ທຸກໆ 1 ຊົ່ວໂມງ ນ້ຳກ້ອນກຣີນແລນຈະລະລາຍ 30 ລ້ານໂຕນ!


ຜົນວິໄຈຫຼ້າສຸດໄດ້ຊີ້ໃຫ້ເຫັນວ່າ ນ້ຳກ້ອນກຣີນແລນລະລາຍສະເລ່ຍເຖິງ 30 ລ້ານໂຕນໃນທຸກໆ 1 ຊົ່ວໂມງ ສະທ້ອນໃຫ້ເຫັນວ່າ ການປ່ຽນແປງທາງພູມອາກາດ ຫຼື Climate Change ນັບມື້ນັບຈະສ້າງຜົນກະທົບທີ່ທະວີຄວາມຮຸນແຮງຂຶ້ນມາເລື້ອຍໆ.

ນັກວິທະຍາສາດ ໄດ້ສຶກສາ ແລະ ວິເຄາະຮູບຖ່າຍຈາກດາວທຽມ ເພື່ອລະບຸຕຳແໜ່ງສິ້ນສຸດຂອງກຳແພງນ້ຳກ້ອນແຫ່ງກຣີນແລນທຸກໆປີ ມາຕັ້ງແຕ່ປີ 1985 ຫາ 2022 ເຊິ່ງຜົນມັນກໍປາກົດອອກມາວ່າ ນ້ຳກ້ອນມີການຫົດຕົວລົງຢ່າງຫຼວງຫຼາຍ ແລະ ເກີດໃນຫຼາຍຈຸດ ໂດຍລວມແລ້ວປະລິມານນ້ຳກ້ອນທີ່ຫາຍໄປມີຫຼາຍນັບລ້ານໆໂຕນ.

ນ້ຳກ້ອນກຣີນແລນມີການສູນເສຍມວນນ້ຳກ້ອນປະລິມານມະຫາສານຕັ້ງແຕ່ຫຼາຍສິບປີທີ່ຜ່ານມາ ເນື່ອງຈາກອຸນຫະພູມໂລກຂອງເຮົາມີການປັບຕົວຂຶ້ນຢ່າງຕໍ່ເນື່ອງ ພ້ອມກັນນັກວິທະຍາສາດບາງກຸ່ມຍັງກັງວົນກ່ຽວກັບ ການລະລາຍຂອງນ້ຳກ້ອນກຣີນແລນອາດສົ່ງຜົນໃຫ້ກະແສນ້ຳ AMOC ໃນແອັດແລນຕິກເໜືອ ຫຼົ້ມສະຫຼາຍໄດ້.

ເນື່ອງຈາກກະແສນ້ຳ AMOC ເປັນໜຶ່ງໃນສ່ວນສຳຄັນຂອງ Thermohaline Circulation ຫຼື  ສາຍພານລຳລຽງກະແສນ້ຳຂະໜາດຍັກທີ່ໄຫຼວຽນໄປໃນທຸກໆມະຫາສະໝຸດທົ່ວໂລກ ພ້ອມຍັງເຮັດໜ້າທີ່ຮັກສາສົມດຸນຂອງພູມອາກາດ ເຊິ່ງສະຖານະການລະລາຍຂອງນ້ຳກ້ອນນີ້ອາດຈະສົ່ງຜົນກະທົບຮ້າຍແຮງຕໍ່ມວນມະນຸດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/