ນະຄອນຊິຄາໂກ ລັດອິລິນອຍ ສະຫະລັດອາເມຣິກາ ໄດ້ເລີ່ມການແຂ່ງຂັນເປັດຢາງສີເຫຼືອງ ຫຼື Chicago Ducky Derby 2021 ເພື່ອລະດົມທຶນໃຫ້ Special Olympics Illinois ອົງກອນຊ່ວຍເຫຼືອບໍ່ຫວັງຜົນກຳໄລ ສະໜັບສະໜູນນັກກິລາທົ່ວໄປ ແລະ ນັກກິລາທີ່ບົກຜ່ອງທາງສະຕິປັນຍາ.

ເປັດທີ່ປ່ອຍລົງໃນແມ່ນ້ຳນັ້ນ ເປັນເປັດທີ່ຖືກຊື້ໂດຍຄົນທົ່ວໄປໃນລາຄາ 5 ໂດລາ ເປັດແຕ່ລະໂຕຈະມີຊື່ຂອງຄົນຊື້ຂຽນໄວ້ນຳ ເງິນທີ່ຊື້ເປັດຈະຖືກນຳໄປບໍລິຈາກໃຫ້ອົງກອນຊ່ວຍເຫຼືອບໍ່ສະແຫວງຜົນກຳໄລ ແລະ ເມື່ອເປັດໂຕໃດເຂົ້າເສັ້ນໄຊໂຕທຳອິດ ເຈົ້າຂອງເປັດຕົວນັ້ນກໍຈະໄດ້ຮາງວັນເປັນເງິນຈຳນວນໜຶ່ງ.

ປະເພນີການແຂ່ງຂັນເປັດຢາງເຫຼືອງ Chicago Ducky Derby ເປັນປະເພນີທີ່ຖືກສ້າງຂຶ້ນມາໂດຍຊາວເມືອງຊິຄາໂກ ລັດອິລິນອຍ ທີ່ທຸກໆປີຈະມີການປ່ອຍເປັດຢາງສີເຫຼືອງລົງສູ່ແມ່ນ້ຳຊິຄາໂກເປັນໝື່ນໆໂຕ ເພື່ອຫາເງິນເຂົ້າອົງກອນຊ່ວຍເຫຼືອທີ່ບໍ່ສະແຫວງຫາຜົນກຳໄລ ແລະ ໃນປີ 2021 ຖືກຈັດເປັນປີທີ 16 ແລ້ວ.



ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/