ຕຸຣເຄຍ ແລະ ຊາອຸດີອາຣະເບຍ ອອກມາກ່າວປະນາມລັດຖະບານຕາລີບັນ ຫຼັງຫ້າມແມ່ຍິງທົ່ວປະເທດເຂົ້າຮຽນມະຫາວິທະຍາໄລ

ຊາອຸດີອາຣະເບຍ

ເມື່ອວັນທີ 22 ທັນວາ 2022 ສຳນັກຂ່າວຕ່າງປະເທດລາຍງານວ່າ ເມຟລຸດ ຈາວູໂຊລູ (Mevlut Cavusoglu) ລັດຖະມົນຕີກະຊວງການຕ່າງປະເທດຂອງຕຸຣເຄຍໄດ້ອອກມາກ່າວປະນາມ ຄຳສັ່ງຫ້າມແມ່ຍິງອັບການິສຖານຮຽນມະຫາວິທະຍາໄລຂອງລັດຖະບານຕາລີບັນ ໂດຍລະບຸວ່າ ຄຳສັ່ງດັ່ງກ່າວບໍ່ມີຫຼັກການຂອງອິດສະລາມ ແລະ ຫຼັກມະນຸດສະທຳ ພ້ອມຮຽກຮ້ອງໃຫ້ລັດຖະບານຕາລີບັນຍົກເລີກຄຳສັ່ງດັ່ງກ່າວ.

ຊາອຸດີອາຣະເບຍ

“ມັນເສຍຫາຍບ່ອນໃດທີ່ແມ່ຍິງໄດ້ຮັບການສຶກສາ? ມັນສ້າງຄວາມເສຍຫາຍຫຍັງໃຫ້ແກ່ອັບການິສຖານ?” ເມຟລຸດ ຈາວູໂຊລູ ກ່າວໃນງານຖະແຫຼງຂ່າວຮ່ວມກັບລັດຖະມົນຕີຕ່າງປະເທດຂອງເຢເມນ “ມີຄໍາອະທິບາຍໃດໆ ໃນທາງອິດສະລາມຫຼືບໍ່? ກົງກັນຂ້າມ ສາສະໜາອິດສະລາມຂອງເຮົາບໍ່ຕໍ່ຕ້ານການສຶກສາ ອິດສະລາມສະໜັບສະໜູນການສຶກສາ ແລະ ວິທະຍາສາດ” ລັດຖະມົນຕີກະຊວງການຕ່າງປະເທດຂອງຕຸຣເຄຍ ກ່າວເສີມ.

ຊາອຸດີອາຣະເບຍ

ນອກນັ້ນ ທາງດ້ານກະຊວງປ້ອງກັນປະເທດຂອງຊາອຸດີອາຣະເບຍກໍໄດ້ອອກມາສະແດງຄວາມປະຫຼາດໃຈ ແລະ ເສຍໃຈກັບຄຳສັ່ງຂອງລັດຖະບານຕາລີບັນ ໂດຍພວກເຂົາໄດ້ອອກມາຖະແຫຼງການເມື່ອວັນທີ 21 ທັນວາ ວ່າ ເລື່ອງນີ້ໄດ້ສ້າງຄວາມປະຫຼາດໃຈໃຫ້ແກ່ປະເທດອິດສະລາມທັງໝົດ.

ຊາອຸດີອາຣະເບຍ

ຂະນະດຽວກັນ ໃນອັບການິສຖານມີການເຄື່ອນໄຫວຕໍ່ຕ້ານຄຳສັ່ງດັ່ງກ່າວ ໂດຍມີແມ່ຍິງຈຳນວນຫຼາຍສິບຄົນມາລວມຕົວກັນປະທ້ວງເທິງຖະໜົນຂອງນະຄອນຄາບູລ ເມືອງຫຼວງຂອງອັບການິສຖານ ໃນວັນພະຫັດ ທີ 22 ທີ່ຜ່ານມາ ພ້ອມນັ້ນກຸ່ມຜູ້ປະທ້ວງໄດ້ຮຽກຮ້ອງເສລີພາບ ແລະ ຄວາມເທົ່າທຽມ ກ່ອນທີ່ໃນເວລາຕໍ່ມາຕຳຫຼວດຈະເຂົ້າມາສະຫຼາຍການຊຸມນຸມ ໂດຍໃນນັ້ນແມ່ຍິງຫຼາຍຄົນຖືກທຸບຕີຈົນບາດເຈັບ ແລະ ມີຜູ້ຖືກຈັບກຸມ 5 ຄົນ ເຊິ່ງຫຼ້າສຸດນີ້ໄດ້ຮັບການປ່ອຍຕົວແລ້ວ 2 ຄົນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/