ທະນາຄານ ADB ມອບທຶນ 10 ລ້ານໂດລາ ຊ່ວຍ ສປປ ລາວ ຕ້ານກັບລາຄາອາຫານທີ່ເພີ່ມຂຶ້ນ


ທະນາຄານ​ພັດທະນາ​ອາຊີ (ADB) ​ໄດ້​ລົງ​ນາມ​ໃນ​ສັນຍາ​ຊ່ວຍ​ເຫຼືອ​ລ້າ 10 ລ້ານ​ໂດ​ລາ​ສະຫະລັດໃຫ້​ກັບ​ລັດຖະບານ ສປປ ລາວ, ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ເພື່ອ​ເພີ່ມ​ທະວີຄວາມສາມາດໃນການ​ຄ້ຳປະກັນ​ຄວາມໝັ້ນຄົງດ້ານສະບຽງ​ອາຫານ​ທີ່​ຍັງ​ຄົງ​ຄ້າງ.

ADB ກ່າວ​ວ່າ ເງິນ​ທຶນ​ດັ່ງກ່າວ​ຈະ​ຖືກ​ນຳ​ໃຊ້​ເພື່ອ​ຊ່ວຍ​ຫຼຸດ​ຕົ້ນ​ທຶນ​​ໃນການ​ກະສິກຳ​ທີ່​ຈຳ​ເປັນ​ເຊັ່ນ ຢາປາບສັດຕູ​ພືດ, ຝຸ່ນ​ຊີວະ​ພາບ ​ແລະ ​ເຄື່ອງ​ຈັກ, ພ້ອມກະຈາຍເຄື່ອງມືທີ່ຈໍາເປັນເຫຼົ່ານີ້ ອອກໄປ​​ໃຫ້ກວ້າງຂວາງ​ກວ່າເກົ່າ.

ທຶນຊ່ວຍເຫຼືອດັ່ງກ່າວຍັງຈະສະໜັບສະໜູນຄວາມພະຍາຍາມເພື່ອສ້າງຄວາມຫຼາກຫຼາຍທາງດ້ານອາຫານການກິນຂອງປະເທດໂດຍການຊຸກຍູ້ໃຫ້ປະຊາຊົນເຂົ້າເຖິງ ແຫຼ່ງໂປຣຕີນບໍ່ວ່າຈະເປັນ ຊີ້ນ, ປາ ຫຼື ໄຂ່ ແລະ ຊ່ວຍເຫຼືອປະຊາຊົນໃນການສ້າງສວນຄົວທີ່ກຸ້ມຕົນເອງ.

ນອກຈາກນີ້ ADB  ຍັງໄດ້ລະບຸວ່າ ທຶນຊ່ວຍເຫຼືອລ້າຍັງຈະນໍາໃຊ້ເຂົ້າໃນການເກັບກູ້ລະເບີດທີ່ບໍ່ທັນແຕກ ເພື່ອໃຫ້ມີເນື້ອທີ່ປູກຝັງຫຼາຍຂຶ້ນ.

ທ່ານ Sonomi Tanaka ຜູ້ອໍານວຍການ ADB ປະຈໍາລາວ ກ່າວວ່າ: “ການເພີ່ມຂຶ້ນຂອງລາຄາອາຫານໄດ້ສົ່ງຜົນກະທົບຕໍ່ສະຫວັດດີການຂອງຄົວເຮືອນ ແລະກໍາລັງການຊື້ຂອງປະຊາຊົນ, ເຊິ່ງມີຫຼາຍຄອບຄົວໄດ້ປະເຊີນກັບການຮັບ ຫຼື ການກິນອາຫານທີ່ໜ້ອຍລົງ”

ທ່ານ Sonomi  ກ່າວຕໍ່ວ່າ: “ການ​ໃຫ້​ທຶນ​ຊ່ວຍ​ເຫຼືອ​ລ້າ​ນີ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ອັນ​ສຳ​ຄັນ​ເພື່ອ​ແກ້​ໄຂ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ ແລະ​ສິ່ງ​ທ້າ​ທາຍ​ດ້ານ​ໂພ​ຊະ​ນາ​ການ. ມັນຈະຊ່ວຍໃຫ້ຊຸມຊົນທ້ອງຖິ່ນຕອບສະໜອງຕໍ່ຄວາມກົດດັນຂອງອັດຕາເງິນເຟີ້ໂດຍຜ່ານການສະໜອງການຊ່ວຍເຫຼືອລ້າໃຫ້ແກ່ຊາວກະສິກອນ ແລະ ການຂະຫຍາຍການບໍລິການທີ່ສົ່ງເສີມການປະຕິບັດກະສິກໍາທີ່ທົນທານຕໍ່ສະພາບອາກາດ”

ອັດຕາເງິນເຟີ້ທີ່ສູງໄດ້ສືບຕໍ່ສະກັດກັ້ນການໃຊ້ຈ່າຍຂອງຄົວເຮືອນໃນລາວຕະຫຼອດປີ 2023 ໂດຍອັດຕາເງິນເຟີ້ລາຄາຜູ້ບໍລິໂພກສະເລ່ຍ 32% ໃນໄລຍະ 11 ເດືອນຕົ້ນປີ.

ອັດຕາເງິນເຟີ້ຂອງລາຄາສະບຽງອາຫານສະເລ່ຍ 40% ທຽບໃສ່ໄລຍະດຽວກັນ ເນື່ອງຈາກລາຄາອາຫານນໍາເຂົ້າເພີ່ມຂຶ້ນ ສາເຫດມາຈາກຄ່າເງິນກີບອ່ອນຄ່າ ແລະ ຕົ້ນທຶນການຜະລິດທີ່ສູງຂຶ້ນຍ້ອນການບໍລິໂພກສິນຄ້າກະສິກໍາທີ່ແພງຂຶ້ນຂອງຊາວກະສິກອນລາວ.

ລັດຖະບານກໍາລັງພະຍາຍາມຮັກສາສະຖຽນລະພາບຂອງອັດຕາແລກປ່ຽນເງິນຕາ ແລະ ຊຸກຍູ້ການຜະລິດພາຍໃນເພື່ອພະຍາຍາມຫຼຸດຜ່ອນຈໍານວນສິນຄ້າທີ່ນໍາເຂົ້າໂດຍການປ່ຽນແທນສິນຄ້າທີ່ຜະລິດຢູ່ໃນທ້ອງຖິ່ນ.        ນອກ​ນີ້, ລັດຖະບານ​ຍັງ​ໄດ້​ວາງ​ເປົ້າ​ໝາຍ​ອັນ​ທະ​ເຍີ​ທະ​ຍານ​ທີ່ຈະ​ຫຼຸດ​ອັດຕາ​ເງິນ​ເຟີ້​ສະ​ເລ່ຍ​ໃຫ້​ເຫຼືອຕົວເລກຕົວດຽວ ຫຼື ຢ່າງໜ້ອຍ 9% ​ໃນ​ໄລຍະ​ປີ 2024.

ທຶນຊ່ວຍເຫຼືອລ້າ 10 ລ້ານໂດລາສະຫະລັດຍັງຈະສະໜອງທຶນເພີ່ມເຕີມໃຫ້ແກ່ໂຄງການກໍ່ສ້າງພື້ນຖານໂຄງລ່າງຊົນນະບົດແບບຍືນຍົງ ແລະ ຂະແໜງຄຸ້ມຄອງແຫຼ່ງນ້ຳ. ໂຄງການນີ້ມີຈຸດປະສົງເພື່ອສົ່ງເສີມລາຍຮັບຂອງຊົນນະບົດໂດຍການຈໍາແນກຜົນຜະລິດກະສິກໍາໃຫ້ລວມເຖິງການປູກພືດລະດູແລ້ງທີ່ມີມູນຄ່າສູງ ແລະ ການປັບປຸງຜົນຜະລິດເຂົ້າໃນລະດູຝົນໂດຍການລົງທຶນໃສ່ຊົນລະປະທານໃນແຂວງພາກເໜືອຄື: ຫົວພັນ, ຫຼວງພະບາງ, ໄຊຍະບູລີ ແລະ ຊຽງຂວາງ.

https://www.adb.org/news/adb-supports-lao-pdr-response-food-security-challenges#:~:text=MANILA%2C%20PHILIPPINES%20(15%20December%202023,security%20challenges%20facing%20the%20country.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/