25 ປີທີ່ລໍຄອຍ! ໃນທີ່ສຸດ ຊາໂຕຊິ ກໍສາມາດຄວ້າແຊ້ມໂລກ Pokemon ໄດ້ສຳເລັດ ແຟນໆທົ່ວໂລກຮ່ວມສະແດງຄວາມຍິນດີ


ເຊື່ອວ່າແຟນໆ Pokemon ຫຼາຍຄົນຄົງຈະເອົາໃຈຊ່ວຍ ຊາໂຕຊິ ເດັກໜຸ່ມຕົວລະຄອນເອກຂອງ ອະນິເມະ ເລື່ອງ Pokemon ເພາະຕະຫຼອດ 25 ປີ ທີ່ອະນິເມະເລື່ອງນີ້ອອກອາກາດ ເດັກໜຸ່ມຄົນນີ້ຍັງບໍ່ເຄີຍໄດ້ສຳຜັດ ແລະ ຕ້ອງຜິດຫວັງກັບຕຳແໜ່ງແຊ້ມໂລກ Pokemon ນີ້ມາແລ້ວຫຼາຍຕໍ່ຫຼາຍເທື່ອ.

ແຕ່ຫຼ້າສຸດ ເບິ່ງຄືວ່າຄວາມຫວັງຂອງແຟນໆກໍໄດ້ຮັບການຕອບສະໜອງ ເມື່ອທ້າຍທີ່ສຸດແລ້ວ ຊາໂຕຊິ ກໍສາມາດຄວ້າຕຳແໜ່ງແຊ້ມໂລກ Pokemon ມາຄອບຄອງໄດ້ສຳເລັດ ຫຼັງຈາກທີ່ Pokemon Ultimate Journeys’ ໄດ້ອອກອາກາດໃນປະເທດຍີ່ປຸ່ນ ໄປໃນວັນທີ 11 ພະຈິກ ທີ່ຜ່ານມາ.

ສຳລັບຮອບຊິງຊະນະເລີດຂອງການແຂ່ງຂັນຊິງແຊ້ມໂລກ ຊາໂຕຊິ ສາມາດເອົາຊະນະ Leon ແຊ້ມໂລກຄົນເກົ່າ ໄດ້ສຳເລັດ. ໂດຍການແຂ່ງຂັນຄັ້ງນີ້ຕ້ອງແບ່ງກັນອອກອາກາດໄປເຖິງ 4 Ep ຈົນສຸດທ້າຍແລ້ວ ຊາໂຕຊິກໍສາມາດຄວ້າແຊ້ມໂລກໄດ້ສຳເລັດ ແຟນໆທົ່ວໂລກໄດ້ຮ່ວມສະແດງຄວາມຍິນດີກັບຕົວລະຄອນນີ້ຢ່າງຫຼວງຫຼາຍ.

ໂດຍພາຍຫຼັງບັນຊີ Twitter ຂອງຮູບເງົາເລື່ອງ Pokemon ໄດ້ໂພສສະແດງຄວາມຍິນດີກັບ ຊາໂຕຊິ  ກໍໄດ້ມີແຟນເຂົ້າມາກົດຖືກໃຈຫຼາຍກວ່າ 4 ແສນຄົນ ແລະ Retweet ໄປອີກຫຼາຍກວ່າ 123.000 ເທື່ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/