ຄູອະນຸບານໃນ ໄຕ້ຫວັນ ໃຫ້ຢາແກ້ໄອຊະນິດເສບຕິດກັບເດັກນ້ອຍ ເພື່ອສະຫງົບສະຕິອາລົມ ຈົນສົ່ງຜົນຂ້າງຄຽງຕໍ່ເດັກ


ບັນດາພໍ່ແມ່ໃນໄຕ້ຫວັນ ກັງວົນຫຼັງມີກໍລະນີ ຄູອະນຸບານໃນໂຮງຮຽນເອກະຊົນແຫ່ງໜຶ່ງໃນເຂດ ນິວໄທເປ ຢູ່ໄຕ້ຫວັນ ຖືກກ່າວຫາວ່າ ໃຫ້ຢາແກ້ໄອຊະນິດເສບຕິດກັບເດັກນ້ອຍນັກຮຽນ ເພື່ອຊ່ວຍເຮັດໃຫ້ເດັກນ້ອຍສະຫງົບສະຕິອາລົມ ຈົນສົ່ງຜົນຂ້າງຄຽງຕໍ່ເດັກໃນເວລາຕໍ່ມາ.

ໂດຍກໍລະນີດັ່ງກ່າວ ເກີດຂຶ້ນ ແລະ ສືບສວນກັນມາຕັ້ງແຕ່ທ້າຍເດືອນ ເມສາທີ່ຜ່ານມາ ໂດຍພໍ່ແມ່ໃນໂຮງຮຽນເອກະຊົນດັ່ງກ່າວ ໄດ້ກ່າວຫາວ່າ ເຈົ້າໜ້າທີ່ໂຮງຮຽນໃຫ້ຢາທີ່ບໍຮູ້ຈັກແກ່ລູກຫຼານຂອງຕົນ ຫຼັງພົບວ່າລູກຫຼານຂອງຕົນມີອາການຫງຸດຫງິດ ກະວົນກະວາຍ ແລະ ຮ້ອງອອກມາແບບບໍ່ຮູ້ສາເຫດຂະນະທີ່ນອນຫຼັບ.

ຜູ້ປົກຄອງເຜີຍວ່າ ຫຼັງໂອ້ລົມກັບເດັກນ້ອຍ ຈຶ່ງຮູ້ວ່າຄູຂອງພວກເຂົາໄດ້ປ້ອນຍາ ທີ່ບໍ່ຮູ້ຈັກ ໃຫ້ກັບເດັກນ້ອຍນັກຮຽນ ສົ່ງຜົນໃຫ້ນັກຮຽນຈຳນວນໜຶ່ງລວມຕົວກັນໄປແຈ້ງກັບເຈົ້າໜ້າທີ່ຕຳຫຼວດ ແລະ ເກີດການຟ້ອງຮ້ອງກໍລະນີດັ່ງກ່າວຂຶ້ນເລື້ອຍໆ ຈົນທາງອຳນາດການປົກຄອງທ້ອງຖິ່ນຕ້ອງເຮັດການດຳເນີນການສອບສວນ ແລະ ພົບເດັກຢ່າງໜ້ອຍ 8 ຄົນມີປະລິມານຢາ ຟີໂນບາບິທັລ (Phenobarbital) ແລະ ເບັນໂຊໄດອະຊີປິນ (Benzodiazepine) ຢູ່ໃນຮ່າງກາຍ.

     ເຊິ່ງທັງຢາ ຟີໂນບາບິທັລ (Phenobarbital) ແລະ ເບັນໂຊໄດອະຊີປິນ (Benzodiazepine) ແມ່ນຈັດຢູ່ໃນກຸ່ມຢາລະງັບປະສາດ ແລະ ຢາຄາຍຄວາມກັງວົນ. ຂະນະທີ່ເຈົ້າໜ້າທີ່ຕຳຫຼວດໄດ້ດຳເນີນການສືບສວນເລື່ອງນີ້ມາຕະຫຼອດຫຼາຍອາທິດ ແຕ່ຍັງບໍ່ພົບຄວາມຊັດເຈນວ່າເປັນຫຍັງເດັກນັກຮຽນ ຈຶ່ງໄດ້ຮັບຢາແກ້ໄອທີ່ເຮັດໃຫ້ເສບຕິດດັ່ງກ່າວ.

ໃນເບື້ອງຕົ້ນທາງການໄດ້ສັ່ງປິດໂຮງຮຽນທີ່ເກີດເຫດແລ້ວ ໃນວັນທີ 12 ມິຖຸນາ ທີ່ຜ່ານມາ ເຊິ່ງຜູ້ອຳນວຍການໂຮງຮຽນ ຖືກປັບໃໝເງິນປະມານ 4.800 ໂດລາ. ສ່ວນຄູໃຫຍ່ ແລະ ຄູອີກ 5 ຄົນ ຖືກຕຳຫຼວດກັກຕົວໄວ້ ແລະ ສືບສວນ ແຕ່ຫຼັງຈາກນັ້ນກໍໄດ້ມີການປະກັນຕົວອອກມາ.​ ເຊິ່ງໃນດ້ານການສືບສວນຄະດີອາຍາ ແມ່ນກຳລັງຢູ່ໃນລະຫວ່າງການດຳເນີນການ.

ເມື່ອບໍ່ດົນມານີ້ ໄດ້ມີບັນດາພໍ່ແມ່ຜູ້ປົກຄອງ ແລະ ປະຊາຊົນໄຕ້ຫວັນຫຼາຍຮ້ອຍຄົນໄດ້ອອກມາຮ່ວມຍ່າງຂະບວນປະທ້ວງໃນເມືອງ ນິວໄທເປ ເພື່ອສະແດງຄວາມບໍ່ພໍໃຈ ແລະ ຮຽກຮ້ອງໃຫ້ຕຳຫຼວດດຳເນີນການສືບສວນຢ່າງໂປ່ງໃສຫຼາຍຂຶ້ນ ໂດຍຫຼາຍຝ່າຍວິພາກວິຈານວ່າທາງການບໍ່ປີດເຜີຍຂໍ້ມູນຕໍ່ສາທາລະນະ.

ຂອບໃຈຂໍ້ມູນຈາກ: BBC, bangkokbiznews, wionews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/