ທ່ານັ່ງທີ່ລຶ້ງເຄີຍໃນແຕ່ລະວັນ ອາດເຮັດໃຫ້ທ່ານປວດບ່າໄຫຼ່ ແລະ ເຈັບຫຼັງແບບບໍ່ຈົບບໍ່ສິ້ນ


ບໍ່ວ່າຈະເປັນການນັ່ງຫຼິ້ນ, ນັ່ງເຮັດວຽກ ຫຼື ນັ່ງຊື່ໆ, ຖ້າຫາກນັ່ງໃນທ່າເກົ່າເປັນເວລາດົນໆ ຫຼື ນັ່ງຜິດທ່າກໍເປັນອັນຕະລາຍຕໍ່ເຮົາ ບໍ່ຕ່າງຫຍັງຈາກຜູ້ທີ່ໃຊ້ແຮງງານໃນການເຮັດວຽກເລີຍ, ຫາກໃຜທີ່ມີອາການຢູ່ແລ້ວແຕ່ຍັງນັ່ງໃນທ່າເກົ່າຊ້ຳໆ ອາການກໍອາດຈະໜັກຂຶ້ນເລື້ອຍໆຈົນເຮັດໃຫ້ຕ້ອງໄດ້ເຂົ້າບຳບັດເປັນປີໆ ແລະ ສົ່ງຜົນເສຍອື່ນອີກໄດ້.

ມື້ນີ້ເຮົາຈະມາບອກກ່ຽວກັບທ່ານັ່ງທີ່ຄວນຫຼີກເວັ້ນ ແລະ ທ່ານັ່ງທີ່ຖືກຕ້ອງເພື່ອບັນເທົາອາການປວດເມື່ອຍເມື່ອຕ້ອງນັ່ງເປັນເວລາດົນ.

  • ນັ່ງໄຂວ້ຂາ

ຫຼາຍຄົນອາດຈະຮູ້ດີວ່າ ທ່າ​ນັ່ງ​ໄຂວ້ຂາອາດຈະ​ເຮັດ​ໃຫ້​ເຮົາ​ເບິ່ງ​ມີບຸກຄະລິກດີ. ແຕ່ເມື່ອເຮົາລົງນໍ້າໜັກໃສ່ຂາ ແລະ ຕີນຂ້າງໃດຂ້າງໜຶ່ງ ເຮັດໃຫ້ການໄຫຼວຽນເລືອດ​​ໃນບໍລິເວນຂາ​ນັ້ນໄຫຼວຽນບໍ່ຄ່ອຍດີ. ນອກ​ຈາກ​ຈະເມື່ອຍ ແລະ ​ໜັກຂາຈາກການເຕັງແລ້ວ​​ ມັນຍັງເຮັດໃຫ້ກ້າມເນື້ອສະໂພກ, ແອວ, ແກ່ຍາວໄປຫຼັງຫົວຜິດຮູບ, ກ້າມເນື້ອຂ້າງກະດູກບໍ່ມີຄວາມສົມດຸນ ແລະ ອາດຈະເຮັດໃຫ້ກະດູກສັນຫຼັງງໍ, ເສັ້ນປະສາດເຮັດວຽກຜິດ, ໝອນຮອງກະດູກເສື່ອມ ຫຼື ໝອນຮອງກະດູກທັບເສັ້ນປະສາດ ເຊິ່ງເປັນໂຣກທີ່ນິຍົມຫຼາຍໃນໝູ່ພະນັກງານອັອບຟິດ.

  • ນັ່ງຫຼັງກົ່ງ

ນອກຈາກຈະເຮັດໃຫ້ບຸກຄະລິກບໍ່ດີແລ້ວ ການນັ່ງຫຼັງກົ່ງຍັງເຮັດໃຫ້ກະດູກສັນຫຼັງງໍ ໂດຍສະເພາະແມ່ນນັ່ງເປັນເວລາດົນໆ ບໍ່ລຸກໄປໃສເລີຍ ຈະເຮັດໃຫ້ກ້າມເນື້ອເຄັ່ງຕຶງ ເກີດການກັກເກັບຂອງກົດ lactic ເຮັດໃຫ້ຮູ້ສຶກເມື່ອຍຕະຫຼອດເວລາ ແລະ ກະດູກທີ່ຄົດງໍຜິດຮູບຢ່າງຖາວອນ.

  • ນັ່ງບໍ່ເຕັມກົ້ນ

ຫຼາຍຄົນມັກຈະນັ່ງບໍ່ຄ່ອຍເຕັມກົ້ນ ຫຼື ມັກນັ່ງພຽງເຄິ່ງກົ້ນເທົ່ານັ້ນ ເຮັດໃຫ້ຫຼັງບໍ່ໄດ້ອີງກັບຕັ່ງນັ່ງ ຈຶ່ງເປັນເຫດໃຫ້ຫຼັງກົ່ງໂດຍບໍ່ຮູ້ຕົວ. ນອກຈາກນີ້ຍັງເຮັດໃຫ້ກ້າມຊີ້ນຫຼັງເຮັດວຽກຫຼາຍຂຶ້ນ ເພາະຖານກົ້ນຮອງຮັບນ້ຳໜັກໄດ້ບໍ່ເຕັມທີ່.

  • ນັ່ງຂັດຕະໝາດ, ນັ່ງພັບແພບ

ຫຼາຍຄົນມັກເອົາຂາຂຶ້ນມານັ່ງຂັດຕະໝາດຢູ່ເທິງຕັ່ງ, ການນັ່ງສະມາທິເປັນເວລາດົນ ອາດຈະເຮັດໃຫ້ເກີດອາການຂາຊາ ເນື່ອງເລືອດບໍ່ສາມາດໄຫຼວຽນໄດ້ຢ່າງສະດວກ. ການນັ່ງໃນທ່າດັ່ງກ່າວເປັນເວລາດົນໆຍັງເປັນສາເຫດຂອງອາການຂໍ້ຂາອັກເສບໄດ້.

  • ນັ່ງທັບຂາຂ້າງໃດຂ້າງໜຶ່ງເປັນເວລາດົນ

ການຍົກຂາຂ້າງໃດຂ້າງໜຶ່ງ ແລ້ວເອົາຂາອີກຂ້າງທັບ ເຮັດໃຫ້ເລືອດໄຫຼວຽນໄປລ້ຽງຂາໄດ້ບໍ່ສະດວກ. ນອກຈາກນີ້ຍັງສ່ຽງເຮັດໃຫ້ກະດູກສະໂພກ ແລະ ກະດູກສັນຫຼັງຄົດງໍໄດ້.

  • ນັ່ງຍົກໄຫຼ່

ຫຼາຍຄົນອາດບໍ່ເຄີຍສັງເກດວ່າຕົນເອງເປັນຄົນທີ່ຍົກໄຫຼ່ຢູ່ຕະຫຼອດເວລາ ໂດຍສະເພາະຄົນທີ່ເຮັດວຽກຢູ່ໜ້າຄອມພິວເຕີ, ເຊິ່ງສາເຫດທີ່ເຮົາຍົກໄຫຼ່ຢູ່ຕະຫຼອດເວລານັ້ນ ຍ້ອນວ່າຕັ່ງນັ່ງ ແລະ ໂຕະວາງຄອມພິວເຕີບໍ່ສຳພັນກັນ ອາດຍ້ອນຕັ່ງທີ່ເຕ້ຍເກີນໄປ ຫຼື ໂຕະທີ່ສູງເກິນໄປ ຈຶ່ງເຮັດໃຫ້ເວລາເຮົາພິມ ຫຼື ໃຊ້ເມົ້າຕ້ອງໄດ້ຍົກໄຫຼ່ຂຶ້່ນມານຳ ເພື່ອທີ່ຈະເຮັດວຽກໄດ້ຢ່າງຖະນັດຂຶ້ນ. ແລະນີ້ເຮັດໃຫ້ເຮົາປວດໄຫຼ່ ແລະ ເປັນສາເຫດຂອງການປວດຫຼັງແບບຊຳເຮຶ້ອ.

ທ່ານັ່ງທີ່ດີສາມາດຊ່ວຍບັນເທົາອາການປວດເມື່ອຍໄດ້ດີ ເພາະສະນັ້ນເຮົາຄວນນັ່ງດ້ວຍທ່ານັ່ງທຳມະດາ ປ່ອຍຂາລົງຕາມສະບາຍທັງສອງຂ້າງ ຫຼັງຕິດເບາະນັ່ງ, ຫາກຕັ່ງນັ່ງມີບ່ອນວາງແຂນ ກໍຄວນປັບຄວາມສູງ – ຕໍ່າໃຫ້ພໍດີກັບໂຕະເຮັດວຽກ ຂໍ້ມືກັບຂໍ້ສອກຕ້ອງຢູ່ໃນລະດັບນາບພຽງກັນ ສ່ວນບ່າໄຫຼ່ກັບຂໍ້ສອກຕັ້ງສາກເປັນມຸມ 90 ອົງສາ, ຫາກຕ້ອງນັ່ງເປັນເວລາດົນໆ ຄວນລຸກໄປຢ່າງຍືດເສັ້ນຍືດສາຍ ແລະ ປ່ຽນທ່າທຸກໆ 15-20ນາທີ.

ທີ່ມາ:

https://cutt.ly/Z5uDg9A

https://cutt.ly/o5uDkeD

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/