ນິວ​ຊີ​ແລນສັ່ງເເບນພລາສຕິກສຳລັບໃສ່ອາຫານ ເພື່ອລົດຜ່ອນພລາສຕິກທີ່ໃຊ້ເທື່ອດຽວເເລ້ວຖິ້ມ ໂດຍມີຜົນທັນທີຫຼັງຈາກປະກາດ


ເວັບໄຊຂອງກະຊວງສິ່ງແວດລ້ອມນິວຊີແລນໄດ້ເປີດເຜີຍວ່າ ລັດຖະບານນິວຊີເເລນໄດ້ດຳເນີນເເຜນການຍົກເລີກການໃຊ້ພລາສຕິກລະດັບຊາດໄລຍະທີ 2 ເມື່ອວັນທີ 1 ກໍລະກົດທີ່ຜ່ານມາ ເພື່ອລົດຜ່ອນຂີ້ເຫຍື້ອທີ່ເກີດຈາກການໃຊ້ພລາສຕິກພຽງຄັ້ງດຽວເເລ້ວຖິ້ມ ພລາສຕິກເຫຼົ່ານີ້ຍາກຕໍ່ການຣີໄຊເຄິນ ເເລະ ຊ່ວຍລົດຜ່ອນການຝັງຖົງພລາສຕິກສຳລັບໃຊ້ພືດຜັກໝາກໄມ້ກວ່າ 150 ລ້ານຖົງໃນເເຕ່ລະປີ.

ໂດຍສິ່ງທີ່ຈະຍົກເລີກການໃຊ້ມີຄື ຖົງພລາສຕິກທີ່ເອົາໄວ້ໃຊ້ຜັກ ຫຼື ໝາກໄມ້ໃນຊຸບເປີມາເກັດ, ຈານ ຖ້ວຍ ເເລະ ບ່ວງທີ່ເຮັດຈາກພລາສຕິກ, ສະຫຼາກສະຕິກເກີທີ່ຕິດອາຫານ, ໝາກໄມ້ ເເລະ ຫຼອດພລາສຕິກ; ເເຕ່ຈະຍົກເວັ້ນໃຫ້ສຳລັບຄົນພິການ ເເລະ ຄົນທີ່ຕ້ອງໃຊ້ໃນທາງການເເພດ.

ຜະລິດຕະພັນທີ່ຖືກເເບນ ຈະຖືກນຳອອກຈາກຊັ້ນວາງໃນຊຸບເປີມາເກັດ ຫ້າມຂາຍ ຫຼື ຜະລິດ, ສຳລັບໃຜທີ່ຝ່າຝືນອາດຈະຖືກປັບໃໝສູງສຸດເຖິງ 100.000 ໂດລານິວຊີເເລນ (61.690 ໂດລາ)

ກະຊວງສິ່ງແວດລ້ອມນິວຊີແລນກ່າວ​ວ່າ ການ​ສັ່ງເເບນ​ພລາ​ສ​ຕິກ​ລະດັບ​ຊາດ​ໃນ​ຮອບ​ນີ້ ​ແມ່ນ​ແນ​ໃສ່​ພລາສຕິກ​ທີ່​ໃຊ້​ເທື່ອ​ດຽວ. ເດືອນຕຸລາປີກາຍນີ້ ໄດ້ມີການຫ້າມຈຳໜ່າຍ ຫຼື ການຜະລິດສຳລີປັ່ນຫູເເບບບໃຊ້ເເລ້ວຖິ້ມ, ໄມ້ຄົນເຄື່ອງດື່ມ ແລະ ຖາດໃສ່ຊີ້ນທີ່ເຮັດດ້ວຍພລາສຕິກ. ການຢຸດເຊົາການຂາຍຜະລິດຕະພັນພລາສຕິກເຫຼົ່ານີ້ຈະຊ່ວຍລົດຜ່ອນຂີ້ເຫຍື້ອຂີ້ທີ່ຖືກຝັງ ສະເລ່ຍຄົນລະ 750 ກິໂລຕໍ່ປີ, ຊ່ວຍປັບປຸງລະບົບການຣີໄຊເຄີນ ແລະ ການສົ່ງເສີມທາງເລືອກທີ່ສາມາດນໍາມາໃຊ້ຄືນໄດ້ ຫຼື ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ.

ຫຼາຍ​ຝ່າຍ​ເຫັນ​ດີ​ນຳກັນວ່າ ການປ່ຽນແປງພຶດຕິກໍາຂອງຜູ້ບໍລິໂພກໃນເລື່ອງນີ້ອາດຈະໃຊ້ເວລາ. ໂດຍລັດຖະບານນິວຊີແລນນອກຈາກຈະມີຄວາມຄືບໜ້າໃນການຄຸ້ມຄອງປະລິມານຂີ້ເຫຍື້ອພລາສຕິກພາຍໃນປະເທດເເລ້ວ, ນິວຊີແລນຍັງກ້າວໄປສູ່ແຜນການຫ້າມພລາສຕິກໄລຍະ 3 ເຊິ່ງກຳນົດໃຫ້ເເບນການຫຸ້ມຫໍ່ອາຫານ ແລະ ເຄື່ອງດື່ມທີ່ເຮັດຈາກພລາສຕິກ PVC ແລະ Polystyrene ອື່ນໆ ຕັ້ງແຕ່ກາງປີ 2025 ເປັນຕົ້ນໄປ.

ທີ່ມາ:

https://cutt.ly/ewuOKegb

https://cutt.ly/pwuOKucw

https://cutt.ly/RwuOKsHA

https://cutt.ly/pwuOKcTa

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/