ຕົ້ນສັງກັດ ອອກມາໃຫ້ຄຳຕອບ ຫຼັງມີຂ່າວລືການອອກເດດຂອງ Park Seo Joon ແລະ xooos


ກຳລັງເປັນກະແສຮືຮາໄປທົ່ວໂລກອອນຫຼາຍ ຫຼັງມີສຳນັກຂ່າວເກົາຫຼີໃຕ້ໄດ້ລາຍວ່າ ພະເອກຊື່ດັງ Park Seo joon ອາຍຸ 34 ປີ ທີ່ໂດ່ງດັງມາຈາກບົດເຖົ້າແກ່ໃນເລື່ອງ Itaewon class ກຳລັງມີຂ່າວອອກເດດກັບ xooos ເຊິ່ງເປັນນັກຮ້ອງ, YouTuber.

ເມື່ອວັນທີ 20 ມິຖຸນາ 2023 ຫຼ້າສຸດທາງຕົ້ນສັງກັດຂອງພະເອກໜຸ່ມ Park Seo joon ໄດ້ອອກມາຕອບຂ່າວການອອກເດດຂອງພະເອກໜຸ່ມແບບບໍ່ໄດ້ຢືນຢັນ ແລະ ບໍ່ໄດ້ປະຖິເສດແຕ່ຢ່າງໃດພຽງແຕ່ກ່າວສັ້ນໆວ່າ “ມັນເປັນເລື່ອງຍາກຫຼາຍທີ່ຈະຢືນຢັນຂໍ້ເທັດຈິງຂອງຂ່າວນີ້ ເນື່ອງຈາກເປັນຊີວິດສ່ວນຕົວຂອງສິລະປິນ”

ໂດຍຕາມລາຍງານຂ່າວຍັງລະບຸເພີ່ມຕື່ມວ່າທັງສອງນັ້ນຄົບຫາເບິ່ງໃຈກັນມາ ຕັ້ງແຕ່ເດືອນ ພຶດສະພາ 2023 ໂດຍຮູ້ຈັກກັນຜ່ານໝູ່ສະໜິດຂອງທັງສອງຝ່າຍ ທັງສອງໄດ້ໄປອອກເດດກັນ ພ້ອມກັບຮ່ວມແບ່ງປັນກິດຈະກຳຍາມວ່າງ ແລະ ໄປອອກກຳລັງກາຍນຳກັນອີກດ້ວຍ. ພ້ອມມີຊາວເນັດທີ່ອອກມາໂພສຮູບພາບຢືນຢັນຂ່າວລືນີ້ ເຊິ່ງເປັນຮູບພາບທັງສອງຢູ່ນຳໝູ່ຂອງຕົນເອງ ແລະ ພາບນີ້ກໍກາຍເປັນກະແສໃນໂລກອອນລາຍທັນທີ.

ນັກຮ້ອງ-Youtuber ສາວ xooos ມີຊື່ແທ້ວ່າ Kim Soo Yeon ເກີດໃນວັນທີ 15​ ກໍລະກົດ 1994 ອາຍຸ 29​ ປີ ປັດຈຸບັນເປັນນັກຮ້ອງ ແລະ YouTuber ທີ່ມີຜູ້ຕິດຕາມຫຼາຍຮອດ 1,5​ ລ້ານຄົນ ແລະ ກາຍເປັນສີລະປິນເຕັມຕົວ ພ້ອມສັງກັດຢູ່ຄ້າຍ wavy ໂດຍມີຜົນງານຄືເພງ “Naked” ແລະ “Bad At Us”.

ເຖິງຢ່າງໃດກໍຕາມ ເຖິງແມ່ນວ່າຕົ້ນສັງກັດບໍ່ໄດ້ອອກມາຢືນຢັນ ແຕ່ກໍ່ບໍ່ໄດ້ມີການປະຕິເສດໃດໆ ຫາກທັງສອງອອກເດດນຳກັນ ກໍບໍ່ແມ່ນເລື່ອງຜິດ ເປັນເລື່ອງປົກກະຕິຂອງມະນຸດທີ່ຕ້ອງການຈະມີຄວາມຮັກ ແລະ ເປັນເລື່ອງທີ່ໜ້າຍິນດີຫາກຄົນທີ່ເຮົາຮັກ ແລະ ສະໜັບສະໜູນ ຈະມີຄວາມຮັກພ້ອມກັບຄວາມສຸກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/