ນັກບູຮານຄະດີອິດສະຣາເອລ ຄົ້ນພົບຟອສຊິລງາຊ້າງຍັກໃຫຍ່ທີ່ມີຄວາມຍາວ 2.5 ແມັດ ແລະ ມີອາຍຸເຖິງ 500,000 ປີ

ນັກບູຮານຄະດີ

ທີ່ຜ່ານມາເຮົາມັກຈະເຫັນຂ່າວການຄົ້ນພົບຊາກຟອສຊິລຂອງບັນດາສັດດຶກດໍາບັນນານາຊະນິດທີ່ມີຂະໜາດໃຫຍ່ເກີນກວ່າເຮົາຈະຈິນຕະນາການ ບໍ່ວ່າຈະເປັນຊາກຂອງໄດໂນເສົາ, ນົກຍັກ, ໂຄງກະດູກປາບູຮານທີ່ມີຂະໜາດໃຫຍ່ກວ່າປາໃນຍຸກປັດຈຸບັນ.

ນັກບູຮານຄະດີ

ແລະຫຼ້າສຸດນີ້ເອງ (31 ສິງຫາ 2022) ສຳນັກຂ່າວຕ່າງປະເທດລາຍງານວ່ານັກບູຮານຄະດີຂອງອົງການບູຮານວັດຖຸແຫ່ງອິດສະຣາເອລ ຫຼື  Israel Antiquities Authority (IAA) ໄດ້ອອກມາເປີດເຜີຍການຄົ້ນພົບຟອສຊິລງາຊ້າງຍັກໃຫຍ່ທີ່ມີຂະໜາດຄວາມຍາວຢູ່ທີ່ 2.5 ແມັດ, ນ້ຳໜັກຂອງງາປະມານ 150 ກິໂລກຣາມ ເຊິ່ງງານີ້ເປັນ “Palaeoloxodon antiquus” ຫຼື ເອີ້ນວ່າ “ງາຊ້າງກົງ” , ມີຂະໜາດລໍາຕົວໃຫຍ່ ແລະ ມັນອາດມີຄວາມສູງໄດ້ເຖິງ 5 ແມັດຫາກພິຈາລະນາຈາກຂະໜາດງາຂອງມັນ. ພ້ອມນີ້ ນັກບູຮານຄະດີຍັງກ່າວອີກວ່າ ເມື່ອປະມານ 800,000 ປີກ່ອນມັນໄດ້ອາໄສຢູ່ໃນພາກພື້ນທີ່ຄົ້ນພົບ ແລະ ສູນພັນໄປເມື່ອ 400,000 ປີກ່ອນ.

ນັກບູຮານຄະດີ
ນັກບູຮານຄະດີ

ຟອສຊິລງາຊ້າງຖືກຄົ້ນພົບທີ່ບໍລິເວນແຫຼ່ງບູຮານສະຖານທີ່ຕັ້ງຢູ່ລຽບຊາຍຝັ່ງທາງຕອນໃຕ້ຂອງອິດສະຣາເອລ ແລະ ນັກບູຮານຄະດີບອກວ່າມີອາຍຸປະມານກວ່າ 500,000 ປີ. ນອກຈາກນີ້ຍັງໄດ້ມີການຄົ້ນພົບເຄື່ອງມືຫີນເຫຼັກໄຟ, ຊາກກະດູກງົວ, ຄວາຍປ່າ, ຮິບໂປ, ກວາງ, ໝູປ່າ ແລະ ມ້າປ່າ ໃນສະຖານທີ່ທີ່ຄົ້ນພົບງາຊ້າງດັ່ງກ່າວອີກດ້ວຍ.

ນັກບູຮານຄະດີ

ທາງດ້ານ ອາວີ ເລວີ (Avi Levy) ເຊິ່ງເປັນຜູ້ນຳ ແລະ ຜູ້ອຳນວຍການໃນການຂຸດຄົ້ນ ໄດ້ລະບຸວ່າ “ນີ້ຄືງາຊ້າງທີ່ສົມບູນທີ່ສຸດເທົ່າທີ່ເຄີຍພົບໃນແຫຼ່ງຍຸກກ່ອນປະຫວັດສາດໃນອິດສະຣາເອລ ແລະ ສິ່ງທີ່ເຮົາຈະເຮັດຄືອະນຸລັກມັນໄວ້”. ທັງນີ້ ງາຊ້າງຈະຖືກນໍາໄປຈັດສະແດງທີ່ນິທັດສະການໃນວິທະຍາເຂດແຫ່ງຊາດດ້ານບູຮານຄະດີແຫ່ງອິດສະຣາເອລໃນນະຄອນເຍຣູຊາເລັມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ