ນັກວິທະຍາສາດພົບໄມໂຄຣພລາສຕິກສະສົມຢູ່ໃນຜັກ ແລະ ໝາກໄມ້


ກ່ອນອື່ນເຮົາມາຮຸູ້ຈັກໄມໂຄຣພລາສຕິກກ່ອນ ວ່າມັນແມ່ນຫຍັງ?​

ໄມໂຄຣພລາສຕິກ ເປັນອະນຸພາກຂະໜາດນ້ອຍຂອງພລາສຕິກ ທີ່ມີເສັ້ນຜ່າສູນກາງບໍ່ເຖິງ 5 ມິນລີແມັດ. ໄມໂຄຣພລາສຕິກ ເກີດຈາກພລາສຕິກທີ່ອັນໃຫຍ່ກວ່າ ສະຫຼາຍໂຕອອກຈາກກັນເຊັ່ນ: ກະຕຸກນ້ຳພລາສຕິກ, ຖົງຢາງ ແລະ ພາຊະນະບັນຈຸພລາສຕິກທີ່ສະຫຼາຍໂຕໃນດິນ ຫຼື ທະເລ ແລ້ວກໍ່ມົນລະພິດຕໍ່ສິ່ງແວດລ້ອມ.

ກຸ່ມນັກອະນຸລັກສິ່ງແວດລ້ອມ ຮຽກຮ້ອງໃຫ້ມີການກວດສອບຢ່າງດ່ວນ ຫຼັງຈາກການສຶກສາຂອງປະເທດອິຕາລີພົບວ່າ ມີພລາສຕິກຂະໜາດນ້ອຍສາມາດເບິ່ງເຫັນດ້ວຍຕາເປົ່າ ຫຼື ທີ່ເອີ້ນກັນວ່າ ໄມໂຄຣພລາສຕິກ ສະສົມຢູ່ໃນຜັກ ແລະ ໝາກໄມ້ທີ່ເຮົານິຍົມກັນບໍລິໂພກ.

ທີມນັກວິໄຈຈາກມະຫາວິທະຍາໄລຄາຕາເນຍ ໃນແຄວ້ນຊິຊິລີ ຕີພິມລົງໃນວາລະສານ Environmental Research ໂດຍລະບຸວ່າ ພົບໄມໂຄຣພລາສຕິກຢູ່ໃນຜັກໝາກໄມ້ຕ່າງໆ ເຊັ່ນ: ຜັກຮັບປະທານໃບ, ປະເພດຜັກກາດ ລວມທັງ ບັອກໂຄລີ, ມັນຝຣັ່ງ ແລະ ໝາກສາລີ້.

ແຕ່ພືດທີ່ພົບອະນຸພາກໄມໂຄຣພລາສຕິກສະສົມຢູ່ໃນລະດັບສູງໄດ້ແກ່ ແອັບເປິ້ນ ແລະ ແຄຣອດ.

ທີມນັກວິໄຈເຊື່ອວ່າ ນີ້ເກີດຈາກປະກົດການທີ່ເອີ້ນວ່າ “ຢາດນ້ຳຟ້າ” (Precipitation) ເຊິ່ງໝາຍເຖິງຢາດນ້ຳ ແລະ ນ້ຳກ້ອນ ທີ່ເກີດຈາກການອັດແໜ້ນຂອງບັນດາເມັດນ້ຳແລ້ວຕົກກັບມາທີ່ພື້ນໂລກໃນຮູບຂອງ ນ້ຳຝົນ, ໝາກເຫັບ ແລະ ຫິມະເປັນຕົ້ນ.

ພວກເຂົາຊີ້ແຈງວ່າ ໄມໂຄຣພລາສຕິກທີ່ຢູ່ໃນມະຫາສະໝຸດໄດ້ເກີດຂະບວນການດັ່ງກ່າວ ແລ້ວໄປຈັບຕົວຢູ່ໃນເມກ ຈາກນັ້ນໄດ້ຕົກກັບລົງສູ່ພື້ນໂລກໂດຍປົນເປື້ອນຢູ່ໃນນ້ຳຝົນ ແລ້ວພືດໄດ້ດູດຊຶມເອົາໄມໂຄຣພລາສຕິກເຂົ້າໄປທາງຮາກ.

ນັກວິໄຈພົບວ່າ ໝາກໄມ້ມີລະດັບໄມໂຄຣພລາສຕິກສະສົມຢູ່ຫຼາຍກວ່າຜັກ ເນື່ອງຈາກເປັນໄມ້ຢືນຕົ້ນ ເຊິ່ງມີຮາກໃຫຍ່ທີ່ຢັ່ງລົງໄປໃນດິນໄດ້ເລິກກວ່າຜັກ.

ຂໍ້ມູນດັ່ງກ່າວ ສອດຄ່ອງກັບການວິໄຈຂອງທີມນັກວິທະຍາສາດໃນຈີນ ແລະ ເນເທີແລນ ເຊິ່ງຕີພິມໃນວາລະສານ Nature Sustainability ໂດຍພົບຫຼັກຖານທີ່ບົ່ງບອກວ່າ ຮາກຂອງຜັກກາດ ແລະ ເຂົ້າສາລີສາມາດດູດຊຶມໄມໂຄຣພລາສຕິກໄດ້ ແລ້ວສົ່ງອະນຸພາກພລາສຕິກໄປສ່ວນທີ່ກິນໄດ້ ເຊິ່ງຢູ່ເໜືອພື້ນດິນ.

ຢ່າງໃດກໍຕາມ ທີມນັກວິໄຈລະບຸວ່າ ລະດັບຂອງໄມໂຄຣພລາສຕິກທີ່ພົບຢູ່ໃນຜັກ ແລະ ໝາກໄມ້ນັ້ນ ຍັງມີປະລິມານໜ້ອຍກວ່າໄມໂຄຣພລາສຕິກທີ່ພົບໃນນ້ຳດື່ມທີ່ບັນຈຸຢູ່ໃນກະຕຸກນ້ຳເສຍອີກ.

ທີ່ມາ: https://www.bbc.com/thai/features-53203856