ແມວມີສະເໜ່ບ່ອນໃດ ເປັນຫຍັງຄືຕົກເປັນທາດແມວ?


ສິ່ງທີ່ມີຊີວິດ ຫຼື ສິ່ງທີ່ບໍ່ມີຊີວິດ ລ້ວນແລ້ວແຕ່ມີສະເໜ່ໃນແບບຂອງຕົນເອງ ບໍ່ວ່າຈະເປັນສັດ ຫຼື ມະນຸດ ຕ່າງກໍມີສະເໜ່ທີ່ແຕກຕ່າງກັນ, ແມວກໍເຊັ່ນດຽວກັນ ມີສະເໜ່, ຄວາມໜ້າຮັກ ແລະ ຄວາມງາມ ໃນແບບຂອງນ້ອງ, ຫຼາຍຄົນກໍຫຼົງໃຫຼໄປຄວາມໜ້າຮັກ ຈົນກາຍເປັນທາດເລີຍກໍວ່າໄດ້ ຢາກຫຍັງຕ້ອງການຫຍັງເຮົາກໍຕ້ອງຫາມາໃຫ້ນ້ອງ.

ແມວເປັນສັດທີ່ປະຫຼາດ ແລະ ມີຄວາມສາມາດປ່ຽນໃຫ້ມະນຸດ ຫຼື ທາດແມວຫຼົງຮັກ ແລະ ພ້ອມເຮັດທຸກຢ່າງໃຫ້ແມວພໍໃຈ ແມວສາມາດກ່ອມໃຫ້ມະນຸດຫຼົງດ້ວຍຂົນຂອງແມວ ທີ່ມີຄວາມນຸ້ມໆອ່ອນໆ, ພຸງນ້ອຍໆ, ຕາໃສໆ, ນິດໄສແມວໆ ພຶດຕິກຳຕ່າງໆເຫຼົ່ານີ້ ລ້ວນແລ້ວແຕ່ເປັນສະເໜ່ຂອງນ້ອງແມວ ເຮັດໃຫ້ຄົນຫຼົງຮັກໄດ້ ດຶງດູດເອົາໃຫ້ມະນຸດຫຼົງໃຫຼໂດຍບໍ່ຕ້ອງພະຍາຍາມ.

ໜ້າຕາຂອງແມວ ເປັນອັນດັບທຳອິດເລີຍທີ່ສາມາດດຶງດູດເອົາມະນຸດມາຢູ່ໃນກຳມືໄດ້ ໂດຍບໍ່ຕ້ອງພະຍາຍາມໃຫ້ເມື່ອຍ ຈົນມີຫຼາຍນັກວິທະຍາສາດເຄີຍສົງໄສເປັນຫຍັງມະນຸດ ຈຶ່ງຮັກແມວໄດ້ແບບງ່າຍດາຍ ຫຼື ມີຄວາມອ່ອນໄຫວງ່າຍໆ. ທີ່ຈິງແລ້ວ ກໍຍ້ອນແມວເປັນສັດທີ່ມີຫົວມົນໆ ຕາໃຫຍ່ໆ ມີຕົນໂຕທີ່ນຸ້ມໆ ຄືກັບເດັກນ້ອຍ ຈຶ່ງສາມາດກະຕຸ້ນໃຫ້ຮ່າງກາຍມະນຸດຜະລິດຮໍໂມນແຫ່ງຄວາມຮັກອອກມາ.

ນິດໄສຂອງແມວ ເຊິ່ງແມວຈະໄດ້ຍິນທຸກຄັ້ງທີ່ມະນຸດຮ້ອງ ແຕ່ແມວບໍ່ສົນໃຈ ແມວມີນິດໄສສະເພາະໂຕທີ່ແຕກຕ່າງໄປຈາກໝາກໍຄືແມວບໍ່ສົນໃຈເຮັດຕາມຄຳສັ່ງຂອງມະນຸດ ເຊິ່ງນິດໄສນີ້ພົບເຫັນຕັ້ງແຕ່ສະໄໝບູຮານຈົນຮອດປັດຈຸບັນ ກາຍເປັນສະເໜ່ຂອງແມວໂດຍອັດຕະໂນມັດ ດຶງດູດທາດໄດ້ເປັນຢ່າງດີ. ງານວິໄຈສະບັບໜຶ່ງກ່າວວ່າ ແມວໄດ້ຍິນສຽງເຈົ້າຂອງເອີ້ນ ແຕ່ບໍ່ຍອມລຸກໄປຫາ.

ແມວມາອ້ອນ ຫຼື ມາຖູໄຖ ແມວມີດັງທີ່ພິເສດຢ່າງໜຶ່ງໃນຕຳແໜ່ງທົ່ວໂຕ ແລະ ໃບໜ້າ ເມື່ອແມວໄດ້ມັກມະນຸດຄົນໃດຫຼາຍໆ ກໍມັກຈະມາຖູ ພ້ອມຖິ້ມກິ່ນເອົາໄວ້. ອີກອັນໜຶ່ງ ແມ່ນມັນສາມາດກັດ ຫຼື ສວບ ເຮົາໄດ້ ເປັນການຫຼິ້ນ ແລະ ການສະແດງຄວາມຮັກຂອງແມວ ການງັບດ້ວຍຄວາມຮັກຂອງແມວມັກຈະເບົາໆບໍ່ເຮັດໃຫ້ເຈັບຫຼາຍ ຄືກັບເຈົ້າຂອງເປັນໝູ່ສະໜິດຂອງແມວ.

ແມວນວດເກັ່ງ ເຊິ່ງການນວດຕີນຂອງແມວ ເປັນພຶດຕິກຳທີ່ແມວເຄີຍເຮັດເວລານວດຕີນນົມແມ່ເພື່ອໃຫ້ນົມໄຫຼ ເຊິ່ງແມວຈະນວດກໍຕໍ່ເມື່ອຕ້ອງການຈະສະແດງຄວາມຮັກ ຄວາມໄວ້ໃຈ ແລະ ຄວາມຮູ້ສຶກປອດໄພເມື່ອຢູ່ກັບເຈົ້າຂອງ ແຕ່ແມວບາງໂຕກໍນວດໆຈັດບ່ອນນອນຢູ່ໃກ້ກັບເຈົ້າຂອງ. ນອກຈາກນີ້ ກໍມີພຶດຕິການຫຼິ້ນເຄື່ອງຫຼິ້ນ ກິລິຍາທ່າທາງທີ່ອອກມາແມ່ນມີຄວາມໜ້າຮັກ ເຮັດໃຫ້ມະນຸດຫຼົງໃຫຼໄດ້, ສຽງກໍມີສະເໜ່ເຊັ່ນດຽວກັນ ນ້ຳສຽງທີ່ມີຄວາມອ່ອນຫວານ ສົ່ງສຽງຄືຮ້າຍແຕ່ກໍຍັງຫວານຢູ່.

ໄປກັບມະນຸດໄດ້ທຸກທີ່ (ເຈົ້າຂອງ) ເມື່ອມະນຸດເຮັດຄືບໍ່ສົນໃຈແມວ ແມວຈະມາສົນໃຈເຮົາເອງ ແລະ ພ້ອມຈະໄປທຸກທີ່ກັບເຮົາ ເມື່ອມີກິດຈະກຳທີ່ແປກ ເຮັດໃຫ້ແມວສົນໃຈ. ນອກຈາກນີ້ ກໍຍັງມີອີກຫຼາຍໆຢ່າງ ທີ່ອາດຈະເວົ້າອອກມາບໍ່ໝົດ.

ຂໍ້ມູນຈາກ:

GATORO

hidogcat

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/