ອີງຕາມການສຶກສາຂອງທີມນັກວິທະຍາສາດນານາຊາດທີ່ຕີພິມໃນວາລະສານ Science ໃນວັນພະຫັດທີ່ຜ່ານມາໄດ້ລະບຸວ່າ ທະເລສາບ ແລະ ອ່າງເກັບນໍ້າທີ່ໃຫຍ່ທີ່ສຸດຫຼາຍກວ່າເຄິ່ງໜຶ່ງໃນໂລກ ມີປະລິມານນ້ຳລົດລົງຢ່າງໜ້າຕົກໃຈໃນຮອບ 30 ປີຜ່ານມາ, ເຊິ່ງສ່ວນຫຼາຍແມ່ນຍ້ອນຜົນກະທົບຂອງພາວະໂລກຮ້ອນ ບວກກັບການໃຊ້ນ້ຳທີ່ຫຼາຍເກີນໄປຂອງມະນຸດ.
ປັດຈຸບັນມີປະຊາກອນປະມານ 1 ໃນ 4 ຂອງໂລກທີ່ອາໄສຢູ່ໃກ້ກັບພື້ນທີ່ຂອງທະເລສາບທີ່ກຳລັງເຫືອດເເຫ້ງ, ເຖິງເເມ່ນວ່າພື້ນທີ່ຂອງທະເລສາບຈະຄິດພຽງເເຕ່ 3% ຂອງໂລກໃບນີ້ ເເຕ່ມັນກໍເປັນເເຫຼ່ງທີ່ກັກເກັບນ້ຳຈືດເຖິງ 90% ຂອງໂລກ ພ້ອມຍັງເປັນເເຫຼ່ງຊັບພະຍາກອນທີ່ສໍາຄັນທີ່ເຮັດໃຫ້ມະນຸດມີນໍ້າດື່ມ ຫຼື ໄວ້ສໍາລັບຊົນລະປະທານ, ການຜະລິດພະລັງງານໄຟຟ້າ, ເປັນທີ່ຢູ່ຂອງສັດ ແລະ ພືດພັນນານາຊະນິດ.

ໂດຍປົກກະຕິແລ້ວ, ລະດັບນ້ຳໃນທະເລສາບຜັນແປໄປຕາມການປ່ຽນແປງຂອງສະພາບດິນຟ້າອາກາດ, ຝົນ ແລະ ຫິມະ. ແຕ່ປັດຈຸບັນ ກິດຈະກຳຕ່າງໆຂອງມະນຸດສົ່ງຜົນກະທົບຕໍ່ລະດັບນໍ້າໃນທະເລສາບເພີ່ມຂຶ້ນເລື້ອຍໆເຊັ່ນ: ທະເລສາບມີດ (Lake Mead) ເຊິ່ງເປັນທະເລສາບທີ່ມະນຸດສ້າງຂຶ້ນ ຕັ້ງຢູ່ເທິງແມ່ນໍ້າ Colorado ໃນສະຫະລັດ ມີປະລິມານນໍ້າລົດລົງຢ່າງຫຼວງຫຼາຍທ່າມກາງໄພແຫ້ງແລ້ງ ແລະ ການຊົມໃຊ້ນ້ຳຢ່າງມະຫາສານຂອງຜູ້ຄົນໃນຫຼາຍທົດສະວັດທີ່ຜ່ານມາ. ນ້ຳໃນທະເລ Caspian ທີ່ຕັ້ງຢູ່ລະຫວ່າງເອເຊຍ ແລະ ຢູໂຣບກຳລັງແຫ້ງລົງຢ່າງຕໍ່ເນື່ອງ ຫຼັງຈາກທີ່ໄດ້ຮັບຜົນກະທົບຈາກໂລກຮ້ອນ ແລະ ການນໍາໃຊ້ນໍ້າຂອງມະນຸດ.
ທີມນັກວິທະຍາສາດໄດ້ນໍາໃຊ້ການວັດແທກໄລຍະດ້ວຍດາວທຽມເພື່ອປະເມີນທະເລສາບ ເເລະ ອ່າງເກັບນ້ຳທີ່ໃຫຍ່ທີ່ສຸດຂອງໂລກເກືອບ 2.000 ເເຫ່ງ. ຫຼັງຈາກທີ່ໄດ້ປະເມີນຮູບຖ່າຍຈາກດາວທຽມ 250.000 ກວ່າຮູບທີ່ເກັບກຳໄດ້ໃນລະຫວ່າງປີ 1992 ຫາ 2020 ແລະ ສົມທຽບກັບແບບຈຳລອງສະພາບອາກາດ ກໍເຫັນວ່າ 3% ຂອງທະເລສາບ ແລະ ອ່າງເກັບນໍ້າມີປະລິມານລົດລົງຢ່າງຫຼວງຫຼາຍ ເຊິ່ງຄິດເປັນຕົວເລກຢູ່ທີ່ປະມານ 22 ຕື້ໂຕນຕໍ່ປີ, ຫຼາຍກວ່າເຄິ່ງໜຶ່ງຂອງນໍ້າທີ່ສູນເສຍໄປໃນທະເລສາບທໍາມະຊາດແມ່ນເກີດມາຈາກກິດຈະກໍາຂອງມະນຸດ ແລະ ພາວະໂລກຮ້ອນ.

ຢ່າງໃດກໍຕາມ ໃນຂ່າວຮ້າຍກໍຍັງມີຂ່າວດີຢູ່ ບໍ່ເເມ່ນທະເລສາບທຸກເເຫ່ງຈະມີປະລິມານນ້ຳທີ່ລົດລົງ ເພາະຍັງມີທະເລສາບທີ່ມີອັດຕະສ່ວນປະມານ 24% ທີ່ມີປະລິມານນ້ຳທີ່ເພີ່ມຂຶ້ນ ເຊິ່ງສ່ວນໃຫຍ່ແມ່ນທະເລສາບທີ່ຕັ້ງຢູ່ໃນເຂດທີ່ມີປະຊາກອນໜ້ອຍເຊັ່ນ: ທະເລສາບໃນເຂດ Great Plains ຂອງອາເມຣິກາເໜືອ ແລະ ໃນພູພຽງທິເບດ.
ເເຕ່ເຖິງເເບບນັ້ນ ພາວະໂລກຮ້ອນກໍຍັງມີຜົນກະທົບຕໍ່ທະເລສາບບາງສ່ວນ ເນື່ອງຈາກນ້ຳທີ່ເກີດຈາກການລະລາຍຕົວຂອງນ້ຳເເຂງໄດ້ໄຫຼລົງໄປສະສົມໃນທະເລສາບ ເຮັດໃຫ້ປະຊາຊົນທີ່ຢູ່ປາຍນ້ຳມີຄວາມສ່ຽງຈາກນ້ຳທີ່ມີປະລິມານຫຼາຍເກີນໄປຈົນລົ້ນ ເເລ້ວເຮັດໃຫ້ນ້ຳຖ້ວມໃນເຂດຊຸມຊົນໄດ້
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/