ທ່ານ ວິໄລ ຫຼ້າຄຳຟອງ ພົນເອກ ຜູ້ທຳອິດຂອງກຳລັງປ້ອງກັນຄວາມສະຫງົບ


ພິທີປະກາດການເລື່ອນຊັ້ນໃຫ້ການນຳຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2021 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ.

ທ່ານນາງ ພຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຊັ້ນພົນເອກ ແລະ ພົນໂທ, ເລື່ອນຊັ້ນ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຂຶ້ນເປັນຊັ້ນ ພົນເອກ ແລະ ເລື່ອນຊັ້ນ ທ່ານ ພົນຕີ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ຂຶ້ນເປັນຊັ້ນ ພົນໂທ.

ໂອກາດດັ່ງກ່າວ, ທ່ານ ພັນຄໍາ ວິພາວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບບັນດາທ່ານທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຕີບໃຫຍ່ເຂັ້ມແຂງຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ.

ທ່ານຍັງໄດ້ໃຫ້ທິດຊີ້ນຳໃຫ້ການນຳກະຊວງປ້ອງກັນຄວາມສະຫງົບ ເອົາໃຈໃສ່ເພີ່ມທະວີການຈັດຕັ້ງ ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ. ນອກຈາກການປະຕິບັດວຽກງານວິຊາສະເພາະແລ້ວ ແມ່ນສຸມໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ບັນລຸຄາດໝາຍທີ່ວາງໄວ້, ສືບຕໍ່ນໍາເອົາເນື້ອໃນຈິດໃຈບັນດາມະຕິຂອງສູນກາງພັກ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງຫັນມາເປັນມະຕິ, ແຜນງານ ແລະ ໂຄງການຕົວຈິງ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດໃຫ້ສອດຄ່ອງກັບໜ້າທີ່ການເມືອງ, ສູ້ຊົນປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕ້ອງດຳເນີນການກວດກາໃຫ້ເປັນປົກກະຕິ ເຂັ້ມງວດຕາມຫຼັກການ ແລະ ຕາມທັດສະນະຂອງພັກ, ເອົາໃຈໃສ່ສູ້ຊົນສ້າງພະລາທິການຕາມເງື່ອນໄຂ, ຄວາມສາມາດ ແລະ ທ່າແຮງທີ່ບົ່ມຊ້ອນຂອງກົມກອງ ແລະ ເອົາໃຈໃສ່ປະຕິບັດຖືກຕ້ອງຕາມມະຕິຂອງພັກ ກ່ຽວກັບການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ກໍຄື ພົວພັນຮ່ວມມືກັບບັນດາປະເທດໃກ້ຄຽງ ເພື່ອແກ້ໄຂຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ປາກົດການຕ່າງໆຕາມແນວຊາຍແດນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/