ຕໍາຫຼວດສະຫະລັດອາເມຣິກາ ແຈກ AirTags ຟຣີ ປ້ອງກັນການລັກລົດ

ຕຳຫຼວດສະຫະລັດອາເມຣິກາ ແຈກ AirTags ຟຣີ 500 ອັນໃຫ້ປະຊາຊົນ ເພື່ອຊ່ວຍຕິດຕາມລົດຫາກມີເຫດສຸກເສີນ ຫຼື ຖືກລັກ.

ເນື່ອງຈາກບັນຫາການລັກລົດໃນສະຫະລັດອາເມຣິກາມີເພີ່ມຂຶ້ນຫຼາຍ ເພາະຫຼັງຈາກທີ່ມີຄລິບວິດີໂອດັງໃນ TikTok ທີ່ໃສ່ບັນຊີຊື່ວ່າ Kia Boys ເຜີຍແຜ່ຄຣິບວິດີໂອບອກເຖິງຂໍ້ບົກຜ່ອງຂອງລົດ Hyundai ແລະ Kia ພ້ອມທັງບອກວິທີຕິດຈັກລົດໂດຍໃຊ້ພຽງສາຍ USB ແລະ ເຄື່ອງມືທີ່ຫາໄດ້ທົ່ວໄປ.

ຫຼັງຈາກຄລິບດັ່ງກ່າວຖືກໂພສ ພົບວ່າລົດທັງສອງຍີ່ຫໍ້ຖືກລັກໄປແລ້ວ 966 ຄັນໃນປີນີ້ເຊີ່ງເພີ່ມຂຶ້ນ 819 ຄັນຈາກປີຜ່ານມາ.

ຕໍ່ເຫດການດັ່ງກ່າວເອງລົດທັງສອງແບຣນກໍໄດ້ເປີດອັບເດດຊອບແວຟຣີໃຫ້ແກ່ລົດຫຼາຍລ້ານຄັນຕັ້ງແຕ່ເດືອນກຸມພາທີ່ຜ່ານມາ ແຕ່ເຖິງດັ່ງນັ້ນກໍຍັງມີອີກຫຼາຍຄັນທີ່ລໍຖ້າການອັບເດດ ແລະ ບໍ່ປອດໄພຈາກການຖືກລັກ.

ເຈົ້າໜ້າທີ່ຈຶ່ງມີໄອເດຍ ນຳເອົາປະໂຫຍດຂອງເທັກໂນໂລຢີມາໃຊ້ ໂດຍນຳໃຊ້ AirTags ຂອງ Apple ທີ່ເປັນອຸປະກອນເອົາໄວ້ຕິດຕາມສິ່ງຂອງຕ່າງໆ ເຊັ່ນ: ກະເປົາເງິນ, ກະເປົາເດີນທາງ ເປັນຕົ້ນ ໂດຍມີລະບົບແຈ້ງເຕືອນແບບ real time . ໂດຍໜ່ວຍງານຕຳຫຼວດຈະບໍ່ສາມາດເຂົ້າເຖິງຕຳແໜ່ງຂອງ AirTags ໄດ້ຫາກບໍ່ໄດ້ຮັບອະນຸຍາດຈາກຜູ້ກ່ຽວ.

ໂຄງການ Better New York ໄດ້ມີການແຈກ AirTags ທັງໜົດ 500 ອັນ ໃຫ້ຜູ້ທີ່ເຂົ້າຮ່ວມໂຄງການທີ່ອາໄສຢູ່ Castle Hill, Soundview, Parkchester ເປັນຕົ້ນ, ໂດຍໜ່ວຍງານຕຳຫຼວດຈະບໍ່ສາມາດເຂົ້າເຖິງຕຳແໜ່ງຂອງ AirTags ຜູ້ເຂົ້າຮ່ວມໂຄງການຈຶ່ງຕ້ອງແຈ້ງກັບເຈົ້າໜ້າທີ່ຫາກລົດຖືກລັກ ຫຼືອະນຸຍາດໃຫ້ຕຳຫຼວດຕິດຕາມລົດຂອງຄົນຂັບ.

ການແກ້ໄຂບັນຫາດ້ວຍວິທີດັ່ງກ່າວຖືເປັນແນວຄິດທີ່ສ້າງສັນ ແລະ ເປັນການນຳໃຊ້ເທັກໂນໂລຢີໃຫ້ເກີດປະໂຫຍດ ທັງເປັນການສະດວກຕໍ່ເຈົ້າໜ້າທີ່ຕຳຫຼວດເອງໃນການຕິດຕາມຫາລົດທີ່ເສຍ ແລະ ຕາມຈັບຄົນຮ້າຍ ແຕ່ສຳລັບຄົນທີ່ໃຊ້ໂທລະສັບ Android ກໍຕ້ອງເສົ້າ ເພາະ AirTags ສາມາດໃຊ້ໄດ້ແຕ່ກັບ iPhone ເທົ່ານັ້ນ.

ຂອບໃຈທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/