ທົນໂຄສະນາບໍ່ໄຫວ! ຕົວເລກເຜີຍ ມີຄົນຍອມຈ່າຍເງິນຊື້ YouTube Premium ເພີ່ມຂຶ້ນ 60% ຫຼັງມີໂຄສະນາໃນ YouTube ຫຼາຍເກີນໄປ


ເຊື່ອວ່າ ໃນເວລາວ່າງຂອງຫຼາຍໆຄົນ ກໍຄົງຈະຊອກເບິ່ງນັ້ນເບິ່ງນີ້ ຕາມ YouTube ແພລັດຟອມເບິ່ງວິດີໂອອັນດັບໜຶ່ງຂອງໂລກ ເພາະດ້ວຍຄວາມສະດວກສະບາຍໃນການເຂົ້າເຖິງ ແລະ ມີຫຼາກຫຼາຍຄອນເທັນໃຫ້ເຮົາໄດ້ເລືອກເບິ່ງ. ແຕ່ໄລຍະຫຼັງໆມາເຮົາກໍສັງເກດໄດ້ຢ່າງຊັດເຈນວ່າ ໃນລະຫວ່າງການເບິ່ງວິດີໂອ ມັກຈະມີໂຄສະນາຂຶ້ນມາຫຼາຍຜິດຫູຜິດຕາ ຈົນບາງເທື່ອມັນເຮັດໃຫ້ຜູ້ໃຊ້ງານຫຼາຍຄົນເກີດຄວາມລຳຄານ.

ຢ່າງໃດກໍຕາມ YouTube ກໍໄດ້ນຳສະເໜີທາງອອກສຳລັບຄົນທີ່ບໍ່ຢາກເບິ່ງໂຄສະນາໄວ້ແລ້ວ ນັ້ນກໍຄື “YouTube Premium”  ບໍລິການລາຍເດືອນທີ່ຈະເຮັດໃຫ້ຜູ້ໃຊ້ງານສາມາດຮັບຊົມວິດີໂອ ໄດ້ແບບບໍ່ມີໂຄສະນາຂຶ້ນມາໃຫ້ລຳຄານ ແລະ ຍັງສາມາດສາຍວິດີໂອ ຫຼື ຟັງເພງໄດ້ ເຖິງແມ່ນວ່າຈະລັອກໜ້າຈໍ.

ໂດຍຂໍ້ສະເໜີດັ່ງກ່າວໄດ້ຮັບກະແສຕອບຮັບຈາກຜູ້ໃຊ້ງານເປັນຢ່າງດີ ເພາະນອກຈາກຜູ້ໃຊ້ຈະບໍ່ຕ້ອງທົນເບິ່ງໂຄສະນາທີ່ຂຶ້ນມາຫຼາຍເກີນໄປແລ້ວ ຜູ້ໃຊ້ງານຍັງສາມາດເປີດ YouTube ໃນຕອນທີ່ລັອກໜ້າຈໍ ເພື່ອເປັນຊ່ອງທາງໃນການຟັງເພງ ຫຼື ຟັງລາຍການຕ່າງໆ ໃນຂະນະທີ່ກຳລັງເຮັດກິດຈະກຳອື່ນໆ.


ຫຼ້າສຸດ YouTube ໄດ້ເປີດເຜີຍອອກມາວ່າ ຍອດຂອງຜູ້ໃຊ້ບໍລິການ YouTube Premium ນັ້ນ ມີຈໍານວນເພີ່ມຂຶ້ນປະມານ 80 ລ້ານຄົນ ແລ້ວຈາກແຕ່ກ່ອນມີພຽງປະມານ 50 ລ້ານຄົນເທົ່ານັ້ນ ຄິດເປັນປະມານ 60% ຈາກໄລຍະທີ່ຜ່ານມາ.

ຢ່າງໃດກໍຕາມ ເຖິງແມ່ນວ່າຜູ້ໃຊ້ງານ YouTube Premium ຈະເຕີບໂຕຂຶ້ນແບບກ້າວກະໂດດ ແຕ່ກໍຍັງເປັນຈຳນວນທີ່ຍັງໜ້ອຍຢູ່ ເມື່ອທຽບກັບຜູ້ໃຊ້ງານທັງໝົດທີ່ມີສູງເຖິງ 2.100 ລ້ານຄົນ ຄິດເປັນພຽງ 3.8% ເທົ່ານັ້ນ ຈາກຈຳນວນທັງໝົດ.

ດັ່ງນັ້ນຈຶ່ງໜ້າສົນໃຈວ່າ YouTube ຈະສາມາດດຶງໃຫ້ຜູ້ໃຊ້ທຳມະດາມາເປັນ YouTube Premium ໄດ້ຫຼາຍຂຶ້ນແນວໃດ ແລະ ແນ່ນອນ ໜຶ່ງໃນວິທີທີ່ງ່າຍທີ່ສຸດກໍຄືການເພີ່ມໂຄສະນາເຂົ້າໄປອີກ ຈົນຜູ້ໃຊ້ທົນບໍ່ໄຫວ ແລະ ຫັນມາສະໝັກ YouTube Premium ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/