ 2022 ແມ່ນມີປະມານ 524 ລ້ານໂດລາ ນິວຊີແລນ ຫຼື ປະມານ 322,78 ລ້ານໂດລາສະຫະລັດ.

ໂດຍສາເຫດສຳຄັນ ທີ່ເຮັດໃຫ້ ນິວຊີແລນ ຕັດສິນໃຈທົບທວນເລື່ອງ ຢຸດການສົ່ງອອກສັດທີ່ຍັງມີຊີວິດ ທາງເຮືອ ກໍຄືເມື່ອປີ 2020 ຫຼັງຈາກເກີດອຸບັດຕິເຫດ ເຮືອຂົນສົ່ງງົວລຳໜຶ່ງທີ່ຈະໄປປະເທດຈີນໄດ້ຈົມລົງ. ເປັນເຫດເຮັດໃຫ້ງົວຕາຍກວ່າ 6.000 ໂຕ ແລະ ພະນັກງານໃນເຮືອ 41 ຄົນຈາກ 43 ຄົນເສຍຊີວິດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/