ຄັ້ງໜຶ່ງ! ນັກຈິດຕະກອນຊື່ດັງ Van Gogh ເຄີຍຕັດຫູຕົນເອງ ເນື່ອງຈາກຜິດຫວັງຈາກຄົນຮັກແທ້ ຫຼື ບໍ່?


Vincent Van Gogh ນັກຈິດຕະກອນຊື່ດັງຄົນນີ້ຫຼາຍຄົນຄົງຈະຮູ້ຈັກ ແລະ ໄດ້ຊົມຜົົນງານຂອງລາວມາແລ້ວ. ແຕ່ສະໄໝລາວຍັງມີີວິດຢູ່ ເຄີຍຕັດໃບຫູຂອງຕົນເອງ (ຄາດວ່າເປັນຫູເບື້ອງຊ້າຍ) ເມື່ອນັກຈິດຕະກອນຕັດຫູ ຫຼາຍຄົນກໍພາກັນສົງໄສ ວ່າເປັນຫຍັງຄືຕັດ ສາເຫດເກີດຈາກຫຍັງ?

ໃນທິດສະດີທຳອິດ ເຊິ່ງເປັນທິດສະດີທີ່ຄົນສ່ວນໃຫຍ່ເຊື່ອນັ້ນໄດ້ອະທິບາຍວ່າ ສາເຫດທີ່ເຮັດໃຫ້ລາວຕັດໃບຫູຂອງຕົນເອງ ເກີດຂຶ້ນຈາກອາການສັບສົນ ຫຼັງຈາກທີ່ລາວໄປສ້າງຄວາມວຸ້ນວາຍກັບຈິດຕະກອນທີ່ມີຊື່ສຽງອີກຄົນໜຶ່ງ Paul Gauguin, ເນື່ອງຈາກມີອາລົມຮ້ອນ ແລະ ມີຄວາມຄຽດແຄ້ນຢ່າງໜັກ ກໍເລີຍເຮັດໃຫ້ລາວໄດ້ຕັດໃບຫູເບື້ອງຊ້າຍຂອງຕົນເອງ ກ່ອນທີ່ຈະນຳໃບຫູຂອງຕົນເອງໄປມອບໃຫ້ກັບໂສເພນີຄົນໜຶ່ງ ເພື່ອຕອບແທນຄວາມຮັກທີ່ Van Gogh ມີໃຫ້ກັບສາວຄົນນັ້ນ.

ອີກທິດສະດີໜຶ່ງກໍເຊື່ອວ່າ Van Gogh ຕັດໃບຫູຂອງຕົນເອງເກີດຈາກຄວາມເສຍໃຈ ແລະ ຄຽດ ທີ່ຄັ້ງໜຶ່ງລາວເຄີຍຖືກຜູ້ຍິງຄົນໜຶ່ງປະຕິເສດຄວາມຮັກຈາກລາວ. ສ່ວນອີກທິດສະດີສຸດທ້າຍ ເກີດຂຶ້ນຈາກພາວະການເຈັບປ່ວຍທາງຈິດຂອງລາວ ອັນເກີດຈາກຄວາມຄຽດ ຄວາມຜິດຫວັງ ແລະ ຄວາມເສຍໃຈ ທີ່ລາວເຮັດໄດ້ແບກຮັບໄວ້ມາເກືອບຕະຫຼອດຊີວິດ ເຊິ່ງກໍໄດ້ນຳໄປສູ່ການທຳຮ້າຍຮ່າງກາຍຕົນເອງ ໂດຍການຕັດໃບຫູຂອງຕົນເອງ ແລະ ເຮັດໃຫ້ບັ້ນປາຍຊີວິດຂອງ Van Gogh ຕ້ອງໄປໃຊ້ຊີວິດຢູ່ໃນໂຮງພະຍາບານຈິດຕະເວດຈົນເສຍຊີວິດລົງ.

ເຖິງຢ່າງໃດກໍຕາມ ຍັງມີອີກຫຼາຍໆທິດສະດີ ທີ່ໃຊ້ອະທິບາຍເຖິງເລື່ອງນີ້ ແຕ່ຈົນເຖິງປັດຈຸບັນ ກໍຍັງບໍ່ມີໃຜຮັບຮູ້ເຖິງສາເຫດທີ່ແທ້ຈິງ ວ່າເປັນຫຍັງ Van Gogh ຕ້ອງຕັດໃບຫູຂອງຕົນເອງ.

ຂໍ້ມູນຈາກ:

https://bit.ly/3pZsQX9

https://bit.ly/45nOfti

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/