ທ່ອງທ່ຽວຟື້ນຕົວ! 9 ເດືອນ ປີ 2023 ຫຼວງພະບາງສ້າງລາຍຮັບຈາກການທ່ອງທ່ຽວໄປແລ້ວ 431 ລ້ານໂດລາ


ໃນ 9 ​ເດືອນ​ທຳອິດ ຂອງປີ 2023 ນີ້ ​ແຂວງ​ຫຼວງ​ພະ​ບາງ ເມືອງມໍລະດົກໂລກ ຂອງ ສປປ ລາວ  ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 779.000 ກວ່າ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 121,49% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສາມາດສ້າງລາຍຮັບຈາກການທ່ອງທ່ຽວ ໄດ້ເຖິງ 431 ລ້ານໂດລາ.

ໃນຈຳນວນນັກທ່ອງທ່ຽວທີ່ແຂວງຫຼວງພະບາງນັ້ນ ເປັນຄົນລາວ 177,596 ຄົນ, ຫຼຸດລົງ 26,24%, ນັກທ່ອງທ່ຽວຕ່າງປະເທດ 602,215 ຄົນ, ເພີ່ມຂຶ້ນ 441% ເມື່ອທຽບກັບປີ 2022.

ໃນ​ການ​ຄາດ​ຄະ​ເນ​ປີ​ທ່ອງ​ທ່ຽວ​ລາວ 2024, ອຳນາດ​ການ​ປົກຄອງ​ພວມ​ເລັ່ງລັດ​ໂຄສະນາ ​ແລະ ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຜ່ານ​ສື່​ຕ່າງໆ. ພ້ອມທັງ​​ປັບປຸງ​ສະຖານ​ທີ່​ທ່ອງ​ທ່ຽວ ​ແລະ ​ເພີ່ມ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ​ເພື່ອ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ແລະ ຍົກ​ສູງ​ຊື່​ສຽງ​ຂອງ​ແຂວງ​ໃຫ້​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີຄຸນຄ່າ​.

ໂດຍ ທ່ານ ປອ ນາງ ສຸດາພອນ ຄົມທະວົງ ກ່າວວ່າ: ເພື່ອກະກຽມຄວາມພ້ອມ ປີທ່ອງທ່ຽວລາວໃນປີ 2024, ແຂວງຈະເພີ່ມທະວີການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວຜ່ານສື່ຕ່າງໆ, ປັບປຸງບູລະນະປົວແປງແຫຼ່ງທ່ອງທ່ຽວ ສ້າງເງື່ອນໄຂອໍານວຍຄວາມສະດວກດ້ານຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ບັນລຸຕາມແຜນ, ຈັດກິດຈະກໍາການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ແລະ ຊຸກຍູ້ເອກະຊົນ, ສັງຄົມເຂົ້າມາມີສ່ວນຮ່ວມພັດທະນາວຽກງານການທ່ອງທ່ຽວໃຫ້ຫຼາຍຂຶ້ນ.

ທ່ານ ປອ ນາງ ສຸດາພອນ ກ່າວຕື່ມວ່າ: ແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຫຼາຍຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແມ່ນແຫຼ່ງທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດ ເປັນຕົ້ນ: ຕາດກວາງຊີ, ວັດຊຽງທອງ, ພູສີ, ວັດວາອາຮາມ, ຫໍພິພິທະພັນ, ຖໍ້າຕິ່ງ, ຕາດຮ້ອຍຄົວ.

ໂດຍນອກຈາກ ແຫຼ່ງທ່ອງທ່ຽວຕ່າງໆ ແລ້ວ ພາຍໃນແຂວງຫຼວງພະບາງກໍຍັງມີກິດຈະກຳຕ່າງໆ ທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ ເຊັ່ນ: ການໃສ່ບາດ, ການນຸ່ງເຄື່ອງແບບບູຮານ, ອາຫານການກິນ, ວິຖີຊີວິດຂອງປະຊາຊົນທ້ອງຖິ່ນ, ເຊິ່ງປັດຈຸບັນມີແຫຼ່ງທ່ອງທ່ຽວທັງໝົດ 228 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທຳມະຊາດ 111 ແຫ່ງ, ວັດທະນະທຳ 78 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງປະຫວັດສາດ 39 ແຫ່ງ.

ປັດຈຸບັນ ທົ່ວແຂວງຫຼວງພະບາງ ມີໂຮງແຮມ, ຣີສອດ 97 ແຫ່ງ, ເຮືອນພັກ 400 ຫຼັງ, ຮ້ານອາຫານ 311 ຮ້ານ, ມີບໍລິສັດທ່ອງທ່ຽວ 97 ບໍລິສັດ, ຮ້ານບັນເທີງ 19 ຮ້ານ, ຮ້ານນວດ ແລະ ສະປາ 36 ຮ້ານ, ມີພະນັກງານນໍາທ່ຽວລະດັບຊາດ 553 ຄົນ,ຍິງ 126 ຄົນ ແລະ ພະນັກງານນໍາທ່ຽວລະດັບແຂວງ ຈໍານວນ 41 ຄົນ, ຍິງ 11 ຄົນ.

ຄາດວ່າໝົດປີ 2023 ນີ້ ຈະມີນັກທ່ອງທ່ຽວເຂົ້າມາຫຼວງພະບາງ ທັງໝົດປະມານ 1.025.694 ເທື່ອຄົນ ແລະ ຮອດປີ 2025 ໃຫ້ໄດ້ 2.845.584 ເທື່ອຄົນ.

ຫຼວງພະບາງ ມີທ່າແຮງທີ່ສາມາດດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ເຊິ່ງປັດຈຸບັນ, ແຂວງຫຼວງພະບາງ ມີແຫຼ່ງທ່ອງທ່ຽວທີ່ຫຼາກຫຼາຍ, ມີທ່າແຮງດ້ານການທ່ອງທ່ຽວທີ່ພົ້ນເດັ່ນ ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມຫຼວງພະບາງ ເປັນຈຳນວນຫຼາຍ.

https://www.vientianetimes.org.la/sub-new/Current/Cur_LuangPrabang194_23.php?fbclid=IwAR3lJXdDHn44195D8iSWOMsK3iniSE6bztJkrR1qUlQSwwG42lGHv0XtcWY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/