ໃນຄືນວັນພຸດທີ 20 ກັນຍາຜ່ານມາ, Fed ໄດ້ມີການຈັດກອງປະຊຸມຄະນະກໍາມະການກຳນົດນະໂຍບາຍການເງິນ ຫຼື Federal Open Market Committee (FOMC) ໂດຍມີການກໍານົດອັດຕາດອກເບ້ຍນະໂຍບາຍ ແລະ ປະຕິບັດນະໂຍບາຍການເງິນອື່ນໆ ເພື່ອຮັກສາສະຖຽນລະພາບຂອງເສດຖະກິດສະຫະລັດ. ໂດຍການປະຊຸມໃນຮອບນີ້, FOMC ມີມະຕິທີ່ຈະຄົງອັດຕາດອກເບ້ຍໄວ້ໃນລະດັບເກົ່າທີ່ພວກເຂົາກໍານົດໄວ້ໃນເດືອນກໍລະກົດປີນີ້ທີ່ 5.25%-5.5%, ເຊິ່ງເປັນອັດຕາດອກເບ້ຍທີ່ສູງທີ່ສຸດໃນຮອບ 22 ປີ.
ຫຼັງຈາກການຕັດສິນໃຈຂອງ Fed ທີ່ຈະຮັກສາອັດຕາດອກເບ້ຍໄວ້ໃນລະດັບເກົ່າ, ກໍໄດ້ສົ່ງຜົນໃຫ້ Bitcoin ຫຼຸດລົງໄປທີ່ລະດັບ 26,800 ໂດລາ ພຽງໄລຍະສັ້ນໆກ່ອນທີ່ຈະມາຢືນເໜືອ ເເລະ ຄົງລະດັບໄວ້ທີ່ 27,000 ໂດລາໃນຕອນເຊົ້າ.

ຢ່າງໃດກໍຕາມ, ນັກລົງທຶນສ່ວນໃຫຍ່ຄາດວ່າ Fed ຈະເພີ່ມອັດຕາດອກເບ້ຍຂຶ້ນອີກ 0.25% ໃນກອງປະຊຸມຄັ້ງຕໍ່ໄປໃນວັນທີ 1 ພະຈິກ, ອີງຕາມຂໍ້ມູນຈາກ FedWatch Tool ຂອງ CME. ໂດຍນັກລົງທຶນຄາດວ່າມີໂອກາດເຖິງ 70.1% ທີ່ Fed ເພີ່ມອັດຕາດອກເບ້ຍຂຶ້ນອີກ 0.25% ໃນກອງປະຊຸມຄັ້ງຕໍ່ໄປ.
Jerome Powell ກ່າວວ່າການຫຼຸດອັດຕາດອກເບ້ຍຈະເກີດຂຶ້ນໃນປີ 2024, ແຕ່ບໍ່ໄດ້ບອກວ່າໃນເວລາໃດ. ໂດຍບອກພຽງວ່າ “ມີຄວາມບໍ່ແນ່ນອນຫຼາຍ” ກ່ຽວກັບໄລຍະເວລາຂອງການປັບອັດຕາດອກເບ້ຍ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/