ຊາຍໜຸ່ມພະຍາຍາມບຸກເຂົ້າເຮືອນຂອງແຟນເກົ່າ ແຕ່ຖືກພໍ່ແຟນຫ້າມຢ່າເຂົ້າມາ! ສຸດທ້າຍບໍ່ຟັງຖືກພໍ່ແຟນຍິງເສຍຊີວິດ

ແຟນເກົ່າ

ສຳນັກຂ່າວ New York Post ໄດ້ລາຍງານເຖິງເຫດການ ແລະ ເຜີຍແຜ່ຄລິບວີດິໂອທີ່ຊາຍໜຸ່ມຄົນໜຶ່ງໄດ້ພະຍາຍາມບຸກເຂົ້າໄປເຮືອນຂອງ ແຟນເກົ່າ ແຕ່ຖືກພໍ່ຂອງແຟນເກົ່າໃຊ້ອາວຸດປືນຍິງເສຍຊີວິດ ແຕ່ທາງສານຕັດສິນຄະດີໃຫ້ຜູ້ລົງມືຍິງແມ່ນບໍ່ມີຄວາມຜິດ.

ແຟນເກົ່າ

ສຳນັກກອງປາບປາມ Shelby County ໃນເມືອງ ຊິດນີ ລັດໂອໄຮໂອ ສະຫະລັດອາເມຣິກາ ໄດ້ເຜີຍແຜ່ຄລິບວີດິໂອເຫດການທີ່ເກີດຂຶ້ນເມື່ອ 31 ກໍລະກົດ 2022 ໂດຍໃນວີດິໂອຈະສັງເກດເຫັນ ເຈມ ເຣຍ໌ (James Rayl) ຊາຍໜຸ່ມອາຍຸ 22 ປີ ໄດ້ຍ່າງມາທີ່ໜ້າປະຕູເຮືອນຂອງແຟນເກົ່າ ຂະນະດຽວກັນຄົນໃນຄອບຄົວຂອງຝ່າຍຍິງກໍໄດ້ບອກກັບຊາຍໜຸ່ມວ່າ “ລາວ (ແຟນເກົ່າ) ບໍ່ມີຫຍັງຈະເວົ້າກັບເຈົ້າ” ແລະ ຮ້ອງບອກໃຫ້ກັບເມືອເຮືອນ ແຕ່ເຈມພະຍາຍາມທີ່ຈະດັນປະຕູເຂົ້າໄປຫຼາຍຕໍ່ຫຼາຍຄັ້ງເພື່ອຫວັງໃຫ້ມັນເປີດອອກ.

ເຊິ່ງໃນຂະນະທີ່ເຈມກໍາລັງໃຊ້ບ່າດັນປະຕູຢູ່ນັ້ນ ມິດຊ໌ ດັກໂກຣ (Mitch Duckro) ຜູ້ເປັນພໍ່ຂອງຝ່າຍຍິງກໍໄດ້ຮ້ອງເຕືອນວ່າ “ຂ້ອຍມີປືນ” ເມື່ອໄດ້ຍິນແນວນັ້ນຊາຍໜຸ່ມກໍບໍ່ຄິດຢ້ານ ຈົນໃນທີ່ສຸດກໍມ້າງປະຕູໄດ້ສຳເລັດຫຼັງຈາກນັ້ນກໍໄດ້ມີສຽງປືນດັງຂຶ້ນ 3 ນັດ ກ່ອນທີ່ວີດິໂອຈະເຜີຍໃຫ້ເຫັນ ເຈມ ຮີບຍ່າງອອກມາຈາກປະຕູ ແລະ ລົ້ມລົງເສຍຊີວິດຢູ່ທາງຍ່າງຂອງເຮືອນແຟນເກົ່າ.

ແຟນເກົ່າ

ຕາມການລາຍງານຂອງ Sidney Daily News ກ່າວວ່າ ເຈົ້າໜ້າທີ່ຕໍາຫຼວດໄດ້ເຂົ້າກວດສອບສະຖານທີ່ເກີດເຫດ ແລະ ໄດ້ນຳຮ່າງຂອງ ເຈມ ໄປວິນິດໄສເຖິງສາເຫດຂອງການເສຍຊີວິດ ແລະ ໄດ້ພົບວ່າ ເຈມ ຖືກປືນຍິງໃສ່ບ່າ 2 ຄັ້ງ ແລະ ອີກ 1 ຄັ້ງຖືກຍິງໃສ່ກາງຫຼັງ ເປັນເຫດໃຫ້ເຈມເສຍຊີວິດໃນທີ່ເກີດເຫດກ່ອນຈະເຖິງໂຮງໝໍ.

ວີດິໂອຕອນເກີດເຫດ: https://cutt.ly/4Cy5PRu

ແຟນເກົ່າ



ນອກຈາກນີ້ ສະຖານີໂທລະພາບ WHIO-TV7 ຍັງໄດ້ເຜີຍແຜ່ຄລິບສຽງຂອງຍິງສາວທີ່ໄດ້ໂທແຈ້ງເຈົ້າໜ້າທີ່ໂດຍບອກວ່າ: ແຟນເກົ່າບຸກເຮືອນຂອງຕົນເອງ ແລະ ມີສຽງຮ້ອງບອກພໍ່ຂອງຕົນເອງວ່າ ເຣຍ໌ ພະຍາຍາມຈະມ້າງປະຕູເຂົ້າມາແລ້ວ.

“ລາວຈະຂ້າຂ້ອຍບໍ່?” ຍິງສາວກ່າວກັບຜູ້ເປັນພໍ່ ແລະ ຫຼັງຈາກຜູ້ເປັນພໍ່ໃຊ້ປືນຍິງແຟນເກົ່າຍິງສາວກໍບອກກັບພໍ່ວ່າ “ພໍ່ເຮັດດີທີ່ສຸດແລ້ວ ພໍ່ຊ່ວຍຊີວິດຂ້ອຍ”.

ໃນສ່ວນສາເຫດຂອງເຫດການຄັ້ງນີ້ມີການລາຍງານວ່າ ເຈມ ເຣຍ໌ ແລະ ແຟນເກົ່າໄດ້ຍຸຕິຄວາມສຳພັນຕັ້ງແຕ່ 18 ເດືອນກ່ອນໜ້ານີ້ແລ້ວ ແຕ່ຝ່າຍຊາຍຍັງມາວົນວຽນໃນຊີວິດພ້ອມກັບຈະທຳຮ້າຍແຟນສາວ ເຊິ່ງສ້າງຄວາມບໍ່ປອດໄພໃຫ້ກັບຝ່າຍຍິງ.


ແລະເມື່ອຕົ້ນເດືອນສິງຫານີ້ ຄະນະລູກຂຸນໃຫຍ່ປະຈໍາ Shelby County ໄດ້ລົງຄວາມເຫັນ 8 ຕໍ່ 1 ສຽງ ຕັດສິນ “ຄັດຄ້ານ” ການຕັ້ງຂໍ້ຫາກັບ ມິດຊ໌ ດັກໂກຣ (ຜູ້ລົງມືຍິງ) ໂດຍອ້າງວ່າທີ່ລັດໂອໄຮໂອມີກົດໝາຍ Stand Your Ground ທີ່ໄດ້ລະບຸວ່າອະນຸຍາດໃຫ້ເຈົ້າຂອງເຮືອນໃຊ້ກໍາລັງຮ້າຍແຮງເມື່ອຖືກຄຸກຄາມ.

ແຟນເກົ່າ

ຢ່າງໃດກໍຕາມ ຄອບຄົວຂອງ ເຈມ ບໍ່ພໍໃຈກັບຄໍາຕັດສິນດັ່ງກ່າວ ແລະໄດ້ພາກັນເປີດເພຈໃນ Facebook ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ເຈມ

“ມິດຊ໌ ຍິງລາວ (ເຈມ) ຈາກທາງຫຼັງແລະຂ້າລາວຕາຍ”

“ຂ້ອຍຂໍໃຫ້ມື້ທີ່ເຫຼືອຢູ່ຂອງພວກເຈົ້າເຈັບປວດທໍລະມານຍິ່ງກວ່າທີ່ເຄີຍເປັນມາ ເຈົ້າກັບລູກສາວບໍ່ສົມຄວນຖືກເອີ້ນວ່າເປັນມະນຸດ” ຄອບຄົວຂອງເຈມໄດ້ກ່າວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ